HomeມູມໄອທີລາວApple ເປີດໂຕ Apple Watch Series 2 ມາພ້ອມ GPS ໃນໂຕ ແລະກັນນ້ຳໄດ້ 50 ແມັດ...

Apple ເປີດໂຕ Apple Watch Series 2 ມາພ້ອມ GPS ໃນໂຕ ແລະກັນນ້ຳໄດ້ 50 ແມັດ ພ້ອມປະກາດຮອງຮັບເກມ Pokémon GO!!

Published on

ຫຼ້າສຸດນີ້ ​Apple ໄດ້ຈັດງານອີເວັ້ນເປີດໂຕຜະລິດຕະພັນໃໝ່ຂອງບໍລິສັດຂຶ້ນມາຄືກັນກັບທຸກໆປີ, ໂດຍໃນປີນີ້ກໍຍັງມີເທັກໂນໂລຢີທີ່ເປັນຕາສົນໃຈຄືເກົ່າ ແລະໃນຕອນນີ້ເຮົາຈະມາເວົ້າເຖິງໂມງອັດສະລິຍະລຸ້ນໃໝ່ນັ້ນກໍຄື: Apple Watch Series 2. ເຊິ່ງໂຕໂມງອັດສະລິຍະນີ້ເວົ້າໄດ້ວ່າມີການປັບປຸງຕື່ມຈາກລຸ້ນກ່ອນຫຼາຍບໍ່ວ່າຈະເປັນ ການເພີ່ມແສງໃຫ້ຈໍ, ປັບປຸງໜ່ວຍປະມວນຜົນ ແລະຝັງ GPS ໄວ້ໃນໂຕ. 

ສຳລັບ Apple Watch Series 2 ແມ່ນມາພ້ອມກັບຊິບປະມວນຜົນລຸ້ນໃໝ່ແບບ S2 dual-core ແລະ GPU ໂຕໃໝ່ທີ່ມີປະສິດທິພາບຂຶ້ນເຖິງ 2 ເທົ່າ, ເຊິ່ງທາງແອັບເປິ້ນໄດ້ກ່າວວ່າ ການອັບສະເປັກຂຶ້ນນີ້ມັນຈະຊ່ອຍເຮັດໃຫ້ເພີ່ມຄວາມໄວໄດ້ຫຼາຍກວ່າລຸ້ນເກົ່າເຖິງ 50℅. ໜ້າຈໍເອງກໍເພີ່ມລະດັບຄວາມແຈ້ງຂຶ້ນ 2 ເທົ່າຢູ່ທີ່ 1000 nits. 

ສ່ວນໜຶ່ງໃນຄຸນສົມບັດທີ່ແອັບເປິ້ນເພີ່ມເຂົ້າມາໃໝ່ກໍຄື: ລະບົບ GPS ທີ່ຝັງໄວ້ໃນໂຕໂມງ, ເຊິ່ງຈະເຮັດໃຫ້ເຮົາບໍ່ຈຳເປັນທີ່ຕ້ອງພົກພາສະມາດໂຟນໄປໃສມາໃສນຳຢູ່ເລື້ອຍໆ ໃນຂະນະທີ່ຍ່າງ ຫຼື ແລ່ນອອກກຳລັງກາຍຢູ່. ນອກຈາກນີ້ແລ້ວໂຕໂມງເອງກໍຍັງສາມາດກັນນ້ຳໄດ້ໃນລະດັບຄວາມເລິກ 50 ແມັດ ອີກນຳ.

ສຳລັບ Apple Watch Series 2 ລຸ້ນອະລູມີນ້ຽມສະປອຣ໌ດ ແມ່ນເປີດໂຕມາໃນລາຄາ $369 (2.950.000 ກີບ) ແລະເລີ່ມເປີດໃຫ້ສັ່ງຈອງໃນວັນທີ 9 ກັນຍານີ້ ແລະຈະເລີ່ມຂາຍໃນວັນທີ 16 ກັນຍາ. 

ປິດທ້າຍຂ່າວກັນພ້ອມກັບແຟນໆເກມ Pokémon Go ນຳກັນເລີຍວ່ານີ້ຖືເປັນຂ່າວດີສຳລັບຄົນທີ່ມັກຫຼິ້ນເກມນີ້ ແຕ່ວ່າບໍ່ຢາກຈົກໂທລະສັບອອກມາຫຼິ້ນ ເຊິ່ງທາງ Apple ກໍໄດ້ປະກາດວ່າ Apple Watch ຈະຮອງຮັບເກມນີ້ນຳ ໂດຍຈະຕ້ອງເຊື່ອມຕໍ່ຜ່ານມືຖື ເຊິ່ງຄຸນສົມບັດຫຼັກໆຂອງເກມນີ້ໃນໂຕໂມງຈະເປັນການສະແດງໂປເກມອນທີ່ຢູ່ໃກ້ໆ, ໄລຍະທາງການຟັກໄຂ່, ຄ່າປະສົບການເປັນຕົ້ນ ລວມໄປເຖິງຄ່າການເຜົາຜານໄຂມັນອີກນຳ. ໂດຍແອັບນີ້ຈະຊ່ອຍໃຫ້ເຮົາບໍ່ຈຳເປັນຕ້ອງຈົກໂທລະສັບອອກມາໃຊ້ເລີຍ ພຽງແຕ່ເບິ່ງຢູ່ໂມງເທົ່ານັ້ນ ແລະໂຕແອັບຈະເລີ່ມປ່ອຍອອກມາໃຫ້ໃຊ້ໃນທ້າຍເດືອນນີ້.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: 1 , 2

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...