spot_img
Homeມູມໄອທີລາວກວດດ່ວນ!! Samsung Galaxy Note 7 ລຸ້ນໃດຈະບໍ່ລະເບີດ ແລະຂໍ້ມູນກ່ຽວກັບແບັດເຕີຣີ

ກວດດ່ວນ!! Samsung Galaxy Note 7 ລຸ້ນໃດຈະບໍ່ລະເບີດ ແລະຂໍ້ມູນກ່ຽວກັບແບັດເຕີຣີ

Published on

ຢ່າງທີ່ຜູ້ໃຊ້ໂທລະສັບລຸ້ນດັ່ງກ່າວນີ້ຮູ້ກັນດີວ່າສະມາດໂຟນເຮືອທຸງລຸ້ນໃໝ່ຫຼ້າສຸດແບບ Samsung Galaxy Note 7 ນັ້ນເກີດບັນຫາລະເບີດຂຶ້ນ ເຮັດໃຫ້ທາງຊຳຊຸງຈຳເປັນຕ້ອງຮຽກເກັບໂທລະສັບລຸ້ນດັ່ງກ່າວນີ້ກັບໄປເຖິງ 2.5 ລ້ານເຄື່ອງໃນທົ່ວໂລກ ເພື່ອແກ້ໄຂບັນຫາດັ່ງກ່າວ. ໂດຍສິ່ງທີ່ເຮົາຮູ້ກໍຄືໂຕເຄື່ອງ Galaxy Note 7 ນີ້ບໍ່ໄດ້ມີບັນຫາໃດໆ ແຕ່ບັນຫານັ້ນເກີດມາຈາກໂຕແບັດເຕີຣີໂດຍກົງ. 

ກ່ອນຈະໄປກວດສອບວ່າລຸ້ນໃດບໍ່ມີຄວາມສ່ຽງໃນການເກີດລະເບີດເຮົາມາຮູ້ກັນກ່ອນກ່ຽວກັບແບັດເຕີຣີທີ່ຖືກໃສ່ໃນ Note 7 ນີ້ເລີຍ, ໂດຍແບັດເຕີຣີແມ່ນຖືກຜະລິດດ້ວຍກັນ 2 ບໍລິສັດຄື: Samsung SDI Co (ບໍລິສັດລູກຂອງຊຳຊຸງ) ແລະ Amperex Technology LTD (ATL).

ເຊິ່ງແບັດເຕີຣີ 70℅ ທີ່ນຳໃຊ້ກັບ Samsung Galaxy S7 ແມ່ນຖືກຜະລິດຈາກ Samsung SDI ແລະອີກ 30℅ ແມ່ນຜະລິດຈາກ Amperex. ໂດຍແບັດເຕີຣີທີ່ເກີດບັນຫາໃນຕອນນີ້ ແນ່ນອນວ່າແມ່ນຂອງ Samsung SDI ເຊິ່ງເກີດຈາກບັນຫາໃນເຊວແບັດເຕີຣີທີ່ມີຜົນຂົ້ວບວກແລະລົບມາລວມກັນຜິດປົກກະຕິເຮັດໃຫ້ເກີດບັນຫາດັ່ງກ່າວນີ້ຂຶ້ນ.

ອີງຕາມການປະກາດຈາກທາງ Amperex, ບໍລິສັດທີ່ຜະລິດແບັດເຕີຣີໃຫ້ກັບ Galaxy Note 7 ສະເພາະລຸ້ນ China Edition ໂດຍກົງ. ອອກມາກ່າວວ່າ Samsung Galaxy Note 7 ທີ່ເປີດໂຕຢູ່ປະເທດຈີນ ໃນວັນທີ 1 ກັນຍານີ້, ຫາກໃຜໄດ້ເປັນເຈົ້າຂອງ ຫຼືຕ້ອງການຊື້ລຸ້ນດັ່ງກ່າວນີ້ ແມ່ນສາມາດຊື້ໄດ້ປົກະຕິ ເພາະວ່າບໍ່ໄດ້ຖືກຈັດໃນກຸ່ມທີ່ມີຄວາມສ່ຽງໃນການເກີດລະເບີດ ແລະຕ້ອງແນ່ໃຈນຳວ່າເປັນແບັດເຕີຣີທີ່ຖືກຜະລິດໂດຍ Amperex Technology LTD ເທົ່ານັ້ນ!!

ນອກຈາກນີ້ເຮົາຍັງສາມາດກວດສອບໄດ້ດ້ວຍຕົນເອງວ່າລຸ້ນທີ່ເຮົາໃຊ້ນີ້ປອດໄພຫຼືບໍ່? ໂດຍການກວດສອບທີ່ດ້ານຫຼັງໂຕເຄື່ອງ ຖ້າຫາກວ່າເຄື່ອງຜະລິດຂຶ້ນຢູ່ ຫວຽດນາມ ແລະເກົາຫຼີ ໃຫ້ນິຍາມໄວ້ກ່ອນເລີຍວ່າອາດມີບັນຫາລະເບີດໄດ້ ແນະນຳວ່າຮີບປ່ຽນເຄື່ອງເລີຍ. ສ່ວນລຸ້ນທີ່ມີຄວາມປອດໄພນັ້ນ ທາງ Amperex Technology LTD ບອກວ່າຖືກຜະລິດຢູ່ ປະເທດຈີນ.

ດັ່ງນັ້ນ, ຖ້າຫາກໃຜມີຄວາມກັງວົນຢູ່ກໍໃຫ້ກວດສອບວ່າເປັນລຸ້ນທີ່ຜະລິດຂຶ້ນຢູ່ປະເທດຈີນຫຼືບໍ່? ຫຼືຖ້າຍັງກັງວົນຢູ່ກໍໃຫ້ສົ່ງຄືນບໍລິສັດເພິ່ນເພື່ອຄວາມສະບາຍໃຈຂອງຜູ້ໃຊ້ເອງ

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: gizmochina

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...