spot_img
Home​ຂ່າວທ່ອງທ່ຽວເຄື່ອງທີ່ລະນຶກຂອງລາວ ທີ່ນັກທ່ອງທ່ຽວນິຍົມຫລາຍທີ່ສຸດ

ເຄື່ອງທີ່ລະນຶກຂອງລາວ ທີ່ນັກທ່ອງທ່ຽວນິຍົມຫລາຍທີ່ສຸດ

Published on

ແນ່ນອນວ່າ ເມື່ອໄປທ່ອງທ່ຽວຕາມສະຖານທີ່ຕ່າງໆແລ້ວ ກໍຕ້ອງການສິ່ງຂອງ ຫລື ເຄື່ອງທີ່ລະນຶກກ່ຽວກັບສະຖານທີ່ນັ້ນໆ ກັບເມືອເກັບໄວ້ ເພື່ອເຕືອນຄວາມຊົງຈຳວ່າ ເຮົາໄດ້ໄປສະຖານທີ່ນັ້ນມາແລ້ວ. ການຊື້ຂອງຝາກ ຫລື ເຄື່ອງທີ່ລະນຶກ ເປັນສິ່ງທີ່ນັກທ່ອງທ່ຽວຫລາຍຄົນ ບໍ່ພາດທີ່ຈະຊື້ກັບເມືອ ບໍ່ວ່າຈະຊື້ຕາມແຫລ່ງທ່ອງທ່ຽວ ຕາມຕະຫລາດນັດ, ຮ້ານຄ້າຕ່າງໆ, ສຳລັບປະເທດລາວເຮົາ ກໍມີແຫລ່ງຂາຍເຄື່ອງທີ່ລະນຶກໄວ້ໃຫ້ນັກທ່ອງທ່ຽວ ໄດ້ເລາະຊື້ຫລາຍແຫ່ງເຊັ່ນ: ຕະຫລາດກາງຄືນຫລວງພະບາງ, ຕະຫລາດກາງຄືນ ສວນເຈົ້າອະນຸວົງ, ຕະຫລາດເຊົ້າ ແລະ ອື່ນໆ ເຊິ່ງກໍມີສິນຄ້າຫລາຍໆຊະນິດ ໃຫ້ນັກທ່ອງທ່ຽວໄດ້ເລືອກ ແລະ ລ້ວນແຕ່ຜະລິດຈາກສີໄມ້ລາຍມືຄົນລາວ ແລະ ເປັນເອກະລັກສະເພາະຂອງລາວ.

ສຳລັບເຄື່ອງຕ້ອນຂອງຝາກ ທີ່ນັກທ່ອງທ່ຽວມັກຊື້ຫລາຍທີ່ສຸດ ເມື່ອມາທ່ຽວປະເທດລາວໄດ້ແກ່: ແພຝ້າຍ, ແພໄໝ ທີ່ຜະລິດຈາກສີໄມ້ລາຍມືຂອງຄົນລາວເຜົ່າຕ່າງໆ ເຊິ່ງມີຈຸດເດັ່ນຢູ່ມີລວດລາຍງົດງາມ ເປັນເອກະລັກ ແລະ ມີຄວາມແຕກຕ່າງຂອງແຕ່ລະ ຊົນເຜົ່າຢ່າງຊັດເຈນ, ມີຄຸນນະພາບດີ ລາຄາກໍບໍ່ແພງປານໃດ ດັ່ງນັ້ນນັກທ່ອງທ່ຽວຈິ່ງນິຍົມຊື້ກັບບ້ານ. ກາເຟ ແລະ ຊາ ກໍເປັນສິນຄ້າຫລັກຂອງປະເທດລາວ ແລະ ໄດ້ຮັບການຍອມຮັບຈາກຕ່າງປະເທດ ຍ້ອນມີລົດຊາດທີ່ແຊບ ແລະ ມີກິ່ນຫອມເປັນເອກະລັກນັກທ່ອງທ່ຽວຈິ່ງນິຍົມຊື້ເປັນຂອງຝາກ ຊາທີ່ຂຶ້ນຊື່ທີ່ສຸດໃນລາວແມ່ນຊາຜົ້ງສາລີ, ສ່ວນກາເຟ ແມ່ນກາເຟທາງປາກເຊ (ພູພຽງບໍລິເວນ). ເຄື່ອງເງິນ, ເຄື່ອງປະດັບ ເປັນອີກໜຶ່ງສິນຄ້າທີ່ໄດ້ຮັບຄວາມນິຍົມຊື້ ຈາກນັກທ່ອງທ່ຽວ ເນື່ອງຈາກເຄື່ອງເງິນມີຄວາມສວຍງາມ ແລະ ຄວາມປານີດຂອງຊ່າງຫັດຖະກຳລາວຫັດຖະກຳໄມ້ແກະສະຫລັກ ແລະ ຫວາຍຫັດຖະກຳ ປະເພດນີ້ຈະມີລວດລາຍ ເປັນເອກະລັກສະເພາະຂອງຄົນລາວ ມີໃຫ້ເລືອກຫລາຍຂະໜາດຕາມຄວາມຕ້ອງການ.

ເຄື່ອງຕ້ອນຂອງຝາກ ແລະ ເຄື່ອງທີ່ລະນຶກເຫລົ່ານັ້ນ ນອກຈາກຈະສ້າງຊື່ສຽງໃຫ້ແກ່ປະເທດລາວ ແລະ ດຶງດູດໃຫ້ນັກທ່ອງທ່ຽວ ມາທ່ຽວຊົມປະເທດລາວຫລາຍຂຶ້ນແລ້ວຍັງສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນລາວ, ປະເທດຊາດມີລາຍຮັບ ເພື່ອຮັກສາເອກະລັກ ແລະ ມູນເຊື້ອດັ່ງກ່າວ ພວກເຮົາຕ້ອງຊ່ວຍກັນອະນຸລັກ ແລະ ສົ່ງເສີມໃຫ້ມີການຜະລິດສິນຄ້າ ທີ່ເປັນເອກະລັກ ແລະ ສີໄມ້ລາຍມື ຂອງລາວ ກໍຄືຂອງຊົນເຜົ່າຕ່າງໆ ໃຫ້ນັບມື້ຫລາຍຂຶ້ນ ຫລີກເວັ້ນການຈຳໜ່າຍສິນຄ້າຮຽນແບບຈາກຕ່າງປະເທດ ທີ່ບໍ່ມີຄຸນນະພາບ ເພື່ອຮັກສາຊື່ສຽງ ແລະ ເອກອ້າງຄວາມເປັນຊາດລາວ ໃຫ້ເປັນທີ່ຍອມຮັບຈາກທົ່ວໂລກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...