Homeສຸຂະພາບ ແລະ ສີ່ງແວດລ້ອມ7ອາຫານບຳລຸງເລືອດ ແລະປ້ອງກັນພະຍາດເລືອດຈາງ

7ອາຫານບຳລຸງເລືອດ ແລະປ້ອງກັນພະຍາດເລືອດຈາງ

Published on

ພະຍາດເລືອດຈາງ ເຮັດໃຫ້ເກີດອາການອ່ອນເພຍ, ບໍ່ມີແຮງ, ຜິວເຫຼືອງ, ເມື່ອຍງ່່າຍ ຫົວໃຈເຕັ້ນແຮງ, ການຂາດທາດເຫຼັກນັ້ນເປັນກະແຈສໍາຄັນ ຂອງການເກີດພະຍາດຮ້າຍແຮງຕ່າງໆ. ການບໍາລຸງເລືອດ ແລະຮັກສາເລືອດຈຶ່ງເປັນເລື່ອງສຳຄັນ

  1. ຜັກສີຂຽວ: ຈຳພວກຜັກສີຂຽວເຊັ່ນ: ຜັກບົ້ງ, ຜັກກາດ, ຜັກອີຮຸມ ແລະຜັກຕ່າງໆທີ່ເປັນສີຂຽວເຫຼົ່ານີ້ ຄວນກິນຮ່ວມກັບອາຫານທີ່ມີໂປຣຕີນສູງເຊັ່ນ: ໝາກສົ້ມ ຫຼືໝາກຫຸ່ງ ເພື່ອຊ່ວຍໃຫ້ຮ່າງກາຍດູດຊຶມທາດເຫຼັກໃນພືດຜັກເຫຼົ່ານີ້ໄດ້ດີ
  2. ເລືອດ, ຕັບ, ຊີ້ນ: ທາດເຫຼັກທີ່ຢູ່ໃນອາຫານປະເພດເລືອດ, ຕັບ, ຊີ້ນ ຮ່າງກາຍສາມາດດູດຊຶມ ແລະເອົາໄປໃຊ້ໄດ້ດີ. ດັ່ງນັ້ນ ໃຜທີ່ຕ້ອງການທາດເຫຼັກສູງ ຄວນກິນເລືອດ, ຕັບ ແລະຊີ້ນສັດຕ່າງໆ ໂດຍສະເພາະຊີ້ນແດງ ຄວນກິນອາທິດລະ 2-3 ຄັ້ງ
  3. ອາຫານທະເລ, ມ້າມ ແລະໄຂ່ແດງ: ອາຫານເຫຼົ່ານີ້ຈັດເປັນທາດເຫຼັກ ທີ່ຮ່າງກາຍສາມາດດູດຊຶມທາດເຫຼັກໄດ້ດີ ໃນອັດຕາການດູດຊຶມຫຼາຍຮ້ອຍລະ 20-30% ຫາກໄດ້ກິນອາຫານເຫຼົ່ານີ້ຮ່ວມກັບວິຕາມິນຊີຈາກໝາກໄມ້ເຊັ່ນ: ໝາກໄມ້ທີ່ມີລົດສົ້ມ ຫຼືໝາກສີດາ ການດູດຊຶມທາດເຫຼັກເຂົ້າສູ່ລຳໄສ້ນ້ອຍ ຈະດູດໄດ້ດີທີ່ສຸດ
  4. ຖົ່ວ ແລະແກ່ນໝາກໄມ້: ຈຳພວກຖົ່ວແດງ, ຖົ່ວດຳ, ໝາກເດືອຍ, ແກ່ນໝາກອຶ, ສິ່ງເຫຼົ່ານີ້ອຸດົມດ້ວຍທາດເຫຼັກສູງ. ດັ່ງນັ້ນ ຜູ້ທີ່ບໍ່ມັກກິນເນື້ອສັດ ອາດເສີມທາດເຫຼັ້ກດ້ວຍການກິນອາຫານເຫຼົ່ານີ້
  5. ເຂົ້າບາງສາຍພັນ: ເຂົ້າເສີມທາດເຫຼັກ, ເຂົ້າກໍ່າ, ເຂົ້າຫອມ ຈຳພວກນີ້ຈະຈັດເປັນຄາໂບໄຮເດດທີ່ມີທາດເຫຼັກສູງ ໂດຍເຂົ້າເຫຼົ່ານີ້ ຈະອຸດົມດ້ວຍທາດເຫຼັກ, ກຼົດໂຟລິກ, ຄໍໂຣຟີນ, ເຊິ່ງເປັນສານທີ່ມີໂມເລກຸນຄ້າຍຄືຮີໂມໂກຣບິນໃນເມັດເລືອດແດງ ເໝາະກັບຄົນທີ່ຕ້ອງການເສີມທາດເຫຼັກແຕ່ບໍ່ນິຍົມກິນຊີ້ນສັດ
  6. ໝາກເຜັດ, ກະທຽມ, ຂີ້ມິ້ນ: ເປັນສະໝຸນໄພທີ່ມີສ່ວນຊ່ວຍໃນການໄຫຼວຽນຂອງເລືອດໃຫ້ໄດ້ດີ ອີກຍັງຊ່ວຍຫຼຸດຄວາມດັນເລືອດໃຫ້ຢູ່ປົກກະຕິ
  7. ນໍ້າຫວ້ານຫາງແຂ້: ຫວ້ານຫາງແຂ້ ອຸດົມດ້ວຍຄໍໂລຟີນ, ກຼົດອາມີໂນ, ເອນໄຊ, ວິຕາມິນ ແລະແຮ່ທາດຫຼາຍຊະນິດ ເຊິ່ງມີຄຸນສົມບັດໃນການລ້າງສິ່ງເສດເຫຼືອໃນຮ່າງກາຍ, ຕ້ານການອັກເສບ ແລະສົ່ງເສີມລະບົບໄຫຼວຽນຂອງເລືອດ ໃຫ້ເຮັດວຽກໄດ້ດີຂຶ້ນ

ເພາະເລືອດມີໜ້າທີ່ສໍາຄັນຕໍ່ຮ່າງກາຍຫຼາຍ ບໍ່ວ່າຈະເປັນການສົ່ງຕໍ່ສານອາຫານໃຫ້ແກ່ເຊວຕ່າງໆໃນຮ່າງກາຍ ຂັບສິ່ງເສດເຫຼືອ ແລະຕໍ່ສູ້ກັບເຊື້ອພະຍາດ, ທຸກຄົນຈຶ່ງຈຳເປັນຕ້ອງບຳລຸງຮັກສາເລືອດ ໃຫ້ມີຄຸນນະພາບທີ່ສຸດ ເພື່ອໃຫ້ຕໍ່ສູ້ກັບພະຍາດຮ້າຍຫຼາຍຊະນິດ ເລືອກກິນອາຫານທີ່ດີຕໍ່ເລືອດ

ທີ່ມາ:  kaijeaw

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...