Homeຂ່າວການພັດທະນານິວຊີແລນຊ່ວຍລາວ 7 ກວ່າລ້ານໂດລາເພື່ອແກ້ໄຂບັນຫາລະເບີດບໍ່ແຕກ

ນິວຊີແລນຊ່ວຍລາວ 7 ກວ່າລ້ານໂດລາເພື່ອແກ້ໄຂບັນຫາລະເບີດບໍ່ແຕກ

Published on

ລັດຖະບານປະເທດນິວຊີແລນໄດ້ປະກາດໃນວັນທີ 8 ກັນຍາ 2016 ວ່າຕົນເອງໄດ້ຕົກລົງຊ່ວຍເຫລືອ ສປປ ລາວຮອບໃໝ່ຈຳນວນ 10 ລ້ານໂດລານິວຊີແລນ ຫລື ປະມານ 7.2 ລ້ານໂດລາສະຫະລັດເພື່ອປະກອບສ່ວນເຂົ້າໃນວຽກງານເກັບກູ້ລະເບີດບໍ່ທັນແຕກໃນ ສປປ ລາວໂດຍຜ່ານອົງການ ສປຊເພື່ອການພັດທະນາ.
ການຊ່ວຍເຫລືອດັ່ງກ່າວຈະໄດ້ນໍາໃຊ້ເຂົ້າວຽກງານເກັບກູ້ລະເບີດບໍ່ທັນແຕກໃນປາງສົງຄາມຢູ່ແຂວງຊຽງໃນ 4 ຕໍ່ໜ້ານັບແຕ່ປີ 2017-2020. ຂະນະທີ່ ທ່ານ ຈອນຄີ ນາຍົກລັດຖະມົນຕີປະເທດນິວຊີແລນໄດ້ເປີດເຜີຍລະຫວ່າງການຢ້ຽມຢາມ ແລະວຽກເຮັດຢູ່ສູນຝຶກອົບຮົມຂອງໂຄງການເກັບກູ້ລະເບີດແຫ່ງຊາດທີ່ ບ້ານອີໄລ ເມືອງນາຊາຍທອງໃນດຽວກັນວ່າ: ຕົນເອງດີໃຈ ແລະ ເປັນກຽດຢ່າງສູງທີ່ລັດຖະບານລາວໄດ້ເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ທີ່ ສປປ ລາວເປັນເຈົ້າພາບ ເຊິ່ງເປັນໂອກາດທີ່ດີໄດ້ມາຢ້ຽມຢາມສູນຝຶກອົບຮົມ ແລະ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽການເກັບກູ້ລະເບີດໃນແຂວງຊຽງຂວາງໄດ້ຮັບຜົນສໍາເລັດຢ່າງຫລວງ ລວມທັງປະຊາຊົນທ້ອງຖິ່ນຈໍານວນສາມາດເຂົ້າເຖິງເນື້ອທີ່ການຜະລິດ ແລະທໍາມາຫາກິນໄດ້ສະດວກກວ່າເກົ່າ ແນວໃດກໍດີ ທ່ານ ນາຍົກລັດຖະມົນຕີນີວຊີແລນເຊື່ອວ່າການຊ່ວຍເຫລືອຮອບໃໝ່ນີ້ຈະປະກອບສ່ວນສໍາຄັນເຂົ້າໃນການພັດທະນາຂຶ້ນຕື່ມອີກເພື່ອຊ່ວຍໃຫ້ປະຊາຊົນພາຍໃນແຂວງດັ່ງກ່າວເຂົ້າເຖິງການຜະລິດ, ແກ້ໄຂຄວາມທຸກຍາກ ແລະ ຊ່ວຍຫລຸດຜ່ອນບັນຫາລະເບີດບໍ່ທັນແຕກໃຫ້ຫລຸດໜ້ອຍຖອຍລົງໄປຄຽງຄູ່ກັບການສະໜັບສະໜູນທ່າແຮງເຮັດໃຫ້ ສປປ ລາວບັນລຸເປົ້າໝາຍສະຫະລັດໃນຕໍ່ໜ້າ ແລະຫວັງວ່າການນໍາໃຊ້ທຶນດັ່ງກ່າວຈະເກີດດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ.

      ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມກໍໄດ້ສະແດງຄວາມຂອບໃຈມາຍັງລັດຖະບານປະເທດນິວຊີແລນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ແຂວງຊຽງຂວາງຕັ້ງແຕ່ປີ 2010 ຈົນເຖິງປັດຈຸບັນນີ້, “ການຊ່ວຍເຫລືອໃນໄລຍະຜ່ານມາໂຄງການເກັບກູ້ລະ ເບີດແຫ່ງຊາດ ສາມາດປົດປ່ອຍເນື້ອທີ່ໆປອດໄພ ເພື່ອທໍາການຜະລິດ ແລະການພັດທະນາ ໄດ້ຫລາຍ ກວ່າ 3 ພັນເຮັກຕາ ເຊິ່ງໄດ້ປະກອບສ່ວນ ຢ່າງຫລວງຫລາຍ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ, ການຫລຸດຜ່ອນອຸບັດຕິເຫດຈາກລະເບີດຕົກຄ້າງ ແລະຫລາຍຜ່ອນຄວາມສ່ຽງໄພໃນການດຳລົງຊີວິດ ກໍຄື ການທຳມາຫາກິນ ຂອງປະຊາຊົນບັນດາເຜົ່າຢູ່ແຂວງຊຽງຂວາງ”. ພ້ອມຢືນຢັນວ່າຈະນໍາໃຊ້ທຶນຮອນຂອງລັດຖະບານນິວຊີແລນປະກອບສ່ວນຄັ້ງນີ້ໃຫ້ເກີດດອກອອກຜົນ ແລະໂປ່ງໃສຢ່າງແທ້ຈິງ.

ຜ່ານມາລັດຖະບານນິວຊີແລນໄດ້ຊ່ວຍເຫລືອລັດຖະບານລາວຈໍານວນ 4 ລ້ານກວ່າໂດລາສະຫະລັດເພື່ອຈັດຕັ້ງປະຕິບັດວຽກງານເກັບກູ້ລະເບີດດັ່ງກ່າວໃນແຂວງຊຽງຂວາງນັບແຕ່ 2010-2015 ເຊິ່ງສາມາດເຮັດໃຫ້ພື້ນທີ່ມີຄວາມສ່ຽງກາຍເປັນພື້ນທີ່ມີຄວາມປອດໄດ້ 2 ພັນກວ່າເຮັກຕາ ແລະທໍາລາຍເສດລະເບີດຕ່າງໆໄດ້ເກືອບ 7 ພັນສິ້ນສ່ວນໃນ 326 ບ້ານ. ສ່ວນຈຳນວນຜູ້ບາດເຈັບ ແລະເສຍຊີວິດຈາກອຸບັດຕິເຫດລະເບີດບໍ່ທັນແຕກໃນແຂວງຊຽງຂວາງແມ່ນໄດ້ຫລຸດລົງຢ່າງຕໍ່ເນື່ອງຈາກຈຳນວນ 41 ຄົນໃນປີ 2010 ມາເປັນ 11 ຄົນໃນປີ 2015 ອັນເປັນຜົນມາຈາກການເກັບກູ້ລະເບີດບໍ່ທັນແຕກ ແລະການໂຄສະນາສຶກສາຄວາມສ່ຽງທີ່ໄດ້ຮັບການສະໜັບສະໜູນຈາກປະເທດນິວຊີແລນ ແລະຜູ້ໃຫ້ທຶນອື່ນໆໂດຍຜ່ານອົງການສປຊເພື່ອການພັດທະນາ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...