spot_img
Homeຂ່າວການພັດທະນາລາວ-ຫວຽດນາມ ລົງນາມຮ່ວມມື ເພື່ອພັດທະນາດ້ານພະລັງງານ

ລາວ-ຫວຽດນາມ ລົງນາມຮ່ວມມື ເພື່ອພັດທະນາດ້ານພະລັງງານ

Published on

ຂປລ. ພິທີ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ລະຫວ່າງ ​ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ລັດຖະບານ ​ແຫ່ງ ສສ ຫວຽດນາມ ​ ກ່ຽວ​ກັບການ​ຮ່ວມ​ມືພັດທະນາ​ ບັນດາ​ໂຄງການ​ໄຟຟ້າ​ນ້ຳຕົກຢູ່ ສປປ ລາວ ​ແລະ ການ​ຊື້-​ຂາຍ​ກະສ​ໄຟຟ້າ ລະຫວ່າງສອງປະ​ເທດ ​ເຖິງປີ 2030 ມີ​ຂຶ້ນ​ໃນ​ວັນ​ທີ 5 ຕຸລາ 2016 ນີ້, ຢູ່ນະຄອນຫລວງ​ວຽງ​ຈັນ, ໂດຍ​ການ​ລົງ​ນາມລະຫວ່າງ​ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ທ່ານ ຈິງ ດິງ ຢູ້ງ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ.

ພ້ອມ​ດຽວ​ກັນ​ນີ້, ຍັງ​ໄດ້​ລົງ​ນາມ 4 ​ເອກະສານ ລະຫວ່າງ​ກະຊວງ​ທີ່​ກ່ຽວຂ້ອງຂອງ ລາວ-ຫວຽດນາມ ​​ເປັນ​ຕົ້ນ ​ເອກະສານ​ກ່ຽວກັບ ​ໂຄງການ​ຊ່ວຍ​ເຫລືອ​ຂອງ​ລັດຖະບານຫວຽດນາມ ​ແກ່ ສປປ ​ລາວ, ​ໂຄງການ​ກໍ່ສ້າງ​ສະ​ຖາ​ບັນ​ເສດຖະກິດ-ການ​ເງິນ ​ດົງ​ຄຳ​ຊ້າງ ​ໄລຍະ 3, ​ໂຄງການ​ສ້າງ​ສູນ​ພາສາ​ຫວຽດນາມ ຢູ່ມະຫາວິທະຍາ​ໄລສຸພາ​ນຸວົງ ​ແລະ ມະຫາວິທະຍາ​ໄລ​ຈຳ​ປາ​ສັກ ​ແລະ ​ໂຄງການ​ສ້າງ​ແຜນ​ແມ່​ບົດ​ຊົນລະປະທານຢູ່ສອງ​ແຂວງຄື: ​ແຂວງ​ຫົວພັນ ​ແລະ ​ແຂວງຊຽງ​ຂວາງ.

​​ໃນ​ວັນ​ດຽວ​ກັນນີ້, ຍັງ​ມີພິທີ​ພົບ​ປະ​ສອງ​ຝ່າຍ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ​ເພື່ອ​ປຶກສາ​ຫາລື​ແລກປ່ຽນ​ບົດຮຽນ ​ເຊິ່ງກັນ ​ແລະ ກັນໃນ​ຫລາຍ​ບັນຫາ ​ໂດ​ຍສະ​ເພາະ​ບັນຫາດ້ານ​ການ​ພັດທະນາ​ເສດຖະກິດ​-ສັງຄົມ ​ແລະ ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ລະຫວ່າງສອງ​ປະ​ເທດ, ໂດຍຕາງໜ້າ​ຝ່າຍ​ລາວ ​ນຳ​ໂດຍ​ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ຝ່າຍ​ຫວຽດນາມ ນຳ​ໂດຍ ທ່ານ ຈິງ ດິງ ຢູ້ງ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ. ທັງ​ນີ້​ແນ​ໃສ່ສືບຕໍ່​ເສີມ​ຂະຫຍາຍ​ ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງພັກ, ສອງ​ລັດ ​ແລະ ປະຊາຊົນສອງ​ຊາດ ລາວ-ຫວຽດນາມ ​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນງອກ​ງາມຍິ່ງໆ​ຂຶ້ນ​.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...