Homeຂ່າວນໍ້າຖ້ວມເກີດເຫດນ້ຳຖ້ວມເຮັດໃຫ້ປະຊາຊົນ 23 ຄອບຄົວໄດ້ຮັບຜັນກະທົບຢູ່ບ້ານບວມເລົາ

ເກີດເຫດນ້ຳຖ້ວມເຮັດໃຫ້ປະຊາຊົນ 23 ຄອບຄົວໄດ້ຮັບຜັນກະທົບຢູ່ບ້ານບວມເລົາ

Published on

ຂປລ. ໃນວັນທີ 1 ຕຸລາ 2016 ນີ້ ໄດ້ເກີດເຫດນ້ຳຖ້ວມກະທັນຫັນຢູ່ບ້ານບວມເລົາເມືອງຈອມເພັດ ແຂວງຫລວງພະບາງ ເຊິ່ງເຮັດໃຫ້ປະຊາຊົນ 23 ຄອບຄົວໄດ້ຮັບຜົນກະທົບ.

ທ່ານ ພອນ ສະຫວັດ ນາຍບ້ານ ບ້ານບວມເລົາ ໄດ້ໃຫ້ສຳພາດວ່າ: ເຫດການນ້ຳຖ້ວມ ແມ່ນໄດ້ເກີດຂຶ້ນໃນເວລາປະມານ 9:30 ຂອງວັນທີ 1 ຕຸລາ ເນື່ອງຈາກມີຝົນຕົກໜັກໃນຫລາຍຊົ່ວໂມງ ໄດ້ເຮັດໃຫ້ນ້ຳຫ້ວຍໄຫລຊຸແຮງ ແລະ ໄຫລເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ໃນນັ້ນເຮືອນເປ່ເພຈຳນວນ 4 ຫລັງຄາເຮືອນ, ເຮັດໃຫ້ວັດຖຸສິ່ງຂອງເຄື່ອງໃຊ້, ເຄື່ອງນຸ່ງຫົ່ມ ຂອງປະຊາຊົນຫຼາຍຄອບຄົວໄດ້ຮັບຄວາມເສຍຫາຍ ຫລາຍສົມຄວນ. ກ່ຽວກັບບັນຫາດັ່ງກ່າວ ທາງເມືອງກໍໄດ້ຈັດກຳລັງທະຫານຂອງເມືອງໃຫ້ການຊ່ວຍເຫຼືອ ໂດຍສະເພາະແມ່ນການຍົກຍ້າຍປະຊາຊົນ ແລະ ຊັບສິນຈໍານວນອອກຈາກພື້ນທີ່ນ້ຳຖ້ວມໄດ້ທັນ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...