spot_img
Homeຂ່າວຕ່າງປະເທດປະຫວັດຫຍໍ້ທ່ານນາງ ປັກກຶນເຮ ປະທານາທິບໍດີ ສາທາລະນະລັດ ເກົາຫລີ

ປະຫວັດຫຍໍ້ທ່ານນາງ ປັກກຶນເຮ ປະທານາທິບໍດີ ສາທາລະນະລັດ ເກົາຫລີ

Published on

ທ່ານນາງ ປັກ ກຶນ ເຮ, ປະທານາທິບໍດີ ສາທາລະນະລັດ ເກົາຫລີ ເກີດວັນທີ 2 ກຸມພາ 1952
• ລະດັບການສຶກສາ:
– 1970: ຈົບຈາກໂຮງຮຽນມັດທະຍົມ Sacred Heart Girls’, ເຊອູນ.
– 1974: ຈົບປະລິນຍາຕີ ດ້ານວິທະຍາສາດ, ສາຂາວິສະວະກຳ ເອເລັກໂຕຣນິກ, ມະຫາວິທະຍາໄລ Sogang, ເຊອູນ.
– 1987: ປະລິນຍາເອກ ກິດຕິມະສັກ ດ້ານວັນນະຄະດິ, ມະຫາວິທະຍາໄລ Chinese Culture, ໄຕ້ຫວັນ.
– 2008: ປະລິນຍາເອກ ກິດຕິມະສັກ ດ້ານວິທະຍາສາດ, ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ກ້າວໜ້າ ສ.ເກົາຫລີ (KAIST), ແດກູ.
– 2008: ປະລິນຍາເອກ ກິດຕິມະສັກ ດ້ານການເມືອງ, ມະຫາວິທະຍາໄລແຫ່ງຊາດ Pukyong, Busan.
– 2010: ປະລິນຍາເອກ ກິດຕິມະສັກ ດ້ານການເມືອງ, ມະຫາວິທະຍາໄລ Sogang, ເຊອູນ.
• ປະສົບການດ້ານວຽກງານ:
– 1974 – 1979: ຮັກສາການ ສະຕຣີໝາຍເລກ 1 ແຫ່ງ ສ.ເກົາຫລີ.
– 1974 – 1980: ປະທານກິດຕິມະສັກ ສະຫະພັນ ລູກເສືອເພດຍິງ ແຫ່ງ ສ.ເກົາຫລີ.
– 1982 – 1991: ປະທານມູນນິທິການສຶກສາ Yukyoung ແລະ ປະທານມະຫາວິທະຍາໄລ Youngnam.
– 1993 – 2012: ປະທານມູນນິທິ ວັດທະນະທຳ ສ.ເກົາຫລີ.
– 1994 – ປັດຈຸບັນ: ສະມາຊິກສະມາຄົມນັກຂຽນ ສ.ເກົາຫລີ.
– 1994 – 2005: ປະທານມູນນິທິທຶນການສຶກສາ Jung-Soo.
– 1998 – 2000: ສະມາຊິກ ສະພາແຫ່ງຊາດ ສ.ເກົາຫລີ ຊຸດທີ 15; ຢູ່ຄະນະກຳມາທິການການຄ້າ, ອຸດສາຫະກຳ
ແລະ ພະລັງງານ ແລະ ຢູ່ຄະນະກຳມາທິການ ພິເສດວຽກງານເພດຍິງ.
– 1998 – 2002: ຮອງຫົວໜ້າພັກGrand National Party.
– 2000 – 2004: ສະມາຊິກສະພາແຫ່ງຊາດ ຊຸດທີ 16; ຢູ່ຄະນະກຳມະທິການ ເຕົ້າໂຮມຊາດ, ການຕ່າງປະເທດ
ແລະ ການຄ້າ; ຄະນະກໍາມາທິການ ວຽກງານສະເໝີພາບ ລະຫວ່າງ ຍິງ-ຊາຍ ແລະ ຄອບຄົວ;
ຄະນະກຳມາທິການ ວິທະຍາສາດ, ເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ໂທລະຄົມມະນາຄົມ.
– ພຶດສະພາ – ພະຈິກ 2002: ປະທານພັກພັນທະມິດ ເກົາຫລີເພື່ອອະນາຄົດ.
– 2003: ປະທານຄະນະ ກຳມະການເລືອກຕັ້ງ ເອົາຕົວແທນພັກ Grand National Party ເພື່ອລົງສະໝັກເລືອກຕັ້ງ ປະທານາທິບໍດີ ສ.ເກົາຫລີ; ສະມາຊິກ ຂອງຄະນະກຳມາທິການ ບໍລິຫານງານປະຈຳ ຂອງພັກ Grand
National Party.
– 2004 – 2008: ສະມາຊິກ ສະພາແຫ່ງຊາດ ຊຸດທີ 17; ຢູ່ຄະນະກຳມາທິການ ປ້ອງກັນປະເທດ; ຄະນະກຳມາທິການປົກຄອງລັດ ແລະ ປົກຄອງທ້ອງຖີ່ນ; ຄະນະກຳມາທິການ ສິ່ງແວດລ້ອມ ແລະ ແຮງງານ.
– ມີນາ 2004 – 2006: ຫົວໜ້າພັກ Grand National Party.
– 2007 : ລົງສະໝັກພາຍໃນພັກ ເພື່ອເປັນຜູ້ຕາງໜ້າຂອງພັກ Grand National Party ໃນການລົງເລືອກຕັ້ງ
ເປັນປະທານາທິບໍດີ ຄົນທີ 17.
– 2008-2012: ເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ 18; ຢູ່ໃນຄະນະກຳມາທິການ ສາທາລະນະສຸກ,
ສະຫວັດດີການ ແລະ ວຽກງານຄອບຄົວ; ຄະນະກຳມາທິການ ຍຸດທະສາດ ແລະ ການເງິນ.
– ທັນວາ 2011 – ພຶດສະພາ 2012: ປະທານຄະນະກຳມາທິການ ສຸກເສີນຂອງພັກ Saenuri.
– ພຶດສະພາ – ທັນວາ 2012: ສະມາຊິກ ສະພາແຫ່ງຊາດ ສ.ເກົາຫລີ ຊຸດທີ 19.
– ສິງຫາ – ທັນວາ 2012: ເປັນຕົວແທນພັກ Saenuri ລົງສະໝັກເລືອກຕັ້ງເປັນປະທານາທິບໍດີຄົນທີ 18.
– ເດືອນ ທັນວາ 2012: ໄດ້ຖືກເລືອກຕັ້ງ ເປັນປະທານາທິບໍດີ ແຫ່ງ ສ.ເກົາຫລີ ຄົນທີ 18.
– ແຕ່ເດືອນກຸມພາ 2013 – ປະຈຸບັນ: ເປັນປະທານາທິບໍດີ ແຫ່ງ ສ.ເກົາຫລີ ຄົນທີ 18.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...