Homeຂ່າວເຫດການພັກຊີ້ບໍ່ໃຫ້ຜູ້ໃດຢູ່ເໜືອກົດໝາຍ

ພັກຊີ້ບໍ່ໃຫ້ຜູ້ໃດຢູ່ເໜືອກົດໝາຍ

Published on

ເມື່ອວັນທີ 5 ຕຸລາ 2016ຜ່ານມານີ້ ໃນໂອກາດໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກ ສານປະຊາຊົນສູງສຸດ ແລະ ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດຂອງສະຫາຍຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ທ່ານ ພັນຄໍາ ວິພາວັນ , ໂດຍສະຫາຍໄດ້ຍົກໃຫ້ເຫັນບາງບັນຫາທີ່ສອງອົງການສໍາຄັນດັ່ງກ່າວຕ້ອງໄດ້ເອົາໃຈໃສ່ໃນການເຄື່ອນໄຫວພາລະບົດບາດໜ້າທີ່ຂອງຕົນຄື: ໃນຕໍ່ໜ້ານີ້, ໜ້າທີ່ລວມຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຍັງແມ່ນການສືບຕໍ່ປັບປຸງບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ, ເຂັ້ມແຂງ, ໜຶ່ງໃນນີ້ແມ່ນສືບຕໍ່ປັບປຸງບູລະນະການຈັດຕັ້ງອົງການຕຸລາການກໍຄືອົງການສານປະຊາຊົນ ແລະ ອົງການໄອຍະການປະຊາຊົນໃຫ້ເປັນລະບົບຄົບຊຸດ, ປອດໄສ, ໜັກແໜ້ນເຂັ້ມແຂງ ແລະ ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ແລະ ສ້າງສັງຄົມໃຫ້ມີຄວາມຍຸຕິທໍາ ແລະ ອັນສໍາຄັນແມ່ນພັກ-ລັດເຮົາບໍ່ອະນຸຍາດໃຫ້ຜູ້ໃດ, ພະນັກງານ-ລັດຖະກອນໃດຢູ່ເໜືອກົດໝາຍ, ເວົ້າສະເພາະແມ່ນພະນັກງານຂົງເຂດຕຸລາການ ໃຊ້ສິດອໍານາດຂອງຕົນເປັນອາດຍາເຈົ້ານາຍ, ຢູ່ເໜືອປະຊາຊົນ ເພື່ອບັງຄັບ, ລະເມີດສິດ ແລະ ຜົນປະໂຫຍດຂອພົນລະເມືອງຕາມລໍາພັງໃຈ.

ສະຫາຍ ພັນຄໍາ ວິພາວັນ ກ່າວວ່າ: ສານປະຊາຊົນສູງສຸດ ແລະ ໄອຍະການສູງສຸດ, ແມ່ນອົງການຈັດຕັ້ງທາງການເມືອງທີ່ມີພາລະບົດບາດສໍາຄັນເພື່ອປະກອບສ່ວນເຮັດໃຫ້ສັງຄົມມີຄວາມຖືກຕ້ອງເປັນທໍາ, ມີຄວາມສະເໝີພາບ, ປອງດອງ, ມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍເທື່ອລະກ້າວ. ສະນັ້ນ, ຈົ່ງຮີບຮ້ອນນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ອົງຄະນະພັກແຕ່ລະອົງການຄັ້ງນີ້ໃຫ້ສະມາຊິກພັກ-ພະນັກງານທົ່ວອົງການໄດ້ເຊື່ອມຊຶມ ແລະ ກໍາແໜ້ນຢ່າງເລິກເຊິ່ງ ແລະ ນໍາໄປຜັນຂະຫຍາຍເປັນແຜນການ, ແຜນງານ ແລະ ໂຄງການໃຫ້ລະອຽດ, ທັງເອົາໃຈໃສ່ເຝິກຝົນຫລໍ່ຫລອມຕົນເອງໃນທຸກດ້ານ, ມີແບບແຜນດໍາລົງຊີວິດບໍລິສຸດສັດຊື່, ໂປ່ງໃສ, ມີຈັນຍາບັນ-ຈັນຍາທໍາໜັກແໜ້ນ, ຕ້ານການຫລີ້ນກິນຟູມເຟືອຍທຸກຮູບແບບ, ເປັນແບບຢ່າງທີ່ດີໃນການສຶກສາອົບຮົມຄອບຄົວ, ລຸກຫລານ, ຍາດພີ່ນ້ອງ ແລະ ສັງຄົມ ເພື່ອໃຫ້ເຄົາລົບລະບຽບກົດໝາຍບ້ານເມືອງ.

ຂ່າວ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...