Homeຂ່າວເຫດການນາຍົກ ທອງລຸນ ສີສຸລິດ ພົບປະສອງຝ່າຍກັບ ປະທານາທິບໍດີຟິລິບປິນ ຮັດແໜ້ນການຮ່ວມມືຫລາຍດ້ານ!

ນາຍົກ ທອງລຸນ ສີສຸລິດ ພົບປະສອງຝ່າຍກັບ ປະທານາທິບໍດີຟິລິບປິນ ຮັດແໜ້ນການຮ່ວມມືຫລາຍດ້ານ!

Published on

ໃນວັນທີ 6 ກັນຍາ 2016, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮ່ວມພົບປະສອງຝ່າຍກັບ ທ່ານ ໂຣດຣິໂກ ດຸຍແຕກເຕ ປະທານາທິບໍດີ ແຫ່ງ ສ ຟີລິບປິນ ໂດຍທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານປະທານາທິບໍດີ ທີ່ໄດ້ໃຫ້ກຽດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ພາຍຫລັງທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ຄົນໃໝ່ ທີ 16 ແຫ່ງ ສ ຟີລິບປິນ.

ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມເຫັນໃຈຕໍ່ເຫດການລະເບີດແຕກ ທີ່ເມືອງດາວາວ ໃນວັນທີ 2 ກັນຍາ 2016 ນີ້ ເຊິ່ງເຮັດໃຫ້ພົນລະເມືອງເສຍຊີວິດຈໍານວນ 14 ຄົນ ແລະ ບາດເຈັບອີກ 67 ຄົນ ແຕ່ກໍຫວັງຢ່າງຍິ່ງວ່າ ລັດຖະບານ ແລະ ຄອບຄົວ ຂອງຜູ້ປະສົບເຄາະຮ້າຍ ຈະຜ່ານຜ່າຄວາມທຸກໂສກທີ່ເກີດຂຶ້ນ ຈາກການໂຈມຕີດັ່ງກ່າວ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານປະເທດເພື່ອນມິດ ແລະ ຄອບຄົວອາຊຽນ ທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ລາວ-ຟີລິບປິນ ໄດ້ຮັບການເສີມຂະຫຍາຍໃຫ້ດີຂຶ້ນຢ່າງເປັນລຳດັບ. ພ້ອມນີ້, ສອງປະເທດໄດ້ມີການສະໜັບສະໜູນຊ່ວຍເຫລືອກັນ ທັງໃນຂອບການຮ່ວມມືສອງຝ່າຍກໍຄືຫລາຍຝ່າຍ.

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມື ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນໃນຂົງເຂດອຸດສາຫະກຳຂະໜາດນ້ອຍ ແລະ ຂະໜາດກາງ (SME), ນັບທັງຂົງເຂດການສຶກສາ ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ, ພ້ອມນັ້ນກໍຊອກຫາຊ່ອງທາງ ເພື່ອເສີມຂະຫຍາຍການຮ່ວມມື ໃຫ້ກວ້າງອອກໄປສູ່ຂົງເຂດອື່ນໆ ທີ່ທັງສອງຝ່າຍມີທ່າແຮງ ແລະ ຍັງບໍ່ທັນມີການຮ່ວມມືນຳກັນ ເຊັ່ນ: ການສົ່ງເສີມການທ່ອງທ່ຽວ, ການແພດ, ການບໍລິການ ແລະ ອື່ນໆ ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມື ແລະ ຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງສອງປະເທດໃຫ້ກວ້າງຂວາງຂຶ້ນໄປເລື້ອຍໆ. ຊຸກຍູ້ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຟີລິບປິນ ມີການຮ່ວມມືໃນການຈັດຝຶກອົບຮົມດ້ານສີມືແຮງງານ. ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປະສານສົມທົບກັນ ເພື່ອຄົ້ນຄວ້າ ແລະ ກະກຽມຄວາມພ້ອມ ໃນການເປີດສາຍການປິນໂດຍກົງ ລະຫວ່າງ ນະຄອນຫລວງມານີລາ ແລະ ນະຄອນຫລວງວຽງຈັນ ເພື່ອອຳນວຍຄວາມສະດວກ ໃນການໄປມາຫາສູ່ກັນ ແລະ ສ່ົງເສີມການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະດ້ານການທ່ອງທ່ຽວ.

ນອກຈາກນີ້ ຍັງສະເໜີໃຫ້ທັງສອງຝ່າຍສືບຕໍ່ກະກຽມຮ່ວມກັນ ເພື່ອຈັດກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ຟີລິບປິນ (JC) ຄັ້ງປະຖົມມະລຶກ ໃຫ້ປະກົດຜົນເປັນຈິງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...