Homeຂ່າວຕ່າງປະເທດອາເມຣິກາ ເຈລະຈາຫາລື ຂໍສົ່ງທະຫານເຂົ້າປະຈຳການຢູ່ນອກແວ ຫວັງສະກັດອິດທິພົນຣັດເຊຍ!

ອາເມຣິກາ ເຈລະຈາຫາລື ຂໍສົ່ງທະຫານເຂົ້າປະຈຳການຢູ່ນອກແວ ຫວັງສະກັດອິດທິພົນຣັດເຊຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11​ ຕຸລາຜ່ານມານີ້ວ່າ ທ່ານ ນາງ ແອນ ຄຣິສຕິນ ຊານບູວິກ ໂຄສົກກະຊວງປ້ອງກັນປະເທດນອກແວ ໄດ້ປະກາດຄຳຖະແຫລງໃນວັນຈັນທີ 10 ຕຸລາຜ່ານມາວ່າ ລັດຖະບານອາເມຣິກາ ໄດ້ເປີດການເຈລະຈາຫາລືກັບລັດຖະບານນອກແວ ຢ່າງເປັນທາງການ ເພື່ອຂໍສົ່ງທະຫານອາເມຣິກາ ເຂົ້າມາປະຈຳການຢູ່ນອກແວ ເພື່ອຫວັງສະກັດການແຜ່ຂະຫຍາຍອິດທິພົນຂອງຣັດເຊຍ ໂດຍໂຄສົກກະຊວງປ້ອງກັນປະເທດນອກແວໄດ້ລະບຸວ່າ ການມາປະຈຳການຂອງທະຫານອາເມຣິກາ ຈະຕ້ອງຢູ່ພາຍໃຕ້ເງື່ອນໄຂທີ່ວ່າ ຈະຕ້ອງບໍ່ເປັນໄພຄຸກຄາມອະທິປະໄຕ ແລະ ຄວາມສະຫງົບສຸກຂອງຊາວນອກແວ.

ຫາກການເຈລະຈາດັ່ງກ່າວນີ້ເປັນໄປດ້ວຍດີ ແລະ ໄດ້ຮັບການເຫັນດີຈາກລັດຖະສະພານອກແວແລ້ວ ຄາດວ່າອາເມຣິກາ ຈະສົ່ງທະຫານຂອງຕົນຊຸດທຳອິດ ປະມານ 300 ຄົນ ເຂົ້າມາປະຈຳການຢູ່ຖານທັບ “Vaernes” ຊຶ່ງຕັ້ງຢູ່ຫ່າງຈາກຊາຍແດນຣັດເຊຍ ປະມານ 1,000 ກິໂລແມັດ ແລະ ຈະກາຍເປັນຄັ້ງທຳອິດໃນປະຫວັດສາດຂອງນອກແວ ທີ່ອະນຸຍາດໃຫ້ກອງທະຫານຕ່າງປະເທດ ເຂົ້າມາປະຈຳການຢູ່ດິນແດນຕົນ ເນື່ອງຈາກໃນໄລຍະຜ່ານມາ ນອກແວເປີດຮັບກຳລັງທະຫານຕ່າງຊາດເຂົ້າປະເທດ ພຽງເພື່ອການເຝິກຊ້ອມສູ້ຮົບເທົ່ານັ້ນ.

ທັງນີ້ ຖ້າຫາກການເຂົ້າມາປະຈຳການຂອງທະຫານອາເມຣິກາ ຢູ່ປະເທດນອກແວເກີດຂຶ້ນ ຈະຖືເປັນອີກກໍລະນີເຜັດຮ້ອນໜຶ່ງ ທີ່ຈະສ້າງຈຸດເດືອດຕໍ່ຄວາມສຳພັນອັນເຄັ່ງຕຶງ ລະຫວ່າງສະຫະລັດອາເມຣິກາ ແລະ ຣັດເຊຍ ຢູ່ທະວີບເອີຣົບ ພາຍຫລັງທີ່ເກີດກໍລະນີວິກິດການຢູ່ອູແກຣນມາແລ້ວ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...