Homeມູມໄອທີລາວລາກ່ອນ! Samsung ປະກາດຢຸດຂາຍ Galaxy Note7 ທົ່ວໂລກຢ່າງຖາວອນແລ້ວ!! ພ້ອມທັງໃຫ້ຜູ້ໃຊ້ຢຸດໃຊ້ເຄື່ອງດັ່ງກ່າວ

ລາກ່ອນ! Samsung ປະກາດຢຸດຂາຍ Galaxy Note7 ທົ່ວໂລກຢ່າງຖາວອນແລ້ວ!! ພ້ອມທັງໃຫ້ຜູ້ໃຊ້ຢຸດໃຊ້ເຄື່ອງດັ່ງກ່າວ

Published on

ຈາກຂ່າວມື້ວານນີ້ທີ່ເຮົາໄດ້ສະເໜີໄປວ່າທາງບໍລິສັດ Samsung ນັ້ນໄດ້ປະກາດໃຫ້ຢຸດເຊົາຂາຍ ແລະປ່ຽນເຄື່ອງ Galaxy Note7 ໄປກ່ອນ ໃນລະຫວ່າງທີ່ມີການກວດສອບຫາຄວາມເປັນຈິງ. 

ອີກຕາມລາຍງານຈາກ Bloomberg ແລະ Wall Street Journal, ທາງບໍລິສັດ Samsung ກໍໄດ້ມີການປ່ຽນແປງຄັ້ງໃຫຍ່ເກີດຂຶ້ນໂດຍທາງບໍລິສັດໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າຈະຢຸດເຊົາຂາຍເຄື່ອງ Galaxy Note7 ຢ່າງຖາວອນແລ້ວ ທັງໆທີຫາກ່ອນເປີດໂຕມາໄດ້ບໍ່ຮອດ 2 ເດືອນຊ້ຳ. ອີກທັງລຸ້ນນີ້ກໍເປັນອີກລຸ້ນໜຶ່ງທີ່ໄດ້ຮັບຄະແນນ ຣີວິວ (Reviews) ເຖິງຂັ້ນດີຫຼາຍ.

ນອກຈາກນີ້ຍັງມີລາຍງານການວິເຄາະເລື່ອງຄ່າໃຊ້ຈ່າຍຫຼັງຈາກບໍລິສັດ Samsung ປະກາດຢຸດຈຳໜ່າຍ Galaxy Note 7 ໄປແລ້ວນັ້ນ ໂດຍຄາດວ່າເປັນເງິນປະມານ 17 ພັນລ້ານໂດລາ ແລະຖ້າລວມທັງການເກັບຄືນໃນຮອບ 2 ຄາດວ່າຈະເປັນເງິນເຖິງ 26 ພັນລ້ານໂດລາ. 

ສຳລັບ ຊຳຊຸງລາວ ທາງເຮົາກໍບໍ່ແນ່ໃຈວ່າເປັນແນວໃດ ແຕ່ກໍຄາດວ່າຈະຢຸດຂາຍຄືກັນກັບປະເທດອື່ນ ເພາະຫຼ້າສຸດນີ້ຜູ້ໃຫ້ບໍລິການຍອດນິຍົມຈາກອາເມຣິກາຫຼາຍລາຍ ກໍຢຸດຂາຍກັນໝົດແລ້ວ

ທ້າຍນີ້ເຮົາມາປິດທ້າຍໄປພ້ອມກັບຄຳເວົ້າສຸດທ້າຍຈາກບໍລິສັດ Samsung ກັນເລີຍ…..

“ຄວາມປອດໄພຂອງຜູ້ບໍລິໂພກນັ້ນຖືເປັນເລື່ອງສຳຄັນຢ່າງຍິ່ງສຳລັບເຮົາ, ດັ່ງນັ້ນພວກເຮົາຈຶ່ງໄດ້ຕັດສິນໃຈຢຸດຂາຍແລະຜະລິດ Galaxy Note 7 ຢ່າງຖາວອນ”

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...