Homeຂ່າວຕ່າງປະເທດຣັດເຊຍສົ່ງລະບົບຂີປະນາວຸດ S-300 ໄປປະຈຳຢູ່ຊີຣີ ລະບຸພຽງປ້ອງກັນ ພັນທະມິດຕາເວັນຕົກ ບໍ່ຕ້ອງຢ້ານ!

ຣັດເຊຍສົ່ງລະບົບຂີປະນາວຸດ S-300 ໄປປະຈຳຢູ່ຊີຣີ ລະບຸພຽງປ້ອງກັນ ພັນທະມິດຕາເວັນຕົກ ບໍ່ຕ້ອງຢ້ານ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ຕຸລານີ້ວ່າ ໃນວັນອັງຄານທີ 4 ຕຸລາຜ່ານມາ ທ່ານ ອິກໍ ໂຄນາເຊນຄອບ ໂຄສົກກະຊວງປ້ອງກັນປະເທດຣັດເຊຍ ໄດ້ອອກມາລະບຸວ່າ ກອງທັບຣັດເຊຍ ໄດ້ຈັດສົ່ງລະບົບຂີປະນາວຸດ S-300 ເຂົ້າໄປປະຈຳການທີ່ ຖານທັບເຮືອໃນເມືອງຕາຕຸສ ປະເທດຊີຣີ ເພື່ອຍົກລະດັບມາດຕະການຮັກສາຄວາມປອດໄພ ໃຫ້ແກ່ຖານທັບຂອງຣັດເຊຍດັ່ງກ່າວ.

ແນວໃດກໍຕາມ ສື່ມວນຊົນຂອງອາເມຣິກາ ຟ໊ອກນິວສ໌ ໄດ້ລາຍງານວ່າ ເຈົ້າໜ້າທີ່ອາເມຣິກາມີຄວາມກັງວົນ ແລະ ເຫັນວ່າ ການກະທຳຂອງຣັດເຊຍດັ່ງກ່າວນີ້ ເປັນການຍົກລະດັບປະຕິບັດການທາງທະຫານໃນຊີຣີ ຊຶ່ງໂຄສົກກະຊວງປ້ອງກັນປະເທດຣັດເຊຍ ກໍໄດ້ຖະແຫລງຊີ້ແຈງວ່າ ລະບົບຂີປະນາວຸດ S-300 ເປັນພຽງລະບົບປ້ອງກັນຕົນເອງ ແລະ ບໍ່ໄດ້ຄຸກຄາມຜູ້ໃດທັງນັ້ນ.

” ບໍ່ຊັດເຈນວ່າດ້ວຍເຫດຜົນອັນໃດ ການປະຈຳການ S-300 ໃນຊີຣີ ເຖິງສ້າງຄວາມວຸ້ນວາຍ ໃນໝູ່ພັນທະມິດຕາເວັນຕົກເອົາແທ້ເອົາວ່າ ທັງທີ່ກ່ອນຈະສົ່ງ S-300 ໄປປະຈຳການນັ້ນ ຣັດເຊຍກໍເຄີຍສົ່ງລະບົບຂີປະນາວຸດປ້ອງກັນໄພທາງອາກາດ Fort ໄປຍັງຊີຣີມາກ່ອນແລ້ວ ” ທ່ານ ໂຄນາເຊນຄອບ ລະບຸ.
 

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...