spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 8 ຕຸລາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 8 ຕຸລາ

Published on

ວັນທີ 8 ຕຸລາ ປີ 2010 ຫຼືມື້ນີ້ເມື່ອ 6 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Castlevania: Lords of Shadow ເທິງເຄື່ອງ PS3 ແລະ Xbox 360 ທີ່ກຸ່ມປະເທດສະຫະລາດອານາຈັກ. ໂດຍ Lords of Shadow ນີ້ຖືເປັນໂປຣເຈັກພາກຣີບູດຂອງ Castlevania ທີ່ທາງ Konami ມອບໝາຍໃຫ້ບໍລິສັດ MercurySteam ຈາກປະເທດສະເປນເປັນຜູ້ພັດທະນາ ພ້ອມກັບມີທີມ Kojima Productions ເປັນທີ່ປຶກສາ, ເຊິ່ງໂຄງການ Lords of Shadow ນັ້ນມີການວາງແຜນໃນຕອນທຳອິດວ່າຈະອອກເປັນແບບໄຕພາກ ໄດ້ແກ່: Lords of Shadow, Lords of Shadow – Mirror of Fate ແລະ Lords of Shadow 2. ເຊິ່ງ Lords of Shadow ພາກທຳອິດກໍຄືຈຸດເລີ່ມຕົ້ນຂອງການຕີຄວາມທີ່ມາຂອງແດຣັກຄູລ້າໃໝ່ ພ້ອມກັບໃຊ້ໂລເຄຊັ່ນຫຼັກເປັນຍຸກກາງໃນຢຸໂຣບຕອນໃຕ້.

ເນື້ອເລື່ອງຂອງ Castlevania: Lords of Shadow ຈະກ່າວເຖິງ ເກບຣຽວ ເບລມອນ (Gabriel Belmont) ນັກຮົບພາຄີແຫ່ງແສງທີ່ສູນເສຍ ມາຣີ (Marie) ເມຍຜູ້ເປັນທີ່ຮັກໄປ, ໂດຍເກບຣຽວໄດ້ສືບຮູ້ມາວ່າເຈົ້າແຫ່ງຄວາມມືດ (Lords of Shadow) ທັງ 3 ຄົນເປັນຜູ້ຄອບຄອງຊິ້ນສ່ວນຂອງ ໜ້າກາກເທວະ (God Mask) ກັນຄົນລະອັນ ເຊິ່ງໜ້າກາກເທວະທີ່ເວົ້ານີ້ມີພະລັງທີ່ສາມາດຄືນຊີບໃຫ້ກັບຄົນຕາຍໄດ້, ດັ່ງນັ້ນເກບຣຽວຈຶ່ງບຸກໄປທີ່ຮັງຂອງເຈົ້າແຫ່ງຄວາມມືດແລະລວບລວມຊິ້ນສ່ວນໜ້າກາກເທວະມາໃຫ້ຄົບເພື່ອທີ່ຈະຊຸບຊີວິດມາຣີໃຫ້ໄດ້. ແຕ່ແລ້ວເລື່ອງລາວທັງໝົດກໍເປີດເຜີຍ ຄວາມຈິງແລ້ວເຈົ້າແຫ່ງຄວາມມືດທັງ 3 ໄດ້ແກ່: ຄໍຣ໌ເນລ (Cornell), ຄາຣ໌ມິລລ້າ (Carmilla) ແລະ ໂຊເບກ (Zobek) ຕ່າງກໍເຄີຍເປັນຜູ້ຮ່ວມກໍ່ຕັ້ງພາຄີແຫ່ງແສງທີ່ເກບຣຽວສັງກັດຢູ່ ໂດຍ 3 ຄົນນີ້ເຄີຍຮ່ວມຕໍ່ສູ້ໃນສົງຄາມເພື່ອເປັນການຮັບໃຊ້ພະເຈົ້າມາຢ່າງດົນນານ ສຸດທ້າຍພໍສົງຄາມສິ້ນສຸດລົງ ທັງ 3 ຄົນກໍຢາກໄປຢູ່ຄຽງຂ້າງພະເຈົ້າເທິງສະຫວັນ ກໍເລີຍເຮັດພິທີສົ່ງວິນຍານໂຕເອງຂຶ້ນໄປ ແຕ່ວ່າສິ່ງທີ່ຂຶ້ນໄປເທິງສະຫວັນພັດມີພຽງຈິດໃຈດ້ານດີຂອງ ຄໍຣ໌ເນລ, ຄາຣ໌ມິລລ້າ ແລະໂຊເບກ (ປະມານວ່າພະເຈົ້າເລືອກເອົາແຕ່ດ້ານທີ່ດີໆໄປຢູ່ກັບໂຕເອງ), ສ່ວນຮ່າງກາຍແລະຈິດໃຈດ້ານມືດພັດຕິດຢູ່ເທິງໂລກມະນຸດເຮັດໃຫ້ຫຼອມລວມກັນກາຍເປັນຜີສາດ Lords of Shadow ທັງ 3 ໄປເລີຍ, ບໍ່ພໍເທົ່ານັ້ນເມື່ອເກບຣຽວລວບລວມຊິ້ນສ່ວນໜ້າກາກເທວະໄດ້ຄົບ ປະກົດວ່າໜ້າກາກພັດບໍ່ມີພະລັງຊຸບຊີວິດຄົນຕາຍແຕ່ຢ່າງໃດ ເຊິ່ງມີພຽງແຕ່ຊ່ອຍໃຫ້ເກບຣຽວໄດ້ແນມເຫັນວິນຍານຂອງມາຣີມີຊີ້ນໜັງຄືກັບຕອນທີ່ມີຊີວິດຢູ່ເທົ່ານັ້ນ. 

ນອກຈາກນີ້ໃນເນື້ອເລື່ອງຈາກ DLC ຂອງເກມຍັງມີການເຜີຍອີກວ່າ ຫຼັງຈາກທີ່ Lords of Shadow ທັງ 3 ເສຍຊີວິດລົງ ກໍເຮັດໃຫ້ຜີສາດ The Forgotten One ທີ່ທັງ 3 ເຄີຍຜະນຶກເອົາໄວ້ສະໄໝທີ່ຍັງເປັນມະນຸດຫຼຸດອອກມາໄດ້ແລະໝາຍຈະທຳລາຍໂລກໃຫ້ຈົບສິ້ນ ເກບຣຽວທີ່ກຳລັງສິ້ນຫວັງຈາກການຊຸບຊີວິດມາຣີບໍ່ໄດ້ກໍໄດ້ຮັບການຂໍຮ້ອງຈາກ ລໍຣ້າ (Laura) ທີ່ເປັນລູກລ້ຽງຂອງຄາຣ໌ມິລລ້າໃຫ້ຊ່ອຍໄປກຳຈັດຜີສາດຕົນນີ້ ແລະພໍເກບຣຽວກັບລໍຣ້າຊ່ອຍກັນເປີດປະຕູມິຕິເພື່ອທີ່ຈະບຸກໄປຂ້າ The Forgotten One ຈົນສຳເລັດ, ລໍຣ້າກໍບອກເກບຣຽວວ່າໃນມິຕິດັ່ງກ່າວມະນຸດທົ່ວໄປຈະບໍ່ສາມາດມີຊີວິດຢູ່ໄດ້ ເຊິ່ງເກບຣຽວຈະຕ້ອງດື່ມເລືອດຂອງລໍຣ້າຈົນໝົດເພື່ອປ່ຽນເປັນແວມໄພຣ໌ກ່ອນ, ເກບຣຽວຈຶ່ງຕັດສິນໃຈປະຖິ້ມຄວາມເປັນມະນຸດຂອງຕົນເອງແລ້ວເຂົ້າໄປສັງຫານ The Forgotten One ແລະຊ່ອຍໂລກໄວ້ໄດ້ອີກເທື່ອ ກ່ອນທີ່ຈະຫຼົບໜີໄປໃຊ້ຊີວິດຢູ່ຄົນດຽວຫຼາຍສະຕະວັດໃນຖານະແວມໄພຣ໌ທີ່ເຄີຍຖືກພະເຈົ້າຕົວະໃຊ້. 

ລະບົບການຫຼິ້ນຂອງ Lords of Shadow ຈະປ່ຽນຈາກແນວແອັກຊັ່ນລຸຍດ້ານຂ້າງ ມາເປັນແນວທີ່ເອີ້ນວ່າ Hack and Slash ຄ້າຍກັບເກມ God of War ຫຼື Devil May Cry, ເຊິ່ງອາວຸດຫຼັກຂອງເກບຣຽວຈະເປັນກາງເຂນທີ່ຍືດອອກມາເປັນແສ້ໄດ້ ໂດຍຈະມີອາວຸດເສີມເປັນມີດສັ້ນທີ່ໄດ້ຜົນດີຫາກໂຈມຕີສັດຕູທີ່ເປັນມະນຸດໝາປ່າ ຫຼືນ້ຳມົນທີ່ພວກແວມໄພຣ໌ແພ້ທາງເປັນຕົ້ນ ແລະເມື່ອເຮົາຫຼິ້ນໄປຮອດຊ່ວງໜຶ່ງ ເກບຣຽວຈະໄດ້ພະລັງ Light ແລະ Dark ມາໃຊ້ຄວບຄູ່ກັບແສ້. ເຊິ່ງພະລັງ Light ຈະຊ່ອຍໃຫ້ເວລາໂຈມຕີສັດຕູແລ້ວຈະດູດເອົາພະລັງຊີວິດມາເພີ່ມໃຫ້ໂຕເຮົາໄດ້, ສ່ວນພະລັງ Dark ຈະຊ່ອຍໃຫ້ໂຈມຕີສັດຕູໄດ້ແຮງຂຶ້ນ ຍິ່ງໄປກວ່ານັ້ນ ໂຕເກມຍັງມີລະບົບອັບເກຣດໂດຍນຳຄະແນນທີ່ໄດ້ຈາກການຂ້າສັດຕູມາໃຊ້ແທນເງິນເພື່ອອັບເກຣດໃຫ້ມີທ່າໃໝ່ໆໃຊ້ ລວມເຖິງຜູ້ຫຼິ້ນຕ້ອງນຳເກັບພລອຍສີຂຽວ, ຟ້າ ແລະແດງ ທີ່ຢູ່ກັບສົບທະຫານທີ່ເຊື່ອງຢູ່ຕາມສາກ ເພື່ອນຳມາຂະຫຍາຍເກດພະລັງຊີວິດແລະພະລັງ Light ກັບ Dark ໃຫ້ຍາວຂຶ້ນ ຈະໄດ້ໃຊ້ທ່າຕ່າງໆໄດ້ຫຼາຍເທື່ອນັ້ນເອງ.

Fact ເລັກນ້ອຍກ່ຽວກັບເກມ Castlevania: Lords of Shadow

  • Lords of Shadow ພາກທຳອິດນີ້ສາມາດເຮັດຍອດຂາຍລວມທົ່ວໂລກໄປໄດ້ 1.4 ລ້ານຊຸດ ແລະເປັນພາກທີ່ເຮັດຍອດຂາຍສູງສຸດນັບຕັ້ງແຕ່ເລີ່ມມີຊີຣີນີ້ມາ ໂດຍພາກທີ່ແຟນໆມັກຫຼາຍທີ່ສຸດແບບ Symphony of the Night ນຳມາເປັນອັນດັບ 2 ດ້ວຍຍອດຂາຍ 1.24 ລ້ານຊຸດທົ່ວໂລກ.

  • ໃນຕອນທຳອິດນັ້ນ ທາງທີມງານ MercurySteam ໄດ້ຂໍໃຫ້ ອຽນ ແມກເຄລເລນ (Ian McKellen) ນັກສະແດງອາວຸໂສທີ່ມີຜົນງານເດັ່ນຈາກບົດ ແກນດາບ ໃນຮູບເງົາ The Lord of the Rings ແລະ The Hobbit ມາເປັນຜູ້ພາກສຽງໂຕລະຄອນໂຊເບກ ແຕ່ດ້ວຍຄິວຂອງທ່ານແມກເຄລເລນນັ້ນຍາວຈົນບໍ່ສາມາດຮັບງານນີ້ໄດ້ ເຈົ້າໂຕເລີຍສະເໜີຊື່ ແພທຣິກ ສະຈ໊ວດ (Patrick Stewart) ໝູ່ທີ່ເປັນທີ່ຮູ້ຈັກຈາກບົດ ດ໋ອກເຕີ ຊາຣ໌ລ ເຊເວຍ ຈາກຮູບເງົາເລື່ອງ X-Men ມາເຮັດໜ້າທີ່ແທນ.

  • ສຳລັບເວີຊັ່ນ PS3 ໃນຕອນທີ່ຢູ່ໃນສາກ Loading ຂອງເກມ ຫາກຜູ້ຫຼິ້ນກົດປຸ່ມ ເທິງ, ເທິງ, ລຸ່ມ, ລຸ່ມ, ຊ້າຍ, ຂວາ, ຊ້າຍ, ຂວາ, ວົງມົນ, ຄູນ ກໍຈະປົດລ໋ອກ Cheat Menu ມາເພື່ອໂກງເກມໄດ້ ແຕ່ຂໍ້ຄວນລະວັງຄືການໃຊ້ Cheat Menu ຈະເຮັດໃຫ້ບໍ່ສາມາດເກັບໂທຣຟີ້ໃນເກມ ແລະຈະບໍ່ສາມາດບັນທຶກເກມໄດ້ນຳ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...