Homeປ່ອງຢ້ຽມດວງດາວນັກ​ບິນ​ອາ​ວະ​ກາດ​ຂອງ​ຣັດ​ເຊຍ ແລະ ສະຫະລັດ ອາ​ເມ​ຣິ​ກາ ເດີນ­ທາງ​ກັບ​ຄືນ​ສູ່​ໂລກ

ນັກ​ບິນ​ອາ​ວະ​ກາດ​ຂອງ​ຣັດ​ເຊຍ ແລະ ສະຫະລັດ ອາ​ເມ​ຣິ​ກາ ເດີນ­ທາງ​ກັບ​ຄືນ​ສູ່​ໂລກ

Published on

ນັກ​ບິນ​ອາ​ວະ​ກາດ​ຊາວ​ຣັດເຊຍ 2 ຄົນ ແລະ​ ຊາວອາ​ເມ​ຣິກາ 1 ຄົນ ໄດ້​ເດີນ­ທາງ​ລົງ​ຮອດໜ້າ­ດິນ ໃນ​ປະ­ເທດ​ກາ​ຊັກ​ສະຖານ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 7 ກັນ­ຍາ​ນີ້ ຫຼັງ​ຈາກ​ໄດ້​້​ໃຊ້​ເວ­ລາເກືອບ 6 ເດືອນ ​ເຮັດ​ວຽກ​ຢູ່​ເທິງສະ­ຖາ­ນີ​ອາ​ວະ​ກາດສາ­ກົນ (ISS).

ນັກ​ບິນ​ອາ​ວະ​ກາດ​ຣັດ​ເຊຍ 2 ຄົນ ໄດ້­ແກ່ ອາ​ເລັກ​ເຊ ອອບ​ຊີ​ນິນ ແລະ ໂອ​ເລັກ ສ​ກຣີ​ໂປ​ສ​ກາ ສ່ວນນັກ​ບິນ​ອາ​ວະ​ກາດຊາວ​ອາເມ​ຣິ​ກາ ເຈ​ຟ ວິນ​ລຽມ ​ໄດ້​ນຳ​ເອົາຍານ​ອາ​ວະ​ກາດ Soyuz ທີ່​ຜະລິດ​ໂດຍ​ຣັດ​ເຊຍ ​ລົງ​ສູ່​ພາກ​ພື້ນ​ດິນ ໃນ​ພາກກາງ​ປະ­ເທດ​ກາ​ຊັກ​ສະຖານ ໃນ​ວັນ​ພຸດ​ທີ່​ຜ່ານ ນັກ​ບິນອາ​ວະ​ກາດ​ທັງ​ສາມ ໄດ້​ອອກຈາກ ISS ປະ­ມານ​ສາມ​ຊົ່ວ­ໂມງເຄິ່ງ​ ກ່ອນ​ທີ່​ພວກ​ເຂົາ­ເຈົ້າ​ຈະ​ກັບຄືນ​ສູ່​ພາກ​ພື້ນ​ດິນ.

ຫຼັງ​ຈາກ​ການ​ກັບ​ຄືນ​ສູ່​ໂລກຂອງ​ນັກ​ບິນ​ອາ​ວະ​ກາດ​ທັງ​ສາມຄົນ​ນັ້ນ­ແລ້ວ ຜູ້​ທີ່​ສືບ­ຕໍ່​ປະ­ຕິ­ບັດພາ­ລະ­ກິດ​ຢູ່​ໃນ ISS ກໍ່​ຍັງ​ມີນັກບິນ​ອາ​ວະ​ກາດ 3 ຄົນ ໄດ້­ແກ່ ອານາ​ໂຕ​ລີ ອີ​ວາ​ນີ​ຊິນ (ຊາວ​ຣັດເຊຍ) ນັກ​ບິນ​ອາ​ວະ​ກາດ​ເພດ​ຍິງຊາວ​ອາ​ເມ​ຣິ​ກາ ແຄດ ຣູ​ບິນ ແລະ ລວມ​ເຖິງ ຕາ​ກູ​ຢາ ໂອ​ນີ​ຊິ ຈາກ​ຍີ່­ປຸ່ນ.

 

ຂ່າວຈາກ: Vientiane Mai

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...