Homeຂ່າວເຫດການກວດກາການກໍ່ສ້າງ ດ່ານໜອງນົກຂຽນ ເພື່ອກະກຽມເປີດເປັນດ່ານສາກົນ

ກວດກາການກໍ່ສ້າງ ດ່ານໜອງນົກຂຽນ ເພື່ອກະກຽມເປີດເປັນດ່ານສາກົນ

Published on

ເມື່ອຕົ້ນເດືອນຕຸລານີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ ໄດ້ລົງຕິດຕາມກວດກາໂຄງການກໍ່ສ້າງດ່ານໜອງນົກຂຽນ ເພື່ອກຽມຄວາມພ້ອມເປີດເປັນດ່ານສາກົນໃນທ້າຍເດືອນພະຈິກປີນີ້.
ຜ່ານຈາກການກວດກາຕົວຈິງເຫັນວ່າມີບາງໜ້າວຽກທີ່ຈະຕ້ອງໄດ້ປັບປຸງສ້ອມແປງຄືນໃໝ່ເຊັ່ນ: ພື້ນຖານໂຄງລ່າງ, ອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກຕ່າງໆໃຫ້ໄດ້ມາດຕະຖານ, ຕູ້ກວດກາຄົນເຂົ້າ-ອອກເມືອງ, ອາຄານດ່ານກວດກາເອກະສານລົດເຂົ້າ-ອອກກໍຈະຕ້ອງໄດ້ຕົກ ແຕ່ງລະບົບເຟີນີເຈີ ເພື່ອອໍານວຍຄວາມສະດວກແກ່ການປະຕິບັດໜ້າທີ່ຂອງພະນັກງານ-ວິຊາການ ແລະ ຕົກແຕ່ງທັດສະນີຍະພາບ, ສວນດອກໄມ້ບໍລິເວນດ່ານໃຫ້ມີຄວາມສະອາດຈົບງາມ ໂດຍມອບໃຫ້ຫ້ອງວ່າການປົກຄອງແຂວງ, ພະແນກແຜນການ ແລະ ການລົງ ທຶນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກການເງິນ ແລະ ດ່ານໜອງນົກຂຽນ ປະສານສົມທົບກັນຮີບຮ້ອນຈັດສັນຫາບໍລິສັດມາກໍ່ສ້າງປັບປຸງ-ສ້ອມແປງໃຫ້ສໍາເລັດກ່ອນວັນທີ 15 ພະຈິກ 2016 ເພື່ອກະກຽມຄວາມພ້ອມເປີດເປັນດ່ານສາກົນໃນທ້າຍເດືອນພະຈິກນີ້.

ທ່ານ ກິດຕິສັກ ຈົງຮັກ ຫົວໜ້າໂຄງການກໍ່ສ້າງດ່ານໜອງນົກຂຽນໃຫ້ຂໍ້ມູນວ່າ: ດ່ານໜອງນົກຂຽນ ຕັ້ງຢູ່ເມືອງໂຂງ ແຂວງຈໍາປາສັກ ສປປ ລາວ ເຊື່ອມຕໍ່ກັບເມືອງຕຣາປຽງກຣຽນ ແຂວງຊຽງແຕງ ລາຊະອານາຈັກກໍາປູເຈຍ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2010 ໂດຍແມ່ນບໍລິສັດ ພົງຊັບທະວີກໍ່ສ້າງ ເປັນຜູ້ຮັບເໝົາ ລວມມີມູນຄ່າຫລາຍກວ່າ 30 ຕື້ກີບ. ຖ້າວ່າດ່ານດັ່ງກ່າວໄດ້ເປີດເປັນດ່ານສາກົນ ຈະເປັນສິ່ງອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດແຜນພັດທະນາເຂດ 3 ຫຼ່ຽມພັດທະນາ ລາວ-ຫວຽດນາມ ແລະ ກໍາປູເຈຍ ສະດວກດີຂຶ້ນ ແລະ ຊ່ວຍໃຫ້ການໄປມາ ຫາສູ່ລະຫວ່າງປະຊາຊົນ ລາວ-ຫວຽດນາມ-ກໍາປູເຈຍ ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດຈອດກັບເຂດເສດຖະກິດ 3 ຫຼ່ຽມພັດທະນາດັ່ງກ່າວມີຄວາມສະດວກສະບາຍຂຶ້ນ

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...