spot_img
Homeຂ່າວຕ່າງປະເທດໄວຣັດອີໂບລາ ຂ້າຜູ້ຕິດເຊື້ອ 3 ປະເທດອາຟຣິກາຕາເວັນຕົກໄປແລ້ວ 540 ກ່ວາຄົນ

ໄວຣັດອີໂບລາ ຂ້າຜູ້ຕິດເຊື້ອ 3 ປະເທດອາຟຣິກາຕາເວັນຕົກໄປແລ້ວ 540 ກ່ວາຄົນ

Published on

 

557000008212103

 

ທາງການປະເທດ ເຊຍຣາ ລີອົງ ເຊິ່ງຢູ່ທາງພາກຕາເວັນຕົກຂອງທະວີບອາຟຣິກກາ ຢືນຢັນເມື່ອວັນຈັນ

14 ກໍລະກົດ ຜ່ານມານີ້ວ່າ ພົບເຊື້ອໄວຣັດ ” ອີໂບລາ ” ແຜ່ລະບາດລຸກລາມເຂົ້າສູ່ນະຄອນຟຣີທາວ ເມືອງ

ຫຼວງຂອງປະເທດແລ້ວ ໂດຍໃນຂະນະທີ່ຍອດຜູ້ເສຍຊີວິດຈາກການລະບາດຂອງເຊື້ອມໍລະນະດັ່ງກ່າວໃນ

ພູມີພາກອາຟຣິກກາຕາເວັນຕົກ ຍັງຄົງເພີ່ມຂຶ້ນຢ່າງບໍ່ຢຸດ ໂດຍລ່າສຸດແມ່ນມີຫຼາຍກ່ວາ 540 ລາຍ ເນື່ອງ

ຈາກເຊື້ອພະຍາດດັ່ງກ່າວນີ້ ຍັງບໍ່ສາມາດຫາທາງຮັກສາໄດ້.

 

ຊີດີ ຍາຢາ ຕູນິສ ຜູ້ອຳນວຍການສຳນັກຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ປະຈຳກະຊວງສາທາລະນະສຸກ

ແລະ ສຸຂາພິພານຂອງ ເຊຍຣາ ລີອົງ ລະບຸວ່າ ສະຖານະການແຜ່ລະບາດຂອງເຊື້ອໄວຣັດມໍລະນະອີໂບລາ

ໃນຊີເຣຍ ລີອົງ ກຳລັງເຂົ້າສູ່ຂັ້ນວິກິດ ຫຼັງພົບການລະບາດໃນເມືອງຫຼວງຂອງປະເທດ ຄືນະຄອນຫຼວງຟຣີ

ທາວ ທີ່ເປັນບ້ານຂອງປະຊາກອນຫຼາຍກ່ວາ 1.2 ລ້ານຄົນ ເປັນຄັ້ງທຳອິດ.

 

ທ່ານ ຕຸນິສ ຍັງຢືນຢັນເພີ່ມເຕີມອີກວ່າ ຈຳນວນຜູ້ຕິດເຊື້ອອີໂບລາໃນເຊຍຣາ ລີອົງ ໃນຂະນະນີ້ໄດ້ເພີ່ມ

ຂຶ້ນຢ່າງໜ້ອຍ 315 ລາຍແລ້ວ ເຊິ່ງໃນຈຳນວນດັ່ງກ່າວເສຍຊີວິດໄປແລ້ວ 99 ຄົນ.

 

557000008212102

 

ດ້ານອົງການອານາໄມໂລກ (WHO) ອອກມາຢືນຢັນວ່າ ເຊື້ອໄວຣັດມໍລະນະອີໂບລາ ໄດ້ພາກຊີວິດປະຊາ

ຊົນໃນ 3 ປະເທດແຖບອາຟຣິກກາຕາເວັນຕົກຄື: ກີນີ, ເຊຍຣາ ລີອົງ ແລະ ໄລບີເຣຍ ໄປແ້ລວຫຼາຍກ່ວາ

540 ຄົນ ພ້ອມເຕືອນອີກວ່າ ການລະບາດຂອງໄວຣັດຊະນິດນີ້ ອາດຍືດເຍື້ອຍາວນານຕໍ່ໄປອີກ 3 – 4

ເດືອນຂ້າງໜ້າ.

 

ເຊື້ອໄວຣັດອີໂບລາດັ່ງກ່າວນີ້ ຖືກຄົ້ນພົບເປັນຄັ້ງທຳອິດໃນໂລກ ເມື່ອ ຄ.ສ 1976 ໃກ້ກັບແມ່ນ້ຳອີໂບລາ

ດິນແດນທີ່ປະຈຸບັນເປັນປະເທດສາທາລະນະລັດຄອງໂກ ເຊິ່ງພົບການລະບາດໃນຄັ້ງນັ້ນກໍເຮັດໃຫ້ມີ

ຜູ້ເສຍຊີວິດຢ່າງໜ້ອຍ 280 ລາຍ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...