Homeຂ່າວການພັດທະນາບໍລິສັດຈີອີ ເຊັນສັນຍາຮ່ວມມືດ້ານພະລັງງານ ກັບໄຟຟ້າລາວ

ບໍລິສັດຈີອີ ເຊັນສັນຍາຮ່ວມມືດ້ານພະລັງງານ ກັບໄຟຟ້າລາວ

Published on

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືທາງດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ກັບບໍລິສັດ General Electric (GE) ໄດ້ມີຂຶ້ນໃນວັນທີ 5 ກັນຍາ 2016 ນີ້, ຢູ່ນະ ຄອນຫລວງວຽງຈັນ ລະຫວ່າງທ່ານ ບຸນອຸ້ມ ສີວັນເພັງ ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ກັບ ທ່ານ Wouter Van Wersch ອຳນວຍການໃຫຍ່ບໍລິສັດ GE ປະຈຳຂົງເຂດອາຊຽນ ໂດຍມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.
ບໍລິສັດ GE ໄດ້ຕົກລົງເຮັດວຽກກັບລັດວິສາຫະກິດໄຟຟ້າລາວ ເພື່ອສຶກສາວິທີການປັບປຸງເຄືອຂ່າຍສາຍສົ່ງ ແລະ ຈຳໜ່າຍໄຟຟ້າ ພ້ອມທັງ ຈະໃຫ້ການສະໜັບສະໜູນແກ່ມະຫາວິທະຍາໄລແຫ່ງຊາດ ແລະວິທະຍາໄລຊັບພະວິຊາ ເພື່ອສ້າງທັກສະໃຫ້ນັກຮຽນ-ນັກສຶກສາ ສາມາດຄຸ້ມຄອງລະບົບໄຟຟ້າ ແລະອື່ນໆ, ຊ່ວຍພັດທະນາການຝຶກອົບຮົມ ແລະຫລັກສູດການສອນ ເພື່ອສ້າງຄວາມສາມາດ ໃຫ້ແຮງງານທ້ອງຖິ່ນ ຕອບສະໜອງການບໍລິການ ທີ່ກ່ຽວຂ້ອງກັບຂະແໜງພະລັງງານ. ນອກນັ້ນ, ບໍລິສັດ GE ຍັງຈະເປີດຫ້ອງການຢູ່ ສປປ ລາວ ເພື່ອຊ່ວຍສ້າງທັກສະ ແລະ ການເຊື່ອມຕໍ່ພາກພື້ນ, ສ້າງສະຖານະໃນຕະຫລາດທ້ອງຖິ່ນ ທີ່ພວມເຕີບໃຫຍ່ຂະຫຍາຍຕົວໃນປະຈຸບັນ

ທີມາ: ປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...