Homeຂ່າວເຫດການນັກທຸລະກິດໄມ້ ຊົມເຊີຍຄຳສັ່ງເລກທີ່ 15/ນຍ ພ້ອມຂໍລັດຊ່ວຍພັດທະນາສີມື

ນັກທຸລະກິດໄມ້ ຊົມເຊີຍຄຳສັ່ງເລກທີ່ 15/ນຍ ພ້ອມຂໍລັດຊ່ວຍພັດທະນາສີມື

Published on

ຄຳສັ່ງເລກທີ 15/ນຍ ຂອງລັດຖະບານໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ຜູ້ຄ້າ ໄມ້ຂ້າມຊາດ ແຕ່ນັກທຸລະກິດຜູ້ເຄື່ອນ ໄຫວຖືກຕ້ອງກັບຊົມເຊີຍທີ່ມີເອກະສານສະບັບນີ້ ເພາະເຮັດໃຫ້ໄມ້ລາວມີມູນຄ່າສູງຂຶ້ນ ສຳຄັນກວ່ານັ້ນສາມາດອະນຸຮັກປ່າທຳມະຊາດບໍ່ໃຫ້ຖືກທຳລາຍ ແຕ່ບັນຫາທີ່ຈະໃຫ້ລັດຊ່ວຍຄືການພັດທະນາສີມືແຮງງານຈຳເປັນຕ້ອງໄດ້ຖ່າຍທອດປະສົບການຈາກຊາດອື່ນ.

ນັບແຕ່ເດືອນພືດສະພາ 2016 ທີ່ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ອອກຄຳສັ່ງເລກທີ 15/ນຍ ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດໃນ ການຄຸ້ມຄອງ ແລະກວດກາການຂຸດຄົ້ນ ໄມ້, ເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ໃນນັ້ນໄດ້ສັ່ງເດັດຂາດໃຫ້ຢຸດຕິການສົ່ງ ອອກໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ, ຮາກ ຫຼືເຫງົ້າໄມ້, ຕໍ, ປູດໄມ້ ແລະໄມ້ຢືນຕົ້ນທີ່ຂຸດຄົ້ນຈາກປ່າທຳມະຊາດ ໄປຕ່າງປະເທດໃນທຸກກໍລະນີ.

ພາຍຫຼັງຄຳສັ່ງສະບັບນັ້ນເຈົ້າໜ້າທີ່ໄດ້ເຮັດໜ້າທີ່ຢ່າງເຂັ້ມງວດໃນການກວດກາການຂົນສົ່ງຂ້າມແດນເຮັດໃຫ້ບາງດ່ານສາມາດ ກັກຢືດສິນຄ້າ ແລະຜູ້ກະທຳຜິດຈຳນວນຫຼາຍບໍວ່າຈະເປັນລົດຂົນໄມ້ໂດຍກົງ ຫຼືລົດຂົນສິນຄ້າອື່ນແອບແຝງ ຊຶ່ງສິ່ງເຫຼົ່ານັ້ນໄດ້ຢັ້ງຢືນເຖິງຜົນສັກສິດຂອງຄຳສັ່ງເລກທີ 15/ນຍ ກໍ່ຄືການບໍລິຫານປະເທດ ທີ່ເດັດຂາດຫຼາຍຂຶ້ນຂອງຄະນະລັດຖະບານຊຸດໃໝ່ໃນການຕ້ານປາກົດການຫຍໍ້ທໍ້ທາງສັງຄົມ ຈາກນັ້ນໃນທ້າຍເດືອນ ສິງຫາຜ່ານມານີ້ລັດຖະບານໄດ້ຕີລາຄາຄືນໝາກຜົນຂອງການນຳໃຊ້ເອກະສານສຳຄັນດັ່ງກ່າວໃນພາກປະຕິບັດຕົວຈິງ ພ້ອມທັງກຳນົດເພີ່ມການຈຳແນກສິນຄ້າໄມ້ທີ່ອະນຸຍາດ ແລະຫ້າມສົ່ງອອກ ໄວ້ຊັດເຈນກວ່າເກົ່າ.

ທັງໝົດນັ້ນທ່ານ ນາງ ຈັນໄຕ ປະທຳມະວົງ ຜູ້ອຳນວຍການ ໂຮງງານຈັນໄຕ ເຟີນີເຈີໄດ້ສະແດງຄວາມຄິດເຫັນວ່າ: ການທີ່ລັດບໍ່ອະນຸຍາດໃຫ້ເອົາໄມ້ອອກນອກປະເທດກ່ອນການສ້າງມູນຄ່າເພີ່ມ ນັ້ນຖືເປັນນິມິດໝາຍອັນໃໝ່ເພາະນອກຈາກຈະຊ່ວຍຮັກສາປ່າໄມ້ໃນທຳມະຊາດແລ້ວ ຍັງຈະເປັນການອະນຸຮັກວັດຖຸດິບໄວ້ຜະລິດພາຍໃນ ເພື່ອສ້າງວຽກເຮັດງານທຳ, ສ້າງມູນຄ່າເພີ່ມແກ່ສິນຄ້າຂອງລາວເສີມຈຸດໄດ້ປຽບໃຫ້ລາວສາມາດ ແຂ່ງຂັນໄດ້ໃນຕະຫຼາດສາກົນອີກຕ່າງຫາກ.

ທ່ານນາງ ຈັນໄຕ ກ່າວວ່າ: ລາວເຮົາແມ່ນມີຄວາມໄດ້ປຽບດ້ານວັດຖຸດິບແຕ່ສິ່ງທີ່ຕ້ອງປັບປຸງຄືສີມືແຮງານຈຳ ເປັນຕ້ອງບຸກບືນສູ້ຊົນຕື່ມຈິ່ງຈະທຽບທັນກັບຊາດອື່ນ ແລະບັນຫາດັ່ງກ່າວແນ່ນອນຫົວໜ່ວຍທຸລະກິດແມ່ນຈະອາໄສ ການຊ່ວຍເຫຼືອຈາກພາກລັດໃນການລະດົມຂໍຄວາມຮ່ວມມືຈາກຕ່າງປະເທດມາຝຶກອົບຮົມທາງວິຊາການໃຫ້ ໂດຍ ສະເພາະຈະຕີຕະຫຼາດໃດແມ່ນຕ້ອງຮູ້ ຄວາມຕ້ອງການຂອງຕະຫຼາດນັ້ນ ແລະຜະລິດສິນຄ້າສະໜອງຕາມການຮຽກຮ້ອງຂອງຜູ້ຊື້ ພ້ອມດຽວກັນນີ້ຄ່າພາສີອາກອນ ໃນປະຈຸບັນຍັງສູງຫຼາຍບວກໃສ່ຄວາມຫຍຸ້ງຍາກໃນການກູ້ຢືມເງິນ, ອັດຕາດອກເບ້ຍທະນາຄານກໍເປັນບັນຫາຖ່ວງດຶງການພັດທະນາຂອງຂະແໜງ ຜະລິດຕະພັນໄມ້ທີ່ຕ້ອງການຄວາມຊ່ວຍເຫຼືອຈາກພາກລັດ.

ເຊັ່ນດຽວກັບທ່ານ ນາງ ບົວລິພັນ ເຈົ້າຂອງໂຮງງານປຸງແຕ່ງໄມ້ເມືອງພູວົງ ໂຮງງານຕົວແບບດ້ານການຜະລິດ ໄມ້ຂອງແຂວງອັດຕະປື ກໍໄດ້ສະແດງ ທັດສະນະວ່າ: ຄຳສັ່ງເລກທີ 15/ນຍ ແມ່ນມີຜົນກະທົບເລັກນ້ອຍຕໍ່ພາກການ ສົ່ງອອກ ແຕ່ໂດຍລວມແລ້ວການນຳເອົາ ຄຳສັ່ງໄປຈັດຕັ້ງປະຕິບັດສາມາດສະກັດກັ້ນການຄ້າໄມ້ເຖື່ອນຢ່າງເປັນຮູບປະທຳ ແລະຍັງເປັນການສົ່ງເສີມທຸລະກິດ ໄມ້ຖືກກົດໝາຍໄປໃນຕົວໃນນາມຜູ້ດຳເນີນທຸລະກິດກ່ຽວກັບໄມ້ມານັບ 20 ປີ ຄັ້ງນີ້ຖືເປັນບາດກ້າວສຳຄັນສຸດໃນການ ອະນຸຮັກຜືນປ່າໃຫ້ຍືນຍົງສາມາດນຳ ໃຊ້ຍາວນານຊົ່ວລູກຊົ່ວຫຼານ ແລະເຮັດໃຫ້ຜູ້ຜະລິດໄມ້ຫັນມາຫາທາງອອກດ້ວຍການປູກໄມ້ຜະລິດແທນການຕັດໄມ້ໃນປ່າ.

ທ່ານຍັງກ່າວອີກວ່າ: ບໍລິສັດຂອງ ຕົນແມ່ນພໍໃຈທີ່ຈະຊື້ໄມ້ນຳລັດຖະບານເຮັດໃຫ້ທຸລະກິດໄມ້ເຂົ້າຂອບຂອງກົດ ໝາຍ ແລະຍັງສະໜັບສະໜູນຜະລິດ ເປັນຜະລິດຕະພັນສຳເລັດຮູບກ່ອນສົ່ງອອກ ສູ່ຕະຫຼາດ ແນໃສ່ຮອງຮັບການຜະລິດໄລຍະຍາວ, ຄຽງຄູ່ກັນນີ້ໄດ້ພະຍາຍາມປູກໄມ້ທົດແທນການໃຊ້ໄມ້ທຳມະຊາດດຽວ ນີ້ມີແລ້ວຢ່າງໜ້ອຍ 30 ເຮັກຕາສ່ວນ ໃຫຍ່ເປັນໄມ້ສັກ ແລະຈະຫາທາງເພີ່ມ ຂໍສຳປະທານດິນລັດເພື່ອປູກໄມ້ເນື້ອແຂງອີກຫຼາຍເທົ່າໃດຍິ່ງດີ.

ທີ່ມາ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...