Homeຂ່າວທ້ອງຖິ່ນເມືອງຫົງ​ສາ ຈັດປະ​ກວດ​ອາຫານ​ພື້ນເມືອງ ​ໃນງານບຸນຊ່ວງເຮືອ

ເມືອງຫົງ​ສາ ຈັດປະ​ກວດ​ອາຫານ​ພື້ນເມືອງ ​ໃນງານບຸນຊ່ວງເຮືອ

Published on

ການ​​ປະ​ກວດ​ພາ​ເຂົ້າ​ອາຫານ​ພື້ນ​ເມືອງ ​ເນື່ອງ​ໃນ​ໂອກາດ ບຸນ​ຊ່ວງເຮືອຍາວ ປະຈຳ​ປີຂອງ​ເມືອງ​ ຫົງສາ ແຂວງໄຊຍະບູລີ ແມ່ນໄດ້ຈັດຂຶ້ນ ໃນວັນທີ 8 ແລະ ວັນທີ 9 ເດືອນຕຸລາ 2016 ນີ້. ຢູ່ທີ່ເດີ່ນ ທ່ານ້ຳແກນ ບ່ອນຊ່ວງເຮືອ. ​​ໂດໃຫ້ກຽດເຂົ້າ​ຮ່ວມງານຄັ້ງນີ້​ ​ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກົມການເມືອງສູນກາງພັກ ອາດີດຮອງນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ, ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆ ໄຊຍະບູລີ, ມີຄະນະອຳນາດການປົກຄອງເມືອງ, ຄະນະປະທານຈັດ​ງານ​ບຸນຊ່ວງເຮືອ​ປະຈຳ​ປີ ຂອງ​​ເມືອງ​ຫົງ​ສາ, ມີ​ຄະນະ​ກຳມະການກວດກາໃຫ້ຄະແນນ, ແຂກ​ຖືກ​ເຊີນ​ຈາກ​ບັນດາ​ເມືອງ​ອ້ອມ​ຂ້າງ-ໃກ້​ຄຽງ​ ​ແລະ ບ້ານ​ທີ່​ມີ​ພາ​ເຂົ້າ​ອາຫານ​ພື້ນ​ເມືອງ​ພາຍ​ໃນເທດສະບານ​ເມືອງເຂົ້າ​ຮ່ວມ.​

%e0%ba%ab%e0%ba%bb%e0%ba%87%e0%ba%aa%e0%ba%aa%e0%ba%ab%e0%ba%bb%e0%ba%87%e0%ba%aa%e0%ba%b2%e0%ba%b2k

ເຊິ່ງການປະ​ກວດ​ ພາ​ເຂົ້າ​ອາ​ຫານ​ພື້ນ​ເມືອງ​ໃນ​ຄັ້ງ​ນີ້, ປະກອບມີທັງ​ໝົດ 12 ບ້ານ​ເຂົ້າຮ່ວມຄື: ບ້ານ ສີ​ບຸນ​ເຮືອງ, ບ້ານ ຈຳປາ, ບ້ານ ​ໂພນ​ສະອາດ, ບ້ານ ຈອມ​ແຈ້ງ, ບ້​ານ ​ໂພນ​ໄຊ, ບ້ານ ວຽງ​ແກ້ວ, ບ້ານ ​ເມືອງ​ຫານ, ບ້ານ​ ສີ​ມຸງຄຸນ, ບ້ານ ​ໂພນ​ຈັນ, ບ້ານ ​ແທ່ນ​ຄຳ, ບ້ານ ນາ​ແກ່ນ​ ​ແລະ ບ້ານ​ນາ​ສ້າ​ນ

%e0%ba%ab%e0%ba%bb%e0%ba%87%e0%ba%aa%e0%ba%b2%e0%ba%b2%e0%ba%b2%e0%ba%b2%e0%ba%ab%e0%ba%bb%e0%ba%87%e0%ba%aa%e0%ba%b2%e0%ba%b2%e0%ba%b2

ການປະກວດພາ​ເຂົ້າ​ອາ​ຫານ​ພື້ນ​ເມືອງ ແມ່ນມີເງື່ອນໄຂການໃຫ້ຄະແນນ​ຄື: ມີອາຫານຄົບ 5 ໝູ່, ມີລົດຊາດດີ, ສະອາດຖືກຫຼັກອະນາໄມ, ການຕົບແຕ່ງອາຫານຈົບງາມ ລວມຮອດການນຸ່ງຖືເຈົ້າຂອງພາເຂົ້າອາຫານພື້ນເມືອງ. ເຊິ່ງການປະກວດຄັ້ງນີ້, ແບ່ງ​ອອກ​ເປັນ 2 ວັນ ຄື: ​ວັນ​ທີ 8 ແລະ ວັນທີ 9, ປະກວດວັນ​ລະ 6 ບ້ານ ລວມແລ້ວ ມີ  12 ພາ​ເຂົ້າ ​ແລະ ຜົນ​ປະກົດ​ວ່າ: ທີ່ 1 ບ້ານ ເມືອງຫານ ໄດ້ຄະແນນຈາກກຳມະການໄປ 48 ຄະແນນ ​ໄດ້ລາງວັນຂັນຢາງ 1 ໜ່ວຍ ແລະ ​ເງິນ​​ຈຳນວນ 800.000 ກີບ, ທີ່ 2 ບ້ານ ນາແກ່ນຄຳ ໄດ້ຄະແນນຈາກກຳມະການໄປ 47 ຄະແນນ ໄດ້ລາງວັນຂັນຢາງ 1 ໜ່ວຍ ແລະ ​ເງິນ​ລາງວັນ​ ຈຳນວນ 700.000 ກີບ, ທີ່ 3 ບ້ານ ​ວຽງແກ້ວ ໄດ້ຄະແນນຈາກກຳມະການໄປ 46 ຄະແນນ ໄດ້ລາງວັນຂັນຢາງ 1 ໜ່ວຍ ແລະ ເງິນ​ລາງວັນ​ ຈຳນວນ 600.000 ກີບ, ສ່ວນ 9 ບ້ານດັ່ງກ່າວ ​​ ແມ່ນ​ໄດ້​ລາງວັນ​ຊົມ​ເຊີຍ

ຖ່າຍພາບ ແລະ ຂ່າວ: ກິດຕິສັກ ບົວໄລ

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...