Homeນານາສາລະ7 ວິທີຊ່ວຍຫຼຸດ ອາການປາກເໝັນຈາກກະທຽມ

7 ວິທີຊ່ວຍຫຼຸດ ອາການປາກເໝັນຈາກກະທຽມ

Published on

ກະທຽມ ມີຄຸນປະໂຫຍດຫຼາຍຢ່າງຕໍ່ສຸຂະພາບ ໂດຍສະເພາະການກິນກະທຽມສົດ ແຕ່ມີຫຼາຍໆຄົນເມື່ອເຫັນກະທຽມສົດຈະມັກເຂ່ຍຖິ້ມ ເພາະເຜັດ ແລະບໍ່ມັກກິ່ນຂອງມັນ, ເຊິ່ງຄວາມເຜັດນັ້ນ ບຶດດຽວກໍເຊົາ ແຕ່ກິ່ນທີ່ຕິດປາກນັ້ນຕິດດົນ ແລະຫຼາຍໆຄົນກໍບໍ່ກ້າທີ່ຈະກິນ ເພາະບໍ່ໝັ້ນໃຈ. ມື້ນີ້ເຮົາມີວິທີດັບກິ່ນຈາກຫອມ ແລະກະທຽມມາບອກກັນ

  1. ໃບສີດາ: ການກິນຫອມ, ກະທຽມ ສາມາດເອົາໃບສີດາມາດັບກິ່ນໄດ້ ໂດຍການເອົາໃບສີດາມາລ້າງໃຫ້ສະອາດ 2-3 ໃບ ເອົາມາຫຍໍ້າ ແລ້ວຄາຍອອກ ແລະກົ້ວປາກດ້ວຍນໍ້າເກືອ
  2. ແອັບເປິ່ນ: ເພາະໃນແອັບເປິ່ນປະກອບດ້ວຍເອນໄຊອອກຊິເດດ ທີ່ປ່ອຍປະຕິກິລິຍາທາງເຄມີອອກມາດັບກິ່ນເໝັນຂອງສານກຳມະຖັນ ດັ່ງນັ້ນ ຢ່າລືມຊອກແອັບເປິ່ນມາກິນ ຫຼັງຈາກກິນກະທຽມແລ້ວ
  3. ກາເຟດຳ: ຫຼັງຈາກກິນກະທຽມແລ້ວ ໃຫ້ກິນກາເຟດຳ 1 ແກ້ວ ກິ່ນຂອງກາເຟ ຈະຊ່ວຍດັບກິ່ນບໍ່ປະສົງ ທີ່ເກີດຈາກອາຫານຈຳພວກກະທຽມໄດ້
  4. ຊາ: ໂດຍການກິນຊາຂຽວ ເພາະຊາຂຽວມີສານໂພລີຟິນນອລ ທີ່ຊ່ວຍດັບກິ່ນໄດ້
  5. ໝາກນາວ: ເອົາໝາກນາວມາປາດເປັນປ່ຽງ ໂດຍບໍ່ປອກເປືອກ ແລ້ວເອົາມາຫຍໍ້າ ເພື່ອໃຫ້ກົດໃນໝາກນາວຊ່ວຍດັບກິ່ນ
  6. ກິນນົມສົດ: ວິທີທີ່ດີຄືກິນພ້ອມກັບອາຫານ ເພື່ອໃຫ້ໄຂມັນຈາກນົມ ຊ່ວຍໃຫ້ສານປະກອບກຳມະຖັນເປັນກາງໄດ້ ໂດຍສະເພາະນົມທີ່ມີໄຂມັນແມ່ນດີທີ່ສຸດ
  7. ນໍ້າຢາຫຼຸດກິ່ນປາກສູດຂີງ ແລະໝາກນາວ: ໂດຍການເອົາໝາກນາວ 1 ບ່ວງ, ນໍ້າຂີງສົດ 1 ບ່ວງ ແລະນໍ້າອຸ່ນ 1 ແກ້ວ ເອົາມາປະສົມໃຫ້ເຂົ້າກັນ ແລ້ວໃຊ້ກົ້ວປາກຫຼັງຈາກກິນອາຫານ

ກະທຽມເປັນສະໝຸນໄພປະເພດໜຶ່ງທີ່ມີປະໂຫຍດກັບຮ່າງກາຍຫຼາຍ ດັ່ງນັ້ນ ຢ່າຟ້າວວ່າບໍ່ກິນກະທຽມ ເພາະກິ່ນມັນແຮງ ລອງເອົາວິທີທີ່ເວົ້າມານີ້ໄປເຮັດເບິ່ງຈະເຫັນຜົນໄດ້ແນ່ນອນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...