spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 8 ກັນຍາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 8 ກັນຍາ

Published on

ວັນທີ 8 ກັນຍາ ປີ 2006 ຫຼືມື້ນີ້ເມື່ອ 10 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Yakuza ພາກທຳອິດ ເທິງເຄື່ອງ PS2 ທີ່ປະເທດສະຫະລັດອາເມຣິກາ. ໂດຍ Yakuza ເປັນເກມແນວແອັກຊັ່ນ RPG ທີ່ມີພາກຕໍ່ອອກມາອີກຫຼາຍພາກ ໂດຍຊີຣີນີ້ຖືກຍົກໃຫ້ເປັນຄືຜູ້ສືບທອດຂອງຊີຣີ Shenmue ທີ່ເຄີຍລົງໃຫ້ກັບເຄື່ອງ Dreamcast ເຊິ່ງອົງປະກອບຫຼາຍຢ່າງໃນເກມ Yakuza ແມ່ນໄດ້ຮັບແຮງບັນດານໃຈມາຈາກ Shenmue ຂ້ອນຂ້າງຫຼາຍແລະ Yakuza ເອງກໍໄດ້ຮັບຄວາມນິຍົມໃນຍີ່ປຸ່ນສູງ ສ່ວນໃນປະເທດອື່ນໆກໍມີຫຼາຍພໍສົມຄວນ.

ເລື່ອງລາວຂອງເກມຈະກ່າວເຖິງ ຄາຊຶມ້າ ຄິຣິວ ພະເອກຂອງເກມນີ້ທີ່ເປັນຢາກູຊ້າໜຸ່ມຜູ້ມີອະນາຄົດໄກໃນວົງການ ແຕ່ແລ້ວຊີວິດຂອງລາວກໍພິກຈາກໜ້າມືເປັນຫຼັງມື, ເມື່ອ ໂຊເຮ ໂດຈິມ້າ ຫົວໜ້າແກ້ງຂອງລາວໄດ້ພະຍາຍາມຈະລວນລາມ ຢູມິ ເຊິ່ງເປັນຄົນຮັກຂອງຄິຣິວທີ່ຢູ່ໃນແກ້ງດຽວກັນ ແຕ່ວ່າ ອາກິຣະ ນິຊິກິໝູ່ຮັກຂອງຄິຣິວທີ່ຢູ່ໃນແກ້ງດຽວກັນໄດ້ເຂົ້າມາຊ່ອຍໄວ້ແລະຍິງໂຄຈິມ້າຕາຍໄປ. ຫຼັງຈາກນັ້ນ ຄິຣິວ ກໍໄດ້ເຂົ້າມາເຫັນຢູມິກັບນິຊິກິໃນນສະພາບທີ່ກຳລັງຊ໋ອກທັງຄູ່ ຄິຣິວຈຶ່ງບອກໃຫ້ນິຊິກິພາຢູມິໜີໄປ ໂດຍຈະໃຫ້ຄຳກັບຕຳຫຼວດວ່າຕົນເອງເປັນຄົນຂ້າໂຄຈິມ້າເອງ ແລະນັ້ນກໍເຮັດໃຫ້ຄິຣິວຕ້ອງຕິດຄຸກແທນໝູ່ເປັນເວລາ 10 ປີດ້ວຍຂໍ້ຫາຂ້າຄົນຕາຍ ແຖມຍັງຖືກໄລ່ອອກຈາກແກ້ງນຳ, ຍັງບໍພໍ່ເທົ່ານັ້ນ ພໍຈະສືບຫາຂ່າວຂອງຢູມິກໍບໍ່ມີຮ່ອງຮອຍໃດໆ ຈົນຄິຣິວນັ້ນພົ້ນໂທດອອກມາຈາກຄຸກ ກໍໄດ້ພົບວ່າມີເງິນຈຳນວນ 1 ໝື່ນລ້ານເຢນໄດ້ຖືກລັກໄປຈາກສະມາພັນໂທໂຈ ທີ່ເປັນສະມາພັນສູງສຸດຂອງພວກຢາກູຊ້າໃນແຖບຄັນໂຕ ເຮັດໃຫ້ບັນດາຢາກູຊ້າທັງຫຼາຍຕ່າງກໍອອກຊອກຫາເງິນຈຳນວນນີ້ແທບພິກແຜ່ນດິນ. 

ຈາກນັ້ນຄິຣິວກໍຮູ້ຂໍ້ມູນວ່າຢູມິທີ່ຫາຍສາບສູນມີຄວາມກ່ຽວຂ້ອງກັບເງິນຈຳນວນ 1 ໝື່ນລ້ານເຢນນັ້ນ ພ້ອມກັນນີ້ຄິຣິວຍັງໄດ້ຮັບຄວາມຊ່ອຍເຫຼືອຈາກ ມາໂຄໂຕະ ດາເຕະ ນັກສືບຈາກກົມຕຳຫຼວດທີ່ຕິດຕາມຄະດີຄາດຕະກຳໂຄຈິມ້າມາຕະຫຼອດ ໂດຍດາເຕະເຊື່ອວ່າຄິຣິວບໍ່ແມ່ນຄາດຕະກອນໂຕຈິງທີ່ຂ້າໂດຈິມ້າ. ໃນລະຫວ່າງທີ່ຊອກຫາໂຕຢູມິ ຄິຣິວກໍໄດ້ພົບກັບ ຮາຣຸກະ ເດັກກຳພ້າທີ່ອອກຊອກຫາແມ່ຂອງນາງ ແລະກຳລັງຖືກຕາມລ້າຈາກກຸ່ມມາເຟຍຢູ່ ເຊິ່ງພວກມາເຟຍກຸ່ມດັ່ງກ່າວເຊື່ອວ່າສາຍຄໍຂອງຮາຣຸກະກຸມຄວາມລັບທີ່ຈະນຳໄປສູ່ເງິນຈຳນວນ 1 ໝື່ນລ້ານເຢນທີ່ຫາຍໄປ ແລະແລ້ວໃນທີ່ສຸດຄວາມຈິງກໍເປີດເຜີຍວ່າແມ່ແທ້ໆ ຂອງຮາຣຸກະກໍຄືຢູມິນັ້ນເອງ ໂດຍຢູມິນັ້ນເກີດພາວະຄວາມຈຳເສື່ອມມາຕັ້ງແຕ່ເກີດອາການຊ໋ອກທີ່ຖືກໂດຈິມ້າ ລວນລາມເມື່ອ 10 ປີກ່ອນຕໍ່ມາກໍຖືກຈັບແຕ່ງງານກັບນັກການເມືອງນາມວ່າ: ຄຽວເຮ ຈິນກຸ ແລ້ວມີລູກນຳກັນກໍຄື ຮາຣຸກະ ສ່ວນຈິນກຸທີ່ຕ້ອງການປົກປິດສະຖານະຄວາມສຳພັນຂອງຕົນເອງກັບຢູມິແລະຮາຣຸກະ ກໍໄດ້ສົ່ງມືສັງຫານມາເກັບສອງແມ່ລູກ ແຕ່ກໍລອດມາໄດ້ໂດຍມີຜູ້ມີພະຄຸນຂອງຄິຣິວຊ່ອຍເອົາໄວ້ ແລະຊ່ວງທ້າຍເກມຄິຣິວກັບຮາຣຸກະກໍໄດ້ພົບກັບຢູມິທີ່ຄວາມຊົງຈຳກັບຄືນມາແລ້ວ ແຕ່ກໍຖືກຂັດຈັງຫວະໂດຍຈິນກຸ ທີ່ຕ້ອງການນຳເອົາເງິນ 1 ໝື່ນລ້ານເຢນໄປໃຊ້ຍຶດຄອງສະມາພັນໂອມິ ທີ່ເປັນສະມາພັນສູງສຸດຂອງພວກຢາກູຊ້າໃນແຖບຄັນໄຊ ພ້ອມກັນນີ້ຈິນກຸກໍຍິງຢູມິຈົນເສຍຊີວິດ ຈາກນັ້ນນິຊິກິກໍເຂົ້າມາສະລະຊີວິດດ້ວຍການລະເບີດໂຕເອງໄປພ້ອມກັບຈິນກຸແລະເງິນຈຳນວນ 1 ໝື່ນລ້ານເຢນເຮັດໃຫ້ຄິຣິວກັບຮາຣຸກະລອດມາໄດ້ ທັງຄູ່ຈຶ່ງຕັດສິນໃຈໄປໃຊ້ຊີວິດຢູ່ຮ່ວມກັນແບບງຽບໆ ໃຫ້ພົ້ນຈາກວິຖີຊີວິດຂອງຢາກູຊ້ານັບແຕ່ນັ້ນມາ. 

Gameplay ຂອງ Yakuza ຈະເປັນແນວອອກ Openworld ໂດຍຈະມີການຈຳລອງເມືອງສົມມຸດຂຶ້ນມາທີ່ມີຊື່ວ່າ: ຄາມຸໂຣໂຈ ເຊິ່ງມີຕົ້ນແບບມາຈາກຍ່ານຄາບຸກິໂຈ ໃນເຂດເຂດຊິນຈູກຸ ຂອງປະເທດຍີ່ປຸ່ນ. ຜູ້ຫຼິ້ນຈະໄດ້ບັງຄັບເປັນຄາຊຶມ້າ ຄິຣິວ ໃນການອອກຕະເວນໄປທົ່ວຍ່ານຄາມຸໂຣໂຈເພື່ອຕີກັບອັນຕະພານໃນເມືອງເພື່ອເກັບຄ່າປະສົບການ ແລະເມື່ອເລເວວອັບກໍຈະສາມາດອັບເກຣດຄວາມສາມາດຕ່າງໆ ລວມເຖິງຮຽນຮູ້ທ່າໄມ້ຕາຍໃໝ່ໆໄດ້. ນອກຈາກນີ້ພາຍໃນຄາມຸໂຣໂຈກໍຈະມີເຄວສໃຫ້ເຮັດຫຼາກຫຼາຍ ທີ່ພໍຜ່ານແຕ່ລະເຄວສກໍຈະໄດ້ຂອງລາງວັນຕອບແທນແຕກຕ່າງກັນໄປ ຍິ່ງໄປກວ່ານັ້ນ ບາງຊອກມຸມຂອງເມືອງຄາມຸໂຣໂຈກໍຈະມີສະຖານທີ່ທີ່ໃຫ້ຜູ້ຫຼິ້ນເຂົ້າໄປຫຼິ້ນມິນິເກມເສີມຄວາມມ່ວນໃນຮູບແບບຕ່າງໆ ເວົ້າໄດ້ວ່າເປັນເກມດຽວທີ່ແຝງເກມອື່ນໆອີກນັບບໍ່ຖ້ວນເລີຍ. 

Fact ເລັກນ້ອຍກ່ຽວກັບ Yakuza

  • ເກມນີ້ຖືກຈັດເຣດໃຫ້ເໝາະສົມກັບຜູ້ຫຼິ້ນອາຍຸ 17 ປີຂຶ້ນໄປເທົ່ານັ້ນ ດ້ວຍຄວາມທີ່ມີເນື້ອຫາກ່ຽວກັບການກໍ່ອາຊະຍາກຳ, ການພະນັນ ແລະສາກກ່ຽວກັບເລື່ອງເພດປະປົນຢູ່ ຈຶ່ງເປັນອີກສາເຫດໜຶ່ງທີ່ເຮັດໃຫ້ຜູ້ຄົນໃນຕ່າງປະເທດເຂົ້າເຖິງເກມນີ້ກັນໜ້ອຍ ໂດຍສະເພາະໃນຕາເວັນຕົກທີ່ຍອດຂາຍບໍ່ຄ່ອຍດີ ເນື່ອງຈາກດ້ວຍຊ່ອງຫວ່າງຂອງຄວາມເຂົ້າໃຈໃນວັດທະນາທຳຍີ່ປຸ່ນ ແລະມີຈຳນວນຜູ້ຫຼິ້ນສະເພາະກຸ່ນເກີນໄປນັ້ນເອງ. 

  • ເກມ Yakuza ເຄີຍຖືກເຮັດເປັນຮູບເງົາສາຍໃນຍີ່ປຸ່ນ ວັນທີ 3 ມີນາ 2007 ໂດຍໃຊ້ຊື່ຮູບເງົາວ່າ: Ryu Ga Gotoku ແລະໃຊ້ຊື່ໃນເວີຊັ່ນພາສາອັງກິດວ່າ Like a Dragon ເຊິ່ງກໍແປກົງໆຈາກຄຳວ່າ Ryu Ga Gotoku ເລີຍ. ທັງນີ້ ເລື່ອງໄດ້ອີງມາຈາກເກມ Yakuza ເປັນສ່ວນໃຫຍ່ ພ້ອມທັງໃຊ້ຊື່ຄືກັບໃນເກມແບບເປະໆເລີຍ. 

  • ສຳລັບຜູ້ທີ່ພາດເກມນີ້ສະໄໝທີ່ເຄີຍລົງໃຫ້ກັບເຄື່ອງ PS2 ຍັງສາມາດຫາເກມນີ້ໃນເວີຊັ່ນອື່ນມາຫຼິ້ນໄດ້ ແຕ່ຈະມີສະເພາະເວີຊັ່ນຍີ່ປຸ່ນເທົ່ານັ້ນ ຄື: Ryu Ga Gotoku 1&2 HD Edition ທີ່ວາງຈຳໜ່າຍເທິງ PS3 ແລະ Wii U ໂດຍເວີຊັ່ນນີ້ຈະເປັນເວີຊັ່ນຣີມາສເຕີ້ ແລະກໍຈະມີ Ryu Ga Gotoku: Kiwami ທີ່ເປັນເວີຊັ່ນຣີເມກຂອງພາກທຳອິດແບບເຕັມໂຕ ລົງໃຫ້ກັບເຄື່ອງ PS3 ແລະ PS4 ເຊິ່ງມີການປັບປຸງເລື່ອງຄວາມສວຍວາມຂອງກຣາບຟິກ, ເທັກເຈີ້, ເຟຣມເຣດ ແລະເວລາໂຫຼດທີ່ໜ້ອຍລົງ, ໂດຍ ປັດຈຸບັນກໍຍັງບໍ່ມີເວີຊັ່ນພາສາອັງກິດອອກວາງຈຳໜ່າຍ ແລະຍັງບໍ່ມີການປະກາດເຖິງມື້ວາງຈຳໜ່າຍໃດໆ ທັງນັ້ນ. 

  • Yakuza ພາກທຳອິດເຮັດຍອດຂາຍທີ່ຍີ່ປຸ່ນໃນປີທີ່ວາງຈຳໜ່າຍໄດ້ປະມານ 232,000 ຊຸດ ແລະຖ້າຫາກນັບລວມທຸກເວີຊັ່ນ ທີ່ເປັນແບບ The Best, Platinum Hits ແລະ Greatest Hits ທີ່ນຳມາຂາຍຊ້ຳທັງໃນຍີ່ປຸ່ນແລະຕາເວັນຕົກ ຍອດຂາຍໃນປັດຈຸບັນກໍສາມາດທະລຸ 1 ລ້ານຊຸດ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...