HomeມູມໄອທີລາວSamsung ປະກາດຢຸດຈຳໜ່າຍແລະປ່ຽນເຄື່ອງ Galaxy Note7 ທົ່ວໂລກ ຫຼັງເຄື່ອງມີບັນຫາໃນຮອບ 2 ພ້ອມທັງບອກໃຫ້ຜູ້ໃຊ້ຢຸດໃຊ້ງານເຄື່ອງກ່ອນ

Samsung ປະກາດຢຸດຈຳໜ່າຍແລະປ່ຽນເຄື່ອງ Galaxy Note7 ທົ່ວໂລກ ຫຼັງເຄື່ອງມີບັນຫາໃນຮອບ 2 ພ້ອມທັງບອກໃຫ້ຜູ້ໃຊ້ຢຸດໃຊ້ງານເຄື່ອງກ່ອນ

Published on

ເບິ່ງຈາກສະຖານະການຫຼ້າສຸດຂອງສະມາດໂຟນເຮືອທຸງລຸ້ນໃໝ່ຂອງ Samsung ຄື: Galaxy Note7 ຄົງຈະບໍ່ສູ້ດີແລ້ວ, ເມື່ອເຄຶ່ອງຮອບ 2 ທີ່ຊຳຊຸງໄດ້ເປີດຈຳໜ່າຍແລະໃຫ້ຜູ້ໃຊ້ໄດ້ປ່ຽນເຄື່ອງນັ້ນ ມີລາຍງານວ່າເກີດລະເບີດຂຶ້ນ ຈົນເຮັດໃຫ້ຜູ້ໃຊ້ໄດ້ຮັບຄວາມເສຍຫາຍຫຼາຍລາຍ (ທາງເຮົາບໍ່ໄດ້ນຳສະເໜີຂ່າວ).

ຫຼ້າສຸດນີ້ເອງທາງບໍລິສັດ Samsung ກໍໄດ້ອອກມາກ່າວວ່າ: “ພວກເຮົາກຳລັງເຮັດວຽກຮ່ວມກັບໜ່ວຍງານກຳກັບເບິ່ງແຍງທີ່ກ່ຽວຂ້ອງເພື່ອກວດສອບລາຍງານຫຼ້າສຸດກ່ຽວກັບ Galaxy Note7 ໃນຕອນນີ້. ເພາະຄວາມປອດໄພຂອງຜູ້ຊົມໃຊ້ຖືເປັນເລື່ອງສຳຄັນທີ່ສຸດສຳລັບເຮົາ” 

ນອກຈາກນີ້ ທາງ Samsung ກໍຍັງຈະຂໍໃຫ້ຜູ້ໃຫ້ບໍລິການແລະຄູ່ຄ້າລາຍຍ່ອຍອື່ນໆໃນທົ່ວໂລກຢຸດການວາງຈຳໜ່າຍແລະແລກປ່ຽນ Galaxy Note7 ໄປກ່ອນ, ໃນຂະນະທີ່ຍັງມີການກວດສອບຫາຄວາມຈິງທີ່ເກີດຂຶ້ນນີ້. ໂດຍຍັງບອກເພີ່ມຕື່ມອີກວ່າ “ຫາກໃຜເປັນເຈົ້າຂອງເຄື່ອງ Galaxy Note7 ທັງລຸ້ນທຳອິດ ແລະລຸ້ນປ່ຽນໃໝ່ ໃຫ້ມອດເຄື່ອງແລະຢຸດໃຊ້ໂທລະສັບລຸ້ນດັ່ງກ່າວນີ້ໄປກ່ອນ”

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: Samsung News

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...