Homeຂ່າວເຫດການລະດົມຄຳເຫັນໃສ່ ຮ່າງດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສນຍ

ລະດົມຄຳເຫັນໃສ່ ຮ່າງດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສນຍ

Published on

ຂປລ. ຫ້ອງ​ວ່າການສຳນັກງານ​ນາຍົກລັດຖະມົນຕີ (ຫສນຍ) ​ໄດ້​ຈັດ​ກອງ​ປະຊຸມສຳມະນາ ​ເພື່ອ​ລະດົມ​ຄຳ​ຄິດ​ຄຳ​ເຫັນ ​ໃສ່​ຮ່າງ​ດຳລັດ​ ວ່າ​ດ້ວຍ​ການຈັດຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ ສນຍ ​ເພື່ອ​ເຮັດ​ໃຫ້​ເນື້ອ​ໃນຮ່າງ​ດຳລັດ​ສະບັບ​ດັ່ງກ່າວ ອຸດົມສົມບູນ, ​ເປັນ​ເອກະ​ພາບ ​ແລະ ສາມາດ​ນຳ​ໄປ​ຈັດຕັ້ງປະຕິບັດ ​ໃຫ້​ໄດ້​ຮັບ​ຜົນ​ດີ.

ທ່ານ ​ເພັດ ພົມ​ພິພັກ ລັດຖະມົນຕີ​ປະຈຳ ສນຍ, ຫົວໜ້າ ຫສນຍ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ດັ່ງກ່າວ ​ໃນ​ວັນ​ທີ 9 ກັນຍານີ້ ຢູ່ນະຄອນຫລວງ​ວຽງ​ຈັນ​ວ່າ: ຮ່າງ​ດຳລັດ​ສະບັບ​ນີ້ ​ໂດຍ​ພື້ນຖານ​ແມ່ນ​ໄດ້​ປັບປຸງ ດຳລັດຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 291/ລບ, ລົງ​ວັນ​ທີ 19 ກັນຍາ 2011 ວ່າ​ດ້ວຍ​ການຈັດຕັ້ງ ​ແລະ ​ເຄື່ອນ​ໄຫວຂອງຫ້ອງ​ວ່າການ​ລັດຖະບານ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ລັດຖະບານ ສະບັບ​ປັບປຸງ​ໃໝ່ ທີ່​ໄດ້​ຜ່ານ​ການ​ຮັບຮອງ​ຈາກ​ກອງ​ປະຊຸມ​ລັດຖະບານ ​ໃນ​ທ້າຍ​ເດືອນ​ຜ່ານ​ມາ, ​ເຊິ່ງ​ເນື້ອ​ໃນຕົ້ນຕໍຂອງ​ຮ່າງ​ດຳລັດ​ສະບັບ​ນີ້ ​ແມ່ນ​ໄດ້​ປັບປຸງ​ຄືນ​ທີ່​ຕັ້ງ, ພາລະ​ບົດບາດ, ຂອບ​ເຂດ​ສິດ, ​ໜ້າ​ທີ່ ​ແລະ ກົງຈັກ​ການຈັດຕັ້ງຂອງ ຫສນຍ ​ເພື່ອ​ຮັບປະກັນການ​ເຄື່ອນ​ໄຫວ ​​ແລະ ​ໃຫ້​ສອດຄ່ອງກັບໜ້າ​ທີ່​ການ​ເມືອງໃນ​ໄລຍະ​ໃໝ່ຂອງ ຫສນຍ ທີ່​ມີ​ບົດບາດ​ໃນ​ການ​ເປັນ​ເສນາ​ທິການໃຫ້​ແກ່​ລັດຖະບານ, ນາຍົກລັດຖະມົນຕີ ​ແລະ ບັນດາ​ຮອງ​ນາຍົກລັດຖະມົນຕີ, ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ວຽກ​ງານຂອງ​ລັດຖະບານ ​ແລະ ອົງການ​ປົກ​ຄອງ​ທ້ອງ​ຖິ່ນ, ຊ່ວຍ​ວຽກ​ນາຍົກລັດຖະມົນຕີ, ບັນດາ​ຮອງ​ນາຍົກລັດຖະມົນຕີ ​ໃນ​ການ​ບໍລິຫານ​ບັນຊາ​ ວຽກ​ງານ​ລວມ ​ແລະ ປະສານ​ສົມທົບ​ວຽກ​ງານກັບ​ບັນດາ​ອົງການ​ຈັດຕັ້ງຂອງ​ພັກ-​ລັດ, ​ອົງການ​ຈັດຕັ້ງມະຫາຊົນ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ, ສ້າງ​ ແລະ ຈັດຕັ້ງປະຕິບັດ​ຢ່າງ​ເຂັ້ມງວດ ​ລະບຽບ​ແບບ​​ແຜນ​ວິທີ​ເຮັດ​ວຽກ ​ແລະ ​ແຜນການ​ເຄື່ອນ​ໄຫວຂອງ​ລັດຖະບານ, ນາຍົກລັດຖະມົນຕີ ​ແລະ ບັນດາ​ຮອງ​ນາຍົກລັດຖະມົນຕີ ​ໃນ​ການ​ເປັນ​ເສນາ​ທິການ​ທີ່​ດີ, ປະສານ​ງານ​ທີ່​ດີ ​ແລະ ຄຸ້ມ​ຄອງ​ບໍລິການ​ຮັບ​ໃຊ້​ໃຫ້​ແກ່​ການ​ນຳ, ຮັບປະກັນ​ເງື່ອນ​ໄຂ​ດ້ານ​ຕ່າງໆ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ວຽກ​ງານຂອງ​ລັດຖະບານ ມີ​ຄວາມ​ຄ່ອງ​ຕົວ ​ແລະ ມີ​ປະສິດທິ​ຜົນທີ່​ດີ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...