Homeສຸຂະພາບ ແລະ ສີ່ງແວດລ້ອມວິທີແກ້ບັນຫາຕື່ນຕອນເດິກ ແລະ ນອນຕໍ່ບໍ່ຫຼັບ

ວິທີແກ້ບັນຫາຕື່ນຕອນເດິກ ແລະ ນອນຕໍ່ບໍ່ຫຼັບ

Published on

ນອນຫຼັບຢູ່ດີໆ ບາດຮອດຕອນເດິກໆ ພັດຮູ້ເມື່ອ ບາດຈະກັບໄປນອນຄືນພັດນອນບໍ່ຫຼັບຊ້ຳ ເຊິ່ງມີລາຍຄົນມັກພົບກັບບັນຫານນີ້ ໂດຍສະເພາະຜູ້ສູງອາຍຸ ເຊິ່ງອາການແບບນີ້ຈະມີຜົນເສຍຕໍ່ສຸຂະພາບ ເພາະເຮັດໃຫ້ນອນບໍ່ພໍ ໃນຄໍລຳ ສຸຂະພາບວັນນີ້ ເຮົາເລີຍມີວິທີເຮັດໃຫ້ນອນຫຼັບມາແນະນຳໃຫ້ຄົນທີ່ມີບັນຫາໄດ້ລອງປະຕິບັດເບິ່ງ ເພື່ອເຮັດທ່ານນອນຫຼັບງ່າຍຂຶ້ນນັ້ນເອງ

ວິທີຊ່ວຍປັບປຸງການນອນຫຼັບ

  1. ຄວບຄຸມອຸນຫະພູມໃນຫ້ອງນອນໃຫ້ຢູ່ໃນລະດັບ 16-22 ℃ ເພາະອຸນຫະພູມລະດັບນີ້ຈະຊ່ວຍໃຫ້ນອນຫຼັບສະບາຍ
  2. ອາຫານຄ່ຳບໍ່ຄວນກິນອາຫານທີ່ມີຣົດຊາດເຜັດ ເພາະຈະເຮັດໃຫ້ອຸນຫະພູມຂອງຮ່າງກາຍທ່ານຮ້ອນເພີ່ມຂຶ້ນ ເປັນອີກໜຶ່ງສາເຫດທີ່ເຮັດໃຫ້ນອນຫຼັບຍາກ
  3. ໃສ່ເສື້ອຜ້າທີ່ຮູ້ສຶກວ່າໃສ່ແລ້ວສະບາຍບໍ່ໜາ ແລະ ບໍ່ບາງເກີນໄປ ເນື້ອໃຍຜ້າກໍ່ຮູ້ສຶກສະບາຍບໍ່ຄັນຄາຍ ບໍ່ອົບເອົ້າ
  4. ຄວນອາບນ້ຳອຸ່ນກ່ອນນອນ ເພາະຈະເຮັດໃຫ້ທ່ານຮູ້ສຶກຜ່ອນຄາຍ ແລະ ນອນຫຼັບງ່າຍຂຶ້ນ
  5. ຢືດເສັ້ນຢືດສາຍ ເຊັ່ນ: ການຍ່າງໄປມາ, ການອອກກຳລັງກາຍເບົາໆກ່ອນນອນ
  6. ພະຍາຍາມເຮັດໃຫ້ຈິດໃຈ ແລະ ຄວາມຄິດສະຫງົບຢຸດນິ້ງ ແລ້ວທ່ານຈະຄ່ອຍໆຜ່ອນຄາຍ ແລະ ນອນຫຼັບໄດ້
  7. ລອງປັບປ່ຽນເວລາການເຂົ້ານອນເພື່ອໃຫ້ເໝາະສົມກັບສະພາບຄວາມເປັນຈິງ ເຊັ່ນ: ບາງຄົນເຂົ້ານອນແຕ່ຫົວແລງ ພັດມັກຕື່ນຕອນເດິກ ແລ້ວນອນຕໍ່ບໍ່ຫຼັບ ກໍ່ຄວນປັບເວລາເຂົ້ານອນໃໝ່

 

ຂໍ້ມູນຈາກ: http://www.rak-sukapap.com/2016/10/blog-post_65.html
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...