spot_img
Homeປະເພນີ-ວັດທະນະທຳລັກສະນະຂອງຊາຍ ແລະຍິງທີດີທີ່ຄວນເລືອກມາເປັນຄູ່ຄອງ

ລັກສະນະຂອງຊາຍ ແລະຍິງທີດີທີ່ຄວນເລືອກມາເປັນຄູ່ຄອງ

Published on

ການເລືອກຄູ່ຄອງ ເປັນເລື່ອງໜຶ່ງທີ່ສຳຄັນຢ່າງຍິ່ງສຳລັບທຸກຄົນທັງຍິງ ແລະຊາຍທີ່ມັກຮັກກັນນັ້ນ ຄວນມີການຕຶກຕອງ ພິຈາລະນາຢ່າງຖີ່ຖ້ວນຕໍ່ຕົນເອງກັບຄົນທີ່ເຮົາກຳລັງຄົບຢູ່ນັ້ນເສຍກ່ອນ. ທຸກຄົນເກີດມາ ແນ່ນອນກໍຕ້ອງມີຄູ່ຄອງດ້ວຍກັນທັງນັ້ນ ມັນບໍ່ສະເໝີໄປທຸກຄົນຈະຢູ່ໂດດດ່ຽວໄປຈົນຕະຫຼອດຊີວິດ. ການເລືອກຄູ່ຄອງນີ້ ມັນເປັນບັນຫາໜຶ່ງທີ່ບໍ່ແມ່ນເລື່ອງງ່າຍດາຍສຳລັບຄົນເຮົາ. ເວົ້າງ່າຍໆຄືເຮົາຄວນຄຳນຶງວ່າຄູ່ຊີວິດກໍຕ້ອງເປັນຄູ່ຊີວິດແທ້ໆ ມັນບໍ່ແມ່ນຂອງຫຼິ້ນທົ່ວໄປ ເຮົາຄວນຮູ້ຈັກວ່າອັນໃດຄວນ ອັນໃດບໍ່ຄວນ

  1. ຜູ້ຊາຍ ທີ່ດີຕ້ອງກໍປະກອບດ້ວຍລັກສະນະດັ່ງລຸ່ມນີ້:
  • ມີຮູບຮ່າງສົມບູນ ແຂງແຮງ
  • ມີຄຸນສົມບັດ, ມີຄວາມຮູ້, ຮູ້ຈັກສິນລະທຳ, ເຄົາລົບຕໍ່ກົດໝາຍ ແລະຮີດຄອງປະເພນີຂອງບ້ານເມືອງ
  • ມີຖານະມີເຮືອນຊານບ້ານຊ່ອງ, ມີວຽກເຮັດງານທຳ
  • ມີຄວາມຮັກທີ່ບໍລິສຸດ ແລະຊື່ສັດຕໍ່ກັນ

ຜູ້ຊາຍທີ່ມີລັກສະນະແນວນີ້ ຖືວ່າເປັນຊາຍທີ່ດີມີຄວາມພຽບພ້ອມທຸກຢ່າງ ທີ່ຜູ້ຍິງຄວນຈະເລືອກມາເປັນຄູ່ຄອງ

  1. ຜູ້ຍິງ ທີ່ດີທີ່ສົມຄວນຈະໃຫ້ຊາຍເລືອກມາເປັນຄູ່ຄອງ

ຜູ້ຍິງນອກຈາກຈະເປັນເມຍແລ້ວ ຈະຕ້ອງເປັນແມ່ເຮືອນທີ່ດີອີກດ້ວຍ ຈິ່ງຕ້ອງເພີ່ມລັກສະນະແມ່ເຮືອນທີ່ດີເຂົ້ານຳອີກ ຄືຕ້ອງຮູ້ຈັກເຮືອນ 3 ນໍ້າ 4  ຄື:

#  ເຮືອນ 3 ມີ

  • ເຮືອນນອນ: ບ່ອນຢູ່ ບ່ອນນອນຕ້ອງມ້ຽນມັດເປັນລະບຽບຮຽບຮ້ອຍຈົບງາມ.
  • ເຮືອນຄົວ: ທຸກຢ່າງຖ້ວຍ, ໝໍ້, ບ່ວງຈອງ ເຄື່ອງຕ່າງໆເຫຼົ່ານີ້ຕ້ອງໝັ່ນລ້າງ, ຈັດແຈງໃຫ້ເປັນລະບຽບ ແລະ ຕ້ອງໝັ່ນປັດກວາດໃຫ້ສະອາດ
  • ເຮືອນຜົມ: ຕ້ອງໝັ່ນສະ, ຫວີ ,ມ້ວນໄວ້ໃຫ້ຮຽບຮ້ອຍ ແລະແຕ່ງກາຍໃຫ້ຈົບງາມ

#   ນໍ້າ 4 ມີ

  • ນໍ້າໃຈ: ຕ້ອງບໍລິສຸດຊື່ສັດ ແລະກວ້າງຂວາງ.
  • ນໍ້າດື່ມ: ບໍ່ໃຫ້ຂາດແຂກມາຢາມຕ້ອງໄດ້ດື່ມນໍ້າ.
  • ນໍ້າໃຊ້: ຕ້ອງຕັກນໍ້າມາໄວ້ບໍ່ໃຫ້ຂາດອຸຂາດແອ່ງ.
  • ນໍ້າບອກປູນ: ປູນໃນກະບອກບໍ່ໃຫ້ແຫ້ງ, ແຂກມາຢາມເຮືອນໃຫ້ແຂກໄດ້ຄ້ຽວໝາກ ແຕ່ໃນສະໄໝນີ້ຈະສາມາດປ່ຽນແທນດ້ວຍເຂົ້າໜົມ, ໝາກໄມ້,ິ ເຊິ່ງເປັນສິ່ງທີ່ເອົາມາຕ້ອນຮັບແຂກທີ່ມາຢາມເຮືອນ

ຖ້າແມ່ຍິງຄົນໃດຫາກຮູ້ຈັກ ເຮືອນສາມ ນໍ້າສີ່ ນັ້ນ ສະແດງວ່າແມ່ຍິງຄົນນັ້ນເປັນຄົນທີ່ດີມີຄຸນສົມບັດພຽບພ້ອມທຸກຢ່າງ ເຊິ່ງຊາຍໃດເຫັນກໍຢາກຈະເອົາມາເປັນຄູ່ຄອງ

ພາບປະກອບ: ຍິງຊາຍ ຫຼວງພະບາງໃນອະດີດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...