spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ຄວນກິນ ແລະຫຼີກລຽງສຳລັບແຕ່ລະກຸບເລືອດ

ອາຫານທີ່ຄວນກິນ ແລະຫຼີກລຽງສຳລັບແຕ່ລະກຸບເລືອດ

Published on

  1. ກຸບເລືອດ O ຈະເປັນຄົນທີ່ກິນຊີ້ນສັດໄດ້ຫຼາຍທີ່ສຸດ ເນື່ອງຈາກວ່າກະເພາະມີຄວາມເປັນກົດສູງ ເຮັດໃຫ້ການຍ່ອຍອາຫານປະເພດຊີ້ນສັດໄດ້ດີ, ດູດຊຶມສານອາຫານໄດ້ດີ, ສາມາດນໍາໄປໃຊ້ໃນສ່ວນຕ່າງໆຂອງຮ່າງກາຍໄດ້ດີ, ແຕ່ເພື່ອສຸຂະພາບທີ່ດີຈຶ່ງບໍ່ຄວນກິນຊີ້ນສັດຫຼາຍ ໂດຍຫັນມາກິນຜັກແທນ. ຄົນກຸບເລືອດ O ມັກມີບັນຫາເລື່ອງລະດັບໂຮໂມນໄທລອຍ ຈຶ່ງເຮັດໃຫ້ຕຸ້ຍໄດ້ງ່າຍ ແລະຄວນລະມັດລະວັງເລື່ອງເລືອດແຂງໂຕຊ້າ ເພາະກໍຄົນກຸບນີ້ມີເລືອດທີ່ແຫຼວຫຼາຍ ດັ່ງນັ້ນ ຈຶ່ງຄວນເລືອກກິນອາຫານທີ່ມີວິຕາມິນເຄ ເພື່ອຊ່ວຍໃຫ້ເລືອດແຂງໂຕໄວ ສຳລັບອາຫານທີ່ຄວນກິນ ແລະຫຼີກລຽງມີຄື:
  • ອາຫານ: ກິນຊີ້ນສັດໄດ້ທຸກຊະນິດ, ລວມຮອດອາຫານທະເລທຸກຢ່າງ ແຕ່ຕ້ອງລະວັງເລື່ອງໄຂມັນ ແລະຄໍເລດເຕີລໍຈາກສັດ ດັ່ງນັ້ນ ຈຶ່ງຄວນກິນນົມ, ເນີຍ ແລະໄຂ່ໃນປະລິມານທີ່ເໝາະສົມ
  • ຜັກ: ກິນໄດ້ທຸກປະເພດ ໂດຍສະເພາະແມ່ນຜັກຫົມ ເນື່ອງຈາກມີວິຕາມິນເຄສູງ ແຕ່ຄວນຫຼີກລຽງຜັກປະເພດກະຫຼໍາ, ເຫັດຫອມ, ໝາກເຂືອຍາວ ແລະມັກຝຣັ່ງ
  • ໝາກໄມ້: ກິນໄດ້ທຸກຊະນິດ ໂດຍສະເພາະໝາກເຊີລີ່ ແລະບູເບີລີ່, ເນື່ອງຈາກຊ່ວຍຫຼຸດນໍ້າໜັກໄດ້ດີ, ໝາກໄມ້ທີ່ຄວນຫຼີກລຽງຄື: ໝາກໄມ້ທີ່ມີລົດສົ້ມ, ສະຕໍເບີລີ່, ໝາກພ້າວ, ເພາະມີຄວາມເປັນກົດສູງ
  • ເຄື່ອງດື່ມ: ຄວນດື່ມຊາສະໝຸນໄພຕ່າງໆ ແລະຢຸດການດື່ມກາເຟ, ເບຍ ເພາະຈະເປັນການເພີ່ມກົດໃນກະເພາະອາຫານ
  1. ກຸບເລືອດ A ຕ້ອງກິນເນື້ອສັດໃຫ້ໜ້ອຍທີ່ສຸດ ແລະກິນຜັກໃຫ້ຫຼາຍໆ ເພາະວ່າມີກົດໃນກະເພາະອາຫານຕໍ່າຫຼາຍ ແລະເລືອດເຂັ້ມຂຸ້ນສູງ, ຖ້າກິນຊີ້ນສັດຕະຫຼອດຈະເຮັດໃຫ້ເລືອດໄຫຼວຽນຊ້າ ເຮັດໃຫ້ເປັນພະຍາດຫົວໃຈໄດ້ ແລະສ່ຽງເປັນພະຍາດມະເຮັງ, ເບົາຫວານ ສຳລັບອາຫານຄວນກິນ ແລະຫຼີກລຽງດັ່ງນີ້
  • ອາຫານ: ຄວນຫຼີກລຽງການກິນຊີ້ນສັດ, ຍົກເວັ້ນປາເຊວມອນ, ປາທູທີ່ສາມາດກິນໄດ້, ສ່ວນໂປຣຕີນຄວນໄດ້ຮັບຈາກຖົ່ວເຫຼືອງ ຫຼືນໍ້ານົມຖົ່ວເຫຼືອງ, ທົດແທນຊີ້ນສັດ, ໄຂ່ກິນໄດ້ບາງຄັ້ງ
  • ຜັກ: ຄວນກິນປະເພດຫົວຫອມບົ່ວໃຫຍ່, ຜັກຫົມ, ກະທຽມ ທີ່ຊ່ວຍກະຕຸ້ນສ້າງພູມຄຸ້ມກັນ
  • ໝາກໄມ້: ກິນໄດ້ຫຼາຍຊະນິດ ຍົກເວັ້ນ ກ້ວຍ, ແຄນຕາລູບ, ແຕງໂມ, ໝາກມ່ວງ , ໝາກຫຸ່ງ ເພາະຍ່ອຍຍາກ ເຮັດໃຫ້ກະເພາະລະຄາຍເຄືອງ
  • ເຄື່ອງດື່ມ: ຄວນດື່ມຊາ, ກາເຟ ແລະວາຍແດງ, ຄວນຫຼີກລຽງ ການດື່ມເບຍ ໂຊດາ, ນໍ້າອັດລົມ ເພາະເຮັດໃຫ້ມີກົດໃນກະເພາະອາຫານ
  1. ກຸບເລືອດ B ເປັນກຸບທີ່ກິນໄດ້ທັງຊີ້ນສັດ ແລະຜັກໃນປະລິມານທີ່ພໍດີ, ເລືອດມີຄວາມເຂັ້ມຂຸ້ນໃນລະດັບດີ, ເປັນຄົນອ້ວນໄດ້ງ່າຍ ແລະພູມຄຸ້ມກັນບົກພ່ອງໄດ້ງ່າຍ ບາງຄົນອາດມີບັນຫາເລື່ອງການຕິດເຊື້ອໄວລັດ, ມີລະບົບປະສາດບໍ່ດີ, ມີອາການເຈັບຕາມຄໍ່ຕະຫຼອດ ແລະມີໂອກາດເກີດພູມແພ້ໃນຕົນເອງ, ສຳລັບຄົນກຸບເລືອດນີ້ຈະບໍ່ມີແນວໂນ້ມຈະເປັນພະຍາດມະເຮັງ ຫຼືຫົວໃຈ ອາຫານທີ່ຄວນກິນ ແລະຫຼີກລຽງມີຄື:
  • ອາຫານ: ຊີ້ນທີ່ຄວນກິນແມ່ນຊີ້ນກະຕ່າຍ, ແກະ, ກວາງ, ໄກ່ງວງ, ປາແຊວມອນ ແຕ່ຊີ້ນໄກ່, ກຸ້ງ, ປູ, ຫອຍແຄງຄວນຫຼີກລຽງ ເພາະມີຜົນຕໍ່ການເຮັດວຽກຂອງລະບົບຕ່າງໆໃນຮ່າງກາຍ. ສ່ວນນົມ, ເນີຍ, ໄຂ່ ກິນໄດ້ໃນປະລິມານທີ່ເໝາະສົມ, ຫຼີກລຽງການກິນແປ້ງສາລີ, ຖົ່ວດິນ ເພາະບໍ່ດີຕໍ່ລະບົບເຜົາຜານ
  • ຜັກ: ຄວນກິນກະຫຼໍາປີ, ຫົວຫອມບົ່ວໃຫຍ່, ຂີງ, ຜັກສີຂຽວ ສາມາດຊ່ວຍປ້ອງກັນພູມແພ້ໄດ້
  • ໝາກໄມ້: ກິນໄດ້ທຸກຊະນິດ ໂດຍສະເພາະໝາກນັດ ຊ່ວຍໃຫ້ເລືອດໝູນວຽນໄດ້ດີ ແຕ່ຄວນຫຼີກລຽງໝາກພິລາ
  • ເຄື່ອງດື່ມ: ຄວນດື່ມນໍ້າຂີງ, ຊາຂຽວ ເພາະຊ່ວຍບຳລຸງປະສາດ
  1. ກຸບເລືອດ AB ບໍ່ຄວນກິນຊີ້ນສັດ ແລະກິນຜັກຫຼາຍເກີນໄປ ເພາະຄົນກຸບເລືອດນີ້ມີກົດໃນກະເພາະອາຫານຕໍ່າ, ຄວນຫຼີກລຽງອາຫານທີ່ດອງ ເພາະມັນບໍ່ດີຕໍ່ສຸຂະພາບ ມັກມີບັນຫາເລື່ອງພູມຄຸ້ມກັນອ່ອນແອ ສ່ຽງຕໍ່ການເປັນພະຍາດຫົວໃຈ, ມະເຮັງ ແລະເບົາຫວານ, ອາຫານທີ່ຄວນກິນ ແລະຫຼີກລຽງມີຄື:
  • ອາຫານ: ຄວນກິນເຕົາຫູ້, ອາຫານຈາກຖົ່ວເຫຼືອງ, ຊີ້ນສັດຄວນທີ່ກິນຄື ຊີ້ນແກະ, ກະຕ່າຍ, ກວງ, ໄກ່ງວງ. ສ່ວນຊີ້ນໄກ່, ປາ ຄວນຫຼີກລຽງ ເພາະຍ່ອຍຍາກ ແລະເປັນພິດຕໍ່ລະບົບທາງເດີນອາຫານ
  • ຜັກ: ກິນໄດ້ທຸກຊະນິດ
  • ໝາກໄມ້: ຄວນກິນເຊີລີ່, ໝາກນັດ, ໝາກກ້ຽງໃຫຍ່, ອະງຸ່ນ ເພາະຊ່ວຍສ້າງຄວາມສົມດູນຂອງກົດໃນເນື້ອເຍື່ອ ຄວນຫຼີກລຽງ ໝາກກ້ວຍ, ໝາກສີດາ, ໝາກມ່ວງ
  • ເຄື່ອງດື່ມ: ຄວນດື່ມວາຍແດງ ແຕ່ຄວນກິນມື້ລະ 1 ແກ້ວ ເພື່ອຊ່ວຍເສີມສ້າງພູມຕ້ານທານຂອງຫົວໃຈ ແລະມະເຮັງ, ຊາຂຽວ ຊ່ວຍຟື້ນຟູລະບົບພູມຄຸ້ມກັນ ຫຼືນໍ້າອຸ່ນ ປະສົມນໍ້າໝາກນາວ ດື່ມຕອນເຊົ້າເພື່ອຊ່ວຍໃນການຍ່ອຍ ແລະສ້າງລະບົບລຳໄສ້ໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...