spot_img
Homeຂ່າວເຫດການປະທານປະເທດ ຕ້ອນຮັບ ທ່ານ ບັນກີມູນ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ເຂົ້າຢ້ຽມຂ່ຳນັບ!

ປະທານປະເທດ ຕ້ອນຮັບ ທ່ານ ບັນກີມູນ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ເຂົ້າຢ້ຽມຂ່ຳນັບ!

Published on

ຂປລ. ໃນຕອນເຊົ້າຂອງວັນທີ 7 ກັນຍາ 2016, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ບັນກີມູນ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ (ສປຊ) ທີ່ເດີນທາງມາຮ່ວມກອງປະຊຸມສຸດຍອດອາຊຽນ-ສປຊ ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ EAS ທີ່ ສປປ ລາວ ເປັນເຈົ້າພາບ.

ໂອກາດນີ້ ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ຕໍ່ທ່ານ ບັນກີມູນ ທີ່ໄດ້ປະຕິບັດບົດບາດໜ້າທີ່ ເປັນເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຢ່າງມີຜົນສຳເລັດ ຕະຫລອດໄລຍະທົດສະວັດຜ່ານມາ ໂດຍສະເພາະການສົ່ງເສີມສັນຕິພາບ ແລະ ການຮ່ວມມືສາກົນ ເພື່ອການພັດທະນາ ເຖິງແມ່ນວ່າຈະມີສິ່ງທ້າທາຍຫລາຍປະການກໍຕາມ. ພ້ອມກັນນີ້, ຍັງໄດ້ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດ ສປຊ ທີ່ໄດ້ຮັບຮອງເອົາວາລະ 2030 ເພື່ອການພັດທະນາແບບຍືນຍົງ ໃນປີ 2015 ຜ່ານມາ ອັນເປັນບາດກ້າວ ສຳຄັນສຳລັບວົງຄະນາຍາດສາກົນ.

ລັດຖະບານລາວ ເຫັນວ່າໃນໄລຍະຜ່ານມາມີຫລາຍອັນທີ່ຍັງເຮັດບໍ່ທັນສຳເລັດ ຈຳເປັນຕ້ອງສືບຕໍ່ນຳມາປະຕິບັດ ພ້ອມທັງເຊື່ອມສານ ເອົາເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ 8, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ (2016-2025) ແລະ ວິໄສທັດ 2030 ຂອງຕົນ ຕາມເງື່ອນໄຂ ແລະ ຂີດຄວາມສາມາດຕົວຈິງ. ພ້ອມນັ້ນຍັງໄດ້ໃຫ້ຄວາມສຳຄັນ ໃນການແກ້ໄຂຜົນກະທົບ ຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນປາງສົງຄາມ; ໃຫ້ຄວາມສຳຄັນຕໍ່ການຮ່ວມມືສາກົນ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ.

ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ຕີລາສູງຕໍ່ການຮ່ວມມືລະຫວ່າງ ສປປ ລາວ ແລະ ສປຊ ໂດຍສະເພາະການປະກອບສ່ວນສະໜັບສະໜູນຊ່ວຍເຫລືອ ການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດ ດ້ານການພັດທະນາ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຂອງ ສປປ ລາວ ເຊິ່ງໄດ້ຮັບຜົນສຳເລັດເປັນຢ່າງດີ.

ທ່ານ ເລຂາທິການໃຫຍ່ ບັນກີມູນ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງເຊື່ອໝັ້ນວ່າ ການພົວພັນຮ່ວມມືສອງຝ່າຍ ສປຊ ແລະ ລາວ ຈະໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...