Homeຂ່າວທ້ອງຖິ່ນກະຊວງກະສິກຳ ລົງຊຸກຍູ້ກະສິກອນອຸດົມໄຊ ທີ່ຮັບຜົນກະທົບຈາກນໍ້າຖ້ວມ

ກະຊວງກະສິກຳ ລົງຊຸກຍູ້ກະສິກອນອຸດົມໄຊ ທີ່ຮັບຜົນກະທົບຈາກນໍ້າຖ້ວມ

Published on

ຍ້ອນຄວາມເປັນຫ່ວງເປັນໃຍຕໍ່ກັບບັນດາພໍ່ແມ່ປະຊາຊົນກໍຄືຊາວກະສິກອນຜູ້ທໍາການຜະລິດທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນໄລຍະກາງເດືອນສິງຫາຜ່ານມາຢູ່ 3 ເມືອງໃຕ້ຂອງແຂວງອຸດົມໄຊ ປະກອບມີເມືອງປາກແບງ, ເມືອງຮຸນ ແລະເມືອງແບງ ທ້າຍອາທິດຜ່ານມານີ້ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ພ້ອມຄະນະໄດ້ລົງຕິດຕາມ ແລະຊຸກຍູ້ວຽກງານກະສິກຳ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຢູ່ 3 ເມືອງດັ່ງກ່າວ.

     ໂອກາດນີ້ທ່ານ ລຽນ ທິແກ້ວ ພ້ອມຄະນະກໍໄດ້ພ້ອມກັນລົງມາຕິດຕາມຜົນເສຍຫາຍຢູ່ພື້ນທີ່ຕົວຈິງ ເພື່ອເປັນການຊຸກຍູ້ຊອກຫາວິທີແກ້ໄຂເບື້ອງຕົ້ນ ແລະໄລຍະຍາວໃຫ້ແກ່ເມືອງດັ່ງກ່າວຈາກນັ້ນກໍໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບຜົນເສຍຫາຍຈາກເຈົ້າເມືອງທັງ 3 ເມືອງ ໂດຍຜ່ານການຮັບຟັງບວກກັບການລົງສຳຫຼວດຕົວຈິງເຫັນວ່າພື້ນທີ່ ທີ່ໄດ້ຮັບຜົນເສຍຫາຍຈາກນ້ຳຖ້ວມຄັ້ງນີ້ ສ່ວນຫຼາຍແມ່ນເນື້ອທີ່ປູກສາລີ, ເຂົ້ານາ, ເຂົ້າໄຮ່, ກ້ວຍຫອມ, ພືດລົ້ມລຸກອື່ນໆ ລວມທັງໝົດຫຼາຍກວ່າ 1,8 ພັນເຮັກຕາ ນອກນັ້ນຍັງປະກອບມີບັນດາໜອງປາ, ຖະໜົນຫົນທາງ, ໄຟຟ້າ ແລະຊົນລະປະທານຕື່ມອີກ ລວມມູນຄ່າທັງໝົດເກືອບ 38 ຕື້ກີບ ໂດຍເບື້ອງຕົ້ນທາງເມືອງເອງ ກໍໄດ້ພ້ອມກັນປັບປຸງ, ຟື້ນຟູພື້ນທີ່ທີ່ໄດ້ຮັບຜົນກະທົບດັ່ງກ່າວແລ້ວໃນບາງສ່ວນ.

ພ້ອມດຽວກັນນັ້ນທາງເມືອງກໍໄດ້ ສະເໜີໃຫ້ຂັ້ນເທິງ ກໍຄືກະຊວງກະສິກໍາ ແລະປ່າໄມ້ຊຸກຍູ້ຊ່ວຍເຫຼືອໃນການແກ້ ໄຂ ແລະປັບປຸງວຽກງານການຜະລິດ ກະສິກຳເພື່ອທົດແທນຜົນຜະລິດທີ່ເສຍຫາຍໄປ ລວມທັງຊອກຫາແນວທາງທີ່ ຖືກຕ້ອງ, ເໝາະສົມກັບພື້ນທີ່ການປູກ, ການລ້ຽງໃນໄລຍະຍາວໃຫ້ແກ່ບັນດາເມືອງທີ່ໄດ້ຮັບຜົນກະທົບດັ່ງກ່າວ, ລົງ ຕິດຕາມ, ຊຸກຍູ້, ໃຫ້ຄຳແນະນຳທາງດ້ານເຕັກນິກ, ວິຊາການ, ສະໜອງ ແລະອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ຂັ້ນທ້ອງຖິ່ນ.

ແນວໃດກໍດີ ເພື່ອເປັນການປັັບປຸງ, ຟື້ນຟູ່ໃຫ້ແກ່ບັນດາພື້ນທີ່ທີ່ໄດ້ຮັບຜົນກະ ທົບຄັ້ງນີ້ໃນເບື້ອງຕົ້ນ ແລະໄລຍະຍາວ ນັ້ນ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ໄດ້ຕົກລົງຈະໃຫ້ການຊ່ວຍເຫຼືອ ແລະຊຸກຍູ້ວຽກງານກະສິກຳຢູ່ເມືອງໃຕ້ ກໍຄືແຂວງອຸດົມໄຊ ຢ່າງເຕັມທີ່ ເພື່ອເຮັດໃຫ້ບັນດາຊາວກະສິກອນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...