spot_img
Homeຂ່າວຕ່າງປະເທດຫວຽດນາມອາດຄາດແຄນເພດຍິງ ຫາກຄ່ານິຍົມການມີລູກຊາຍບໍ່ປ່ຽນ

ຫວຽດນາມອາດຄາດແຄນເພດຍິງ ຫາກຄ່ານິຍົມການມີລູກຊາຍບໍ່ປ່ຽນ

Published on

VIETNAM-CHILDREN-DISABLED
(ພາບປະກອບ) ເດັກຫວຽດນາມໃນສະຖານລ້ຽງເດັກກຳພ້າຮ່າໂນ້ຍ ເມື່ອປີ 2013

 

ສຳນັກຂ່າວຊິນຫົວຂອງຈີນລາຍງານວ່າ ຄ່ານິຍົມກ່ຽວກັບການມີລູກຊາຍຢ່າງໜ້ອຍ 1 ຄົນໃນຄອບຄົວ

ຍັງຄົງຝັງແໜ້ນຢູ່ໃນຄວາມຄິດຂອງພໍ່ແມ່ຊາວຫວຽດນາມໃນທຸກວັນນີ້ ແລະ ຖືວ່າເປັນໜ້າທີ່ຄວາມ

ຮັບຜິດຊອບຂອງຊາຍຊາວຫວຽດນາມ ທີ່ຕ້ອງມີລູກຊາຍໃຫ້ໄດ້ຢ່າງໜ້ອຍ 1 ຄົນ, ຖ້າບໍ່ເຊັ່ນນັ້ນກໍຈະຖືກ

ເບິ່ງວ່າ ບໍ່ມີຄວາມສາມາດ ແລະ ບໍ່ເຄົາລົບຕໍ່ພໍ່ແມ່ຂອງຕົນເອງ.

 

ລາຍງານຂອງກອງທຶນປະຊາກອນ ແຫ່ງສະຫະປະຊາຊາດ ໃນປີ 2011 ລະບຸວ່າ ບຸດເພດຊາຍ ໄດ້ຮັບຄວາມ

ນິຍົມໃນຫວຽດນາມ ເພາະວ່າເດັກຊາຍສາມາດສືບເຊື້ອສາຍຕະກູນ ບູຊາບັນພະບຸລຸດ ເປັນທີ່ເພິ່ງພາ

ຂອງພໍ່ແມ່ທີ່ເຖົ້າແກ່ ແລະ ຮັບຊ່ວງມໍລະດົກ ຫຼື ກິດຈະການຂອງຄອບຄົວຕໍ່, ເນື່ອງຈາກແນວຄິດດັ່ງກ່າວ

ທີ່ສືບຕໍ່ຈາກລຸ້ນສູ່ລຸ້ນ ເຮັດໃຫ້ເກີດມີຄວາມບໍ່ສົມດຸນຂອງເພດໃນຫວຽດນາມ ໃນບໍ່ພໍເທົ່າໃດປີຜ່ານມາ.

 

ສັກນັກງານເພື່ອການວາງແຜນຄອບຄົວ ແລະ ປະຊາກອນ ພາຍໃຕ້ການກຳກັບຂອງກະຊວງສາທາລະນະ

ສຸກຫວຽດນາມ ລະບຸວ່າ ອັດຕາສ່ວນເພດຂອງເດັກເກີດໃໝ່ໃນຫວຽດນາມ ເພີ່ມຈາກເດັກຊາຍ 107 ຄົນຕໍ່

ເດັກຍິງ 100 ຄົນ ໃນປີ 1999 ກາຍມາເປັນ ເດັກຊາຍ 112.6 ຄົນ ຕໍ່ເດັກຍິງ 100 ຄົນ ໃນປີ 2013.

 

ລາຍງານຍັງໄດ້ລະບຸວ່າ ຄວາມບໍ່ສົມດຸນທາງເພດ ເກີດຂຶ້ນໃນ 45 ແຂວງ ຈາກທັງໝົດ 63 ແຂວງໃນທົ່ວ

ປະເທດ ໂດຍອັດຕາສ່ວນເພດເດັກເກີດໃໝ່ຂອງນະຄອນຫຼວງຮ່າໂນ້ຍ ໃນປີ 2013 ສູງກ່ວາອັດຕາສະ

ເລ່ຍຂອງທົ່ວປະເທດ ທີ່ຈຳນວນເດັກຊາຍ 114.5 ຄົນ ຕໍ່ເດັກຍິງ 100 ຄົນ.

 

ກະຊວງສາທາລະນະສຸກຫວຽດນາມ ເຕືອນວ່າ ຫາກສະຖານະການອັດຕາສ່ວນເພດຂອງເດັກເກີດໃໝ່ຍັງ

ຄົງບໍ່ປ່ຽນແປງໄປຈົນເຖິງປີ 2030 ຫວຽດນາມກໍຈະປະສົບບັນຫາຂາດແຄນເຈົ້າສາວເຖິງ 4 ລ້ານຄົນ.

 

ລາຍງານຂອງສຳນັກງານເພື່ອການວາງແຜນຄອບຄົວ ແລະ ປະຊາກອນ ຍັງໄດ້ລະບຸວ່າ ຄູ່ສົມລົດຊາວຫວຽດ

ນາມ ສ່ວນໜຶ່ງເລືອກເພດຂອງລູກຕັ້ງແຕ່ຍັງຖືພາ ເຊິ່ງບໍ່ຄ່ອຍປະກົດເຫັນໃນປະເທດອື່ນ, ເຖິງຢ່າງໃດກໍ

ຕາມ ໃນເວລານີ້ ຄູ່ສົມລົດຊາວຫວຽດນາມບາງຄູ່ ກໍຄ່ອຍໆປ່ຽນທັດສະນະຄະຕິ ແລະ ປະຕິເສດແນວຄິດເດີມ

ກ່ຽວກັບການມີລູກຊາຍ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...