Homeນານາສາລະປະໂຫຍດທີ່ຫຼາກຫຼາຍຂອງ "ໝາກກີວີ"

ປະໂຫຍດທີ່ຫຼາກຫຼາຍຂອງ “ໝາກກີວີ”

Published on

ໝາກ ກີວີ ເປັນໝາກໄມ້ຊະນິດໜຶ່ງທີ່ແຊບ ແລະສາມາດຊ່ວຍຫຼຸດຄວາມອ້ວນ ເພາະໃນໝາກມີໄພເບີເປັນຈຳນວນຫຼວງຫຼາຍ ທີ່ເຮັດໃຫ້ອິ່ມໄວ ແລະດົນ, ນອກຈາກນີ້ແລ້ວ ຍັງມີປະໂຫຍດຢ່າງຫຼວງຫຼາຍ ທີ່ຫຼາຍຄົນອາດບໍ່ທັນຮູ້ ເພາະມັນຍັງສາມາດຊ່ວຍຫຼຸດ ຫຼືຮັກສາພະຍາດໄດ້ນຳອີກ

  1. ຊ່ວຍຕ້ານອະນຸມູນອິດສະລະໄດ້ສູງ ແລະສາມາດຫຼຸດຈຸດດ່າງດຳໄດ້
  2. ມີວິຕາມິນຊີສູງ ຊ່ວຍເສີມສ້າງຄໍລາເຈນ ເຮັດໃຫ້ໂຄງສ້າງຜິວມີຄວາມແຂງແຮງ ບຳລຸງຜິວພັນໃຫ້ສົດໃສ
  3. ຊ່ວຍຫຼຸດນໍ້າໜັກໄດ້ດີ ເພາະເຮັດໃຫ້ອີ່ມໄວ ແລະດົນ
  4. ຊ່ວຍປ້ອງກັນການເສື່ອມສະພາບຂອງເຊວໃນຮ່າງກາຍ ແລະຊ່ວຍການໄຫຼວຽນຂອງເລືອດໄດ້ດີ
  5. ຊ່ວຍໃຫ້ນອນຫຼັບງ່າຍ ແລະສະບາຍໂຕ
  6. ຊ່ວຍກໍປ້ອງກັນການຫຼຸດຄວາມສ່ຽງຈາກພະຍາດຫົວໃຈ
  7. ຊ່ວຍເຮັດໃຫ້ກະດູກ ແລະແຂ້ວແຂງແຮງ
  8. ຊ່ວຍເສີມສ້າງພູມຕ້ານທານໃຫ້ແຂງແຮງ ແລະສາມາດເຮັດໃຫ້ຮ່າງກາຍພະຍາດໄຂ້ຫວັດໃຫຍ່ໄດ້
  9. ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ຢ່່າງມີປະສິດທິພາບ ແລະປ້ອງກັນການແໜ້ນທ້ອງ ເຮັດໃຫ້ຂັບຖ່າຍໄດ້ສະດວກ
  10. ຊ່ວຍຕໍ່ຕ້ານເຊື້ອແບັກທີເລຍ ແລະເຊື້ອໄວຣັດ
  11. ຊ່ວຍບັນເທົາການອັກເສບຕ່າງໆໃນຮ່າງກາຍ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...

ຮັກສາສິ່ງແວດລ້ອມ! ບໍ່ແຮ່ໃຕ້ດິນ ຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໜ້າດິນຮັກສາໜ້າດິນ.

ອີງຕາມ Lane Xang Minerals Limited Companyໃນວັນທີ 30 ກໍລະກົດ 2026 ທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ, ສປປ ລາວ ບໍລິສັດ...