Homeຂ່າວທ້ອງຖິ່ນຄັດເລືອກຊ້າງຄຳຮູ້ 5 ເຊືອກ ເຂົ້າຮ່ວມສະຫລອງ ວັນສັບປະດາລຶບລ້າງຄວາມທຸກຍາກ

ຄັດເລືອກຊ້າງຄຳຮູ້ 5 ເຊືອກ ເຂົ້າຮ່ວມສະຫລອງ ວັນສັບປະດາລຶບລ້າງຄວາມທຸກຍາກ

Published on

ໃນວັນທີ 5 ຕຸລາ 2016 ນີ້ ອໍານາດການປົກຄອງ ແຂວງໄຊຍະບູລີ ໄດ້ເປີດເຜີຍວ່າຕົນເອງ ໄດ້ຄັດເລືອກ ເອົາຊ້າງຄໍາຮູ້ 5 ເຊືອກ ເພື່ອເຂົ້າຮ່ວມ ສະເຫລີມສະຫລອງ ວັນອາຫານໂລກ, ວັນສາກົນ ແລະ ວັນສັບປະດາແຫ່ງຊາດ ລຶບລ້າງຄວາມທຸກຍາກ ຂະນະທີ່ ລັດຖະບານລາວ ກໍໄດ້ຕັ້ງເປົ້າໝາຍ ສູ້ຊົນຜະລິດ ສະບຽງອາຫານ, ການເຂົ້າເຖິງແຫຼ່ງສະບຽງອາຫານຂອງຊຸມຊົນ ຢ່າງຕັ້ງໜ້າເພື່ອແກ້ໄຂ ໄພອຶດຫີວ ແລະ ລຶບລ້າງຄວາມທຸກຍາກ ພາຍໃນປະເທດ ໃຫ້ຫລຸດນ້ອຍ ຖອຍລົງເທື່ອລະກ້າວ.
ທ່ານ ຄຳຫຼ້າ ຜີວວັນນາ ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ຊີ້ແຈງວ່າຕົນເອງ ມີຄວາມພາກພູມໃຈ ແລະ ດີໃຈທີ່ໄດ້ຮັບກຽດ ເປັນເຂົ້າພາບຈັດງານ ສະເຫຼີມສະຫຼອງ ວັນອາຫານໂລກ, ວັນສາກົນ ແລະ ວັນສັບປະດາແຫ່ງຊາດ ລຶບລ້າງຄວາມທຸກຍາກ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ສະນັ້ນ ປັດຈຸບັນ ການຫ້າງຫາກະກຽມ ງານສະເຫຼີມສະຫຼອງ ວັນດັ່ງກ່າວແມ່ນມີ ຄວາມພ້ອມແລ້ວທຸກຢ່າງ ເປັນຕົ້ນແມ່ນ ໄດ້ແຕ່ງຕັ້ງອານຸກຳມະການ ຮັບຜິດຊອບທັງໝົດ 7 ອະນຸກຳມະການເຊັ່ນ: ກະກຽມເນື້ອໃນການກຳນົດ ແຂກທີ່ເຂົ້າຮ່ວມ ທັງສູນກາງ ແລະ ທ້ອງຖິ່ນ, ການປ້ອງກັນ ຄວາມສະຫງົບ, ການອານາໄມສະຖານທີ່, ການອອກແບບຕົບແຕ່ງເວທີ, ສະຖານທີ່ວາງສະແດງ, ເຂດຕະຫຼາດນັດ ແລະ ຂະບວນກ້ອນກຳລັງຕ່າງໆ ສິ່ງທີ່ຂາດບໍ່ໄດ້ແມ່ນ ໃນງານຈະໄດ້ຊົມ ການສະແດງ ກິດຈະກຳຕ່າງໆ ຂອງຊ້າງຄຳຮູ້ 5 ໂຕ.
ທ່ານ ຄຳຫຼ້າ ຜີວວັນນາ ຍັງໃຫ້ຮູ້ຕື່ມວ່າ ໃນງານສະເຫຼີມສະຫຼອງ ວັນສຳຄັນ ປີນີ້ທີ່ແຂວງໄຊຍະບູລີ ຈະມີບັນດາແຂວງ ເຂົ້າຮ່ວມທັງໝົດ 12 ແຂວງ ແລະ ໜຶ່ງນະຄອນຫຼວງ, ຈະມີຮ້ານວາງສະແດງ ສິນຄ້າທັງໝົດເກືອບ 170 ຫົວໜ່ວຍ ທີ່ມາຈາກສູນກາງ, ແຂວງ ແລະ ທ້ອງຖິ່ນ ພາຍໃນແຂວງໄຊຍະບູລີ, ສິນຄ້າທີ່ມາວາງສະແດງສ່ວນໃຫຍ່ ຈະເປັນຜະລິດຕະພັນ ກະສິກຳພືດ-ຜັກ, ໝາກໄມ້ຕ່າງໆ ຜະລິດຕະພັນຈາກສັດ, ຜະລິດຕະພັນແປຮູບ ຜົນຜະລິດກະສິກຳ ແລະ ເຄື່ອງຫັດຖະກຳຕ່າງໆ.
ນອກຈາກນີ້ຍັງ ມີການປະກວດ ອາຫານພື້ນບ້ານ ຄາດວ່າຈະມີເຖິງ 50 ກວ່າຮ້ານ, ເຊິ່ງທັງໝົດນັ້ນ ແມ່ນສະແດງໃຫ້ເຫັນເຖິງ ຄວາມຫຼາຍສີສັນຂອງ ຜະລິດຕະພັນກະສິກຳ ພາຍໃນ ແຂວງໄຊຍະບູລີ. ງານດັ່ງກ່າວ ຈະໄດ້ຈັດຂຶ້ນ ເປັນທາງການ ໃນວັນທີ 15 ຕຸລາ 2016 ນີ້ ທີ່ສະໜາມຫລວງຂອງ ແຂວງໄຊຍະບູລີ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...