Homeຄລິບ-ວິດີໂອມືດຟ້າມົວດິນ! ນາທີທີ່ຄື້ນຍັກຊັດຖະຫລົ່ມປູຊານ ເສຍຫາຍໜັກ (ມີຄລິບ)

ມືດຟ້າມົວດິນ! ນາທີທີ່ຄື້ນຍັກຊັດຖະຫລົ່ມປູຊານ ເສຍຫາຍໜັກ (ມີຄລິບ)

Published on

ເມື່ອວັນທີ 5 ຕຸລາທີ່ຜ່ານມາ ສຳນັກຂ່າວ ຢອນຮັບ ສື່ໃນປະເທດເກົາຫຼີໃຕ້ ລາຍງານວ່າ ເກີດພາຍຸ ໃຕ້ຝຸ່ນຊາບາ ພັດເຂົ້າສູ່ມະຫາສະໝຸດເກົາຫຼີ ໂດຍມີພະຍຸຝົນຟ້າຄະນອງທີ່ເກະເຊຈູ ແລະ ເມືອງສຳຄັນທາງພາກໃຕ້ຂອງປະເທດ ເຮັດໃຫ້ການຄົມມະນາຄົມໄດ້ຮັບຜົນກະທົບຢ່າງໜັກ ຮວມເຖິງມີນ້ຳຖ້ວມໃນເຂດອຸດສາຫະກຳຫຼາຍພື້ນທີ່ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 6 ຄົນ ແລະ ສູນຫາຍ 4 ຄົນ

ທາງດ້ານກະຊວງຄວາມປອດໄພຂອງເກົາໃຕ້ລະບຸວ່າ ຖ້ຽວບິນທົ່ວປະເທດປະມານ 110 ຖ້ຽວ ຖືກຍົກເລີກທັງໝົດ ນອກຈາກນີ້ເສັ້ນທາງເດີນເຮືອທັງພາຍໃນ ແລະ ນອກປະເທດ ແລະ ລົດໄຟຄວາມໄວສູງ ກໍ່ຢຸດໃຫ້ບໍລິການ ພະຍຸໃຕ້ຝຸ່ນໄດ້ສົ່ງຜົນເສຍຫາຍເປັນວົງກ້ວາງ ເພາະໂຮງງານຜະລິດໄຟຟ້າ 2 ແຫ່ງ ຈາກ 5 ແຫ່ງ ຖືກປິດທຳງານເພື່ອຄວາມປອດໄພ ສົ່ງຜົນໃຫ້ບ້ານເຮືອກວ່າ 210,000 ຫຼັງ ບໍ່ມີໄຟຟ້າໃຊ້

https://youtu.be/cLoQiU-dtA8

ຂ່າວຈາກ: http://news.mthai.com/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...