spot_img
Homeຂ່າວເຫດການກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກສານປະຊາຊົນສູງສຸດ

ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກສານປະຊາຊົນສູງສຸດ

Published on

ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກສານປະຊາຊົນສູງສຸດ, ໄດ້ໄຂຂຶ້ນໃນວັນທີ 4 ຕຸລານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາຄະນະພັກສານປະຊາຊົນສູງສຸດ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີຜູ້ແທນສົມບູນ 83 ສະຫາຍ, ຍິງ 22 ສະ ຫາຍທີ່ຕາງໜ້າສະມາຊິກພັກທັງໝົດ 125 ສະຫາຍເຂົ້າຮ່ວມ, ເພື່ອຄົ້ນຄວ້າ, ພິຈາລະນາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ກໍຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກຕົນໃນໄລຍະຜ່ານມາ, ພ້ອມທັງຮັບຮອງເອົາຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກງານໃນຊຸມປີຕໍ່ໜ້າ.

ສະຫາຍ ຄໍາພັນ ສິດທິດໍາພາ ໄດ້ຂຶ້ນລາຍງານຕໍ່ທີ່ປະຊຸມວ່າ: 5 ປີຜ່ານມາຄະນະພັກສານປະຊາຊົນສູງສຸດໄດ້ຊີ້ນໍາ-ນໍາພາ ແລະ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຄວາມຮັບ ຜິດຊອບສູງ ແລະ ຍາດໄດ້ຜົນສໍາເລັດຫລາຍອັນຕາມຄໍາຂວັນທີ່ວ່າ: “ ບໍລິການດ້ວຍຄວາມຍິ້ມແຍ້ມແຈ່ມໃສ, ຊ່ວຍແກ້ໄຂຄະດີໄດ້ບາດກ້າວໜຶ່ງ, ເຮັດວຽກດ້ວຍຄວາມຊື່ສັດສຸຈະລິດຄືບາດກ້າວທໍາອິດຂອງການຕັດສິນຄະດີທີ່ຖືກຕ້ອງເປັນທໍາ ”. ພ້ອມນັ້ນ, ຍັງດໍາເນີນການພິຈາລະນາຕັດສິນຄະດີມີຄວາມວ່ອງໄວ ແລະ ມີຄຸນນະພາບນັບມື້ສູງຂຶ້ນ, ເຊິ່ງສະແດງອອກຄື: 5 ປີຜ່ານມາມີຄະດີເຂົ້າມາສານທຸກຂັ້ນທັງໝົດ 37.840 ກວ່າເລື່ອງ, ແກ້ໄຂແລ້ວ 36.070 ກວ່າເລື່ອງເທົ່າກັບ 95,32% ທຽບໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີ II ປະຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້ 10,32%, ຄະດີຍັງຄ້າງເທົ່າກັບ 4,68%, ເຊິ່ງສາມາດໄຈ້ແຍກຄະດີຢູ່ສານປະຊາຊົນແຕ່ລະຂັ້ນຄື: ຄະດີລວມຢູ່ສານຂັ້ນຕົ້ນທັງໝົດ 29.780 ເລື່ອງ, ແກ້ໄຂແລ້ວ 28.470 ກວ່າເລື່ອງເທົ່າກັບ 95,71%, ຍັງຄ້າງ 4,29%, ຄະດີຢູ່ສານຂັ້ນອຸທອນທັງໝົດ 5.560 ກວ່າເລື່ອງ, ແກ້ໄຂແລ້ວ 5.220 ກວ່າເລື່ອງເທົ່າກັບ 93,97% ຍັງຄ້າງເທົ່າກັບ 6,03%, ຄະດີເປັນຂັ້ນລົບລ້າງທັງໝົດ 2.500 ກວ່າເລື່ອງ, ແກ້ໄຂແລ້ວ 2.370 ກວ່າເລື່ອງເທົ່າກັບ 94,80 ເລື່ອງຍັງຄ້າງ 5,20%, ໃນນີ້ຢູ່ສານປະຊາຊົນສູງສຸດ 1.490 ກວ່າເລື່ອງ, ແກ້ໄຂແລ້ວ 1.420 ກວ່າເລື່ອງ ກວມ 94,85% ຍັງຄ້າງ 5,15%.
ເຖິງຢ່າງໃດກໍຕາມ, ສໍາລັບ 5 ປີຕໍ່ໜ້າຄືແຕ່ນີ້ຮອດປີ 2020 ຈະສູ້ຊົນພັດທະນາວຽກງານສານໃຫ້ມີໜັກແໜ້ນເຂັ້ມແຂງ, ເປັນລະບົບທີ່ສອດຄ່ອງ ແລະແທດເໝາະກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ, ຮັບປະກັນໃຫ້ການຈັດຕັ້ງຂອງສານປະຊາຊົນສາມາດບໍລິການຮັບໃຊ້ປະຊາຊົນໄດ້ສະດວກ, ປະຊາຊົນເຂົ້າຫາຂະບວນການດໍາເນີນຄະດີຢູ່ສານໄດ້ຢ່າງງ່າຍດາຍ, ການດໍາເນີນຄະດີວ່ອງໄວ, ຮັບປະກັນພິຈາລະນາຄະດີໃຫ້ສໍາເລັດຕາມກົດໝາຍກໍານົດໄວ້ຄື: ຄະດີແພ່ງຂັ້ນຕົ້ນ 9 ເດືອນ, ຂັ້ນອຸທອນ 4 ເດືອນ, ຂັ້ນລົບລ້າງ 3 ເດືອນ ແລະ ຂັ້ນຮື້ຟື້ນ 2 ເດືອນ ແລະ ແກ້ໄຂຄະດີໃຫ້ໄດ້ 85% ຕາມແຜນການທີ່ວາງອອກ.

ນອກຈາກນີ້, ກອງປະຊຸມຍັງໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານອົງຄະນະພັກສານປະຊາຊົນສູງສຸດຊຸດໃໝ່ຈໍານວນ 7 ສະຫາຍ.

ທີ່ມາ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...