spot_img
Homeຂ່າວເຫດການນາຍົກ ຊີ້ນຳ ສະມາຄົມຜູ້ອາຍຸສູງ

ນາຍົກ ຊີ້ນຳ ສະມາຄົມຜູ້ອາຍຸສູງ

Published on

ວັນທີ 30 ກັນຍາ 2016 ທີ່ພັດຕາຄານແມ່ຂອງ ນະຄອນຫຼວງວຽງຈັນ, ສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງ ຈັນ (ສອວ) ໄດ້ຈັດງານພົບປະສ້າງ ສັນກັບບັນດາສະມາຊິກ, ໂດຍໃຫ້ກຽດ ເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ບັນດານັກທຸລະກິດ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ສົມພົງ ມົງຄົນວິໄລ ປະທານສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ ກ່າວວ່າ: ສອວ ຈັດງານ ພົບປະສ້າງສັນປະຈໍາເດືອນກັນຍາ 2016  ຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຫຼາຍ ເພາະກົງກັບວັນຜູ້ອາຍຸສູງສາກົນ (ວັນທີ 1 ຕຸລາ) ທີ່ຫຼາຍໆປະເທດໃນທົ່ວໂລກພວມສະເຫຼີມສະຫຼອງ, ອີກຄວາມໝາຍສໍາຄັນແມ່ນ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ທີ່ນະຄອນຫຼວງວຽງຈັນ ຊຶ່ງໄດ້ຮັບຜົນສໍາເລັດຢ່າງສະຫງ່າງາມ.

ທ່ານປະທານສະມາຄົມກ່າວຕື່ມວ່າ:ສອວ ສ້າງຕັ້ງຂຶ້ນໃນຕົ້ນປີ 2011 ໃນເວລານັ້ນລວມມີສະມາຊິກປະມານ 30 ກວ່າຄົນ, (ສ້າງຕັ້ງຂຶ້ນມາດ້ວຍຄວາມສະໝັກໃຈຂອງບັນດາພະນັກງານຮຸ່ນອາວຸໂສ), ຜ່ານການເຄື່ອນໄຫວ, ປຸກ ລະດົມຂົນຂວາຍຈໍານວນສະມາຊິກໄດ້ ເພີ່ມຂຶ້ນໃນແຕ່ລະເດືອນ, ແຕ່ລະປີເຮັດ ໃຫ້ສາມາດປະຕິບັດພາລະບົດບາດຂອງຕົນໄດ້ຢ່າງຕໍ່ເນື່ອງ ຊຶ່ງຈຸດປະສົງເປົ້າ ໝາຍໃນການສ້າງຕັ້ງແມ່ນເພື່ອເຮັດໃຫ້ສະມາຊິກກໍຄືຜູ້ອາຍຸສູງໄດ້ມີການດໍາລົງຊີວິດຮ່ວມກັນດ້ວຍຄວາມເບີກບານ ມ່ວນຊື່ນ, ມີສຸຂະພາບເຂັ້ມແຂງ, ສ້າງກິດຈະກໍາໄປທ່ອງທ່ຽວ, ກິດຈະກໍາຢ່າງເພື່ອສຸຂະພາບ, ກິດຈະກໍາສະຫຼອງບຸນປະເພ ນີຕ່າງໆ, ທີ່ສໍາຄັນແມ່ນກິດຈະກໍາຊ່ວຍ ເຫຼືອບ່ອນທີ່ທຸກຍາກລໍາບາກມີບັນຫາ ເລື່ອງໄພທໍາມະຊາດ, ໄປຊ່ວຍເດັກນ້ອຍ ບ່ອນບໍ່ມີໂຮງຮຽນທີ່ໄດ້ມາດຕະຖານ ຫຼື ໄປສົງເຄາະສູນເດັກນ້ອຍຕາບອດ, ສູນຄົນພິການຕ່າງໆ ອີງຕາມຄວາມສາມາດຂອງພວກເຮົາ, ພິເສດແມ່ນການເບິ່ງແຍງສະມາຊິກນໍາກັນໃນເວລາເຈັບໄຂ້ໄດ້ປ່ວຍ, ບໍ່ສະບາຍ ພວກເຮົາກໍ່ຈະລະດົມເພື່ອນຮ່ວມສະມາຄົມໄປເບິ່ງແຍງດູແລ, ນໍາເອົາສິ່ງຂອງໄປມອບໃຫ້ຕາມຄວາມສາມາດ.

ໂອກາດດຽວກັນ ທ່ານ ນາຍົກລັດຖະມົນຕີ ໄດ້ຂຶ້ນກ່າວໂອ້ລົມ ສະແດງຄວາມນັບຖືຮັກແພງທີ່ໄດ້ມາຮ່ວມງານພົບປະສ້າງສັນສົນທະນາແລກປ່ຽນຄໍາຄິດຄໍາເຫັນນໍາບັນດາອ້າຍເອື້ອຍລຸງປ້າອາວອາໃນເທື່ອນີ້, ພ້ອມຊີ້ແຈງລາຍລະອຽດກ່ຽວກັບຜົນສໍາເລັດຂອງກອງປະຊຸມ ສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆທີ່ ສປປ ລາວ ຮັບກຽດເປັນເຈົ້າພາບຈັດ ຂຶ້ນໃນຫວ່າງບໍ່ດົນຜ່ານມານີ້ ລວມເຖິງຜົນງານຕ່າງໆທີ່ທາງຄະນະລັດຖະບານ ຊຸດໃໝ່ຍາດມາໄດ້ ໂດຍສະເພາະແມ່ນ ເລື່ອງການຄຸ້ມຄອງບັນຫາການສົ່ງອອກ ໄມ້ ແລະອື່ນໆ, ນອກນີ້ ທ່ານນາຍົກຍັງໄດ້ ຊີ້ນໍາໃຫ້ ສອວ ສືບຕໍ່ຈັດກິດຈະກໍາຜ່ອນຄາຍທີ່ມີແຕ່ລະເດືອນແຕ່ລະປີ, ສ້າງຄວາມເບີກບານມ່ວນຊື່ນ, ອາຍຸໝັ້ນຍືນ ສືບຕໍ່ຈັດກິດຈະກໍາຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ທຸກຍາກແບບນີ້ຕໍ່ໄປເລື້ອຍໆ, ສືບຕໍ່ອະທິບາຍແນວທາງນະໂຍບາຍຂອງ ພັກ-ລັດຖະບານໃນແຕ່ລະບັນຫາໃຫ້ພໍ່ແມ່ປະຊາຊົນ, ທະຫານ, ຕໍາຫຼວດ ພະ ນັກງານຮັບຮູ້ເຂົ້າໃຈ, ສຸດທ້າຍຂໍໃຫ້ສະມາຄົມເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອຊ່ວຍພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງສີວິໄລ.

ທີ່ມາ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...