Homeຂ່າວພາຍ​ໃນທີມຊາດລາວ ຈັບມືເຈົ້າພາບ ຜ່ານເຂົ້າໄປແຂ່ງຂັນ ຮອບສຸດທ້າຍ ການແຂ່ງຂັນບານເຕະຍິງ U16 ຊີງແຊ້ມອາຊີ 2017

ທີມຊາດລາວ ຈັບມືເຈົ້າພາບ ຜ່ານເຂົ້າໄປແຂ່ງຂັນ ຮອບສຸດທ້າຍ ການແຂ່ງຂັນບານເຕະຍິງ U16 ຊີງແຊ້ມອາຊີ 2017

Published on

ຖືວ່າເປັນທີ່ແນ່ນອນແລ້ວ ສຳລັບ ນັກກິລາບານເຕະຍິງ U16 ທີມຊາດລາວ ຊຸດສູ້ເສິກ ຊີງແຊ້ມອາຊີ 2017 ຮອບຄັດເລືອກ ກຸ່ມ A ເຊິ່ງທັບສາວລາວ ສາດມາດຜ່ານເຂົ້າໄປແຂ່ງຂັນ ໃນຮອບສຸດທ້າຍ ໃນທ້າຍປີ 2017 ໂດຍການເປັນອັນດັບທີ 2 ຂອງກຸ່ມ A ຫຼື ເປັນທີມທີ່ມີຄະແນນດີ ທີ່ສຸດຂອງກຸ່ມ (ບໍ່ນັດ ທີມຊາດໄທ ທີ່ໄດ້ເຂົ້າຮອບສຸດທ້າຍ ຈາກໂຄຕ້າທີມທີ່ ເປັນອັນດັບ 1-4 ຂອງລາຍການນີ້ເມື່ອປີ 2015).

ການແຂ່ງຂັນ ນັດສຸດທ້າຍຂອງກຸ່ມ A ແຂ່ງຂັນກັນໃນຕອນຄ່ຳຂອງມື້ນີ້ ວັນທີ 05 ກັນຍາ 2016 ເປັນການພົບກັນລະຫວ່າງ ທີມຊາດໄທເຈົ້າພາບ ພົບກັບ ທີມຊາດມຽນມາ (ກ່ອນການແຂ່ງຂັນ ທີມຊາດມຽນມາ ຍັງມີລຸ້ນ ໃນການເຂົ້າຮອບຕໍ່ໄປ ຖ້າພວກເຂົ້າສາມາດເອົາຊະນະ ທີມຊາດໄທ ຫຼາຍກວ່າ 3 ປະຕູຂຶ້ນໄປ) ແລະ ໄດ້ຈົບລົງດ້ວຍໄຊຊະນະຂອງ ທີມຊາດໄທ 2 ປະຕູຕໍ່ 0 ເຮັດໃຫ້ ທີມຊາດມຽນມາ ລຸດອອກຈາກວົງໂຄຈອນ ບໍ່ສາມາດຜ່ານເຂົ້າໄປ ແຂ່ງໃນຮອບສຸດທ້າຍ ແລະ ເປັນທາງ ທີມຊາດລາວ ທີ່ສາມາດຄວ້າໂອກາດນັ້ນໄວ້ໄດ້ ຕາມຫຼັງ ທີມຊາດໄທເຈົ້າພາບ ເຂົ້າໄປແຂ່ງໃນຮອບສຸດທ້າຍ ທີ່ຈະຈັດການແຂ່ງຂັນທີ່ ເມືອງຫຼວງບາງກອງ ປະເທດໄທ ໃນທ້າຍປີ 2017.

ສຳລັບ ທັບນັກກິລາທີມຊາດລາວ ຖືວ່າເປັນຜົນສຳເລັດ ທີ່ຈົບງາມ ແລະ ສົມບູນແບບທີ່ສຸດ ເພາະພວກເຮົາຫາກໍ່ເຂົ້າຮ່ວມ ການແຂ່ງຂັນໃນລາຍການນີ້ ເປັນຄັ້ງທຳອິດ ແຕ່ສາມາດສ້າງຜົນງານ ໃນການແຂ່ງຂັນຮອບຄັດເລືອກ ໄດ້ຢ່າງພົ້ນເດັ່ນ ເຮັດໃຫ້ສາມາດ ເຂົ້າໄປແຂ່ງຂັນ ໃນຮອບສຸດທ້າຍ ໃນຖານະ ທີມທີ່ມີຄະແນນທີ່ດີທີ່ສຸດ ຂອງກຸ່ມ A (ບໍ່ນັບ ທີມຊາດໄທ).

ຂໍເປັນກຳລັງໃຈ ແລະ ຮ່ວມເຊຍ ທັບນັກກິລາບານເຕະຍິງ U16 ທີມຊາດລາວ ຊຸດນີ້ ແລະ ຈະຮ່ວມເກາະຕິດຜົນງານ – ຂ່າວສານຕ່າງໆຂອງ ທັບນັກກິລາສາວລາວ ມາລາຍງານໃຫ້ບັນດາທ່ານ ໄດ້ຮັບຮູ້ ໃນໂອກາດຕໍ່ໄປ.

 

ຂ່າວຈາກ: 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...