spot_img
Homeຂ່າວຕ່າງປະເທດກອງທັບອິດສະລາແອນ ຖະຫຼົ່ມເຂດກາຊາ ຊາວປາເລດຕິນເສຍຊີວິດແລ້ວກ່ວາ 165 ຄົນ!

ກອງທັບອິດສະລາແອນ ຖະຫຼົ່ມເຂດກາຊາ ຊາວປາເລດຕິນເສຍຊີວິດແລ້ວກ່ວາ 165 ຄົນ!

Published on

 

18918A41B2117ED6DB93F5DA2F41_h498_w598_m2

 

ກອງທັບອາກາດອິນສະລາແອນ ເຕືອນໃຫ້ປະຊາຊົນທາງຕອນເໜືອຂອງເຂດກາຊາ ອົບພະຍົບ

ອອກຈາກພື້ນທີ່ ໂດຍການແຈ້ງເຕືອນດັ່ງກ່າວມີຂຶ້ນ ຫຼັງຈາກທີ່ທະຫານອິດສະລາແອນບຸກເຂົ້າ

ໄປທຳລາຍຖານຍິງລູກຈະຫຼວດຂອງກຸ່ມຮາມັສ ຈົນມີທະຫານອິດສະລາແອນບາດເຈັບເລັກໜ້ອຍ

4 ຄົນ, ໃນຂະນະທີ່ຊາວປາເລດຕິນ ເສີຍຊີວິດແລ້ວຢ່າງໜ້ອຍ 165 ຄົນ ແລະ ຜູ້ບາດເຈັບອີກ

1,000 ກ່ວາຄົນ ໃນປະຕິບັດການຈູ່ໂຈມຂອງອິດສະລາແອນ ເຊິ່ງເລີ່ມຂຶ້ນຕັ້ງແຕ່ວັນທີ 9 ກໍລະກົດ

ເປັນຕົ້ນມາ ຮອດມື້ນີ້ກໍເຂົ້າສູ່ມື້ທີ 6 ແລ້ວ ໂດຍກຸ່ມຮາມັສ ໃນເຂດກາຊາ ໄດ້ຍິງຈະຫຼວດຖະຫຼົ່ມ

ອິດສະລາແອນປະມານ 700 ລູກ ແຕ່ຍັງບໍ່ມີລາຍງານຂອງຜູ້ເສຍຊີວິດໃນຝັ່ງຂອງອິດສະລາແອນ.

6DC8BBA0A51F50725CDE2CAC6FFCBD_h498_w598_m2

 

ຄວາມສູນເສຍທີ່ເກີດຂຶ້ນ ເຮັດໃຫ້ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ມີມະຕິຮຽກ

ຮ້ອງໃຫ້ທັງສອງຝ່າຍ ເຄົາລົບກົດໝາຍມະນຸດສະທຳລະຫວ່າງປະເທດ ແລະ ຢຸດຢັ້ງການສູນເສຍ

ຊີວິດຂອງປະຊາຊົນ, ແຕ່ກໍຍັງບໍ່ມີຝ່າຍໃດຍອມປະຕິບັດຕາມ.

 

ການໂຈມຕີທາງອາກາດຂອງອິດສະລາແອນ ເລີ່ມຕັ້ງແຕ່ຕອນເຊົ້າຂອງວັນທີ 12 ກໍລະກົດ ໂດຍ

ເປົ້າໝາຍທີ່ຖືກໂຈມຕີ ຍັງລວມເຖິງສູນພັກພິງຜູ້ພິການໃນເຂດກາຊາອີກດ້ວຍ ໃນຂະະທີ່ກຸ່ມ

ຮາມັສ ກໍຕອບໂຕ້ໂດຍການຍິງຈະຫຼວດໃສ່ນະຄອນຢາລູຊາເລັມ ແລະ ນະຄອນເທອາວີບ, ແຕ່ລູກ

ຈະຫຼວດຫຼາຍລູກກໍຖືກລະບົບການຕໍ່ສູ້ອາກາດສະຍານຂອງອິດສະລາແອນສະກັດຍິງໄດ້.

 

5E9F5ADB81B45DFA3FA0F98DC84A83_h498_w598_m2

 

ການບຸກເຂດກາຊາພາກພື້ນດິນ ຄັ້ງລ່າສຸດຜ່ານມາ ແມ່ນເກີດຂຶ້ນໃນປີ 2009 ເຊິ່ງຄັ້ງນັ້ນໄດ້ມີປະຊາ

ຊົນຊາວອິດປາເລດຕິນ ເສຍຊີວິດ 1,400 ຄົນ ແລະ ຊາວອິດສະລາແອນເສຍຊີວິດ 13 ຄົນ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...