Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານບໍາລຸງສະໝອງເໝາະສຳລັບຄົນ “ລືມເກັ່ງ”

ອາຫານບໍາລຸງສະໝອງເໝາະສຳລັບຄົນ “ລືມເກັ່ງ”

Published on

ມື້ນີ້ ເຮົາຈະມາແນະນຳ ອາຫານ 4 ຢ່າງ ທີ່ເມື່ອກິນແລ້ວຈະຊ່ວຍເລື່ອງຄວາມຈຳໄດ້ ແລະກິນເຂົ້າໄປແລ້ວ ກໍບໍ່ເກີດການສະສົມຂອງສານເຄມີໃນຮ່າງກາຍອີກດ້ວຍ ປະກອບໄປດ້ວຍອາຫານ 4 ຢ່າງດັ່ງນີ້:

  1. ໝາກຖົ່ວ: ໝາກຖົ່ວຈະອຸດົມດ້ວຍໂປຣຕີນທີ່ຫຼາຍ ແລະຍັງມີວິຕາມິນອີ ທີ່ມີສ່ວນຊ່ວຍເສີມສ້າງຄວາມຈຳໃຫ້ດີຂຶ້ນ ບໍ່ກາຍເປັນຄົນລືມເກັ່ງ
  2. ນົມຖົ່ວເຫຼືອງ: ຈະປະກອບດ້ວຍວິຕາມິນຕ່າງໆ ໄດ້ແກ່ວິຕາມິນເອ, ບີ, ບີ1, ບີ6, ບີ12 ມີຄາໂບໄຮເດດ, ຟອດສະຟໍລັດ, ແຄວຊຽມ ແລະມີສານບຳລຸງສະໝອງ ສາມາດປ້ອງກັນພະຍາດຄວາມຈຳເສື່ອມໄດ້ດີ
  3. ໄຂ່: ເປັນແຫຼ່ງໂປຣຕີນ ທີ່ສົ່ງຜົນດີ ໃນເລື່ອງຄວາມຈຳ ອຸດົມດ້ວຍເກືອແຮ່ ແລະວິຕາມິນ ປະກອບດ້ວຍໂປຣຕີນ, ໄຂມັນ, ວິຕາມິນເອ, ບີ, ດີ, ອີ, ສັງກະສີ, ແຄວຊຽມ ມີໂຄລີນທີ່ເປັນສ່ວນປະກອບໃນເລຊິຕິນ ຊ່ວຍໃນເລື່ອງສ້າງສານສື່ປະສາດ ໂດຍສະເພາະໃນສ່ວນສະໝອງ ທີ່ເຮັດໜ້າທີ່ກ່ຽວກັບຄວາມຈຳ
  4. ປາ: ອຸດົມດ້ວຍກົດອະມິໂນໄທໂຣຊິນ ຊ່ວຍໃນເລື່ອງການກະຕຸ້ນ ແລະປັບປ່ຽນການເຮັດວຽກຂອງສະໝອງ ຟື້ນຟູຄວາມຈຳໄດ້ເປັນຢ່າງດີ ແລະມີດີເອດເອ ຊ່ວຍເສີມສ້າງຄວາມຈຳ ແລະການຮຽນຮູ້ ປ້ອງກັນພະຍາດສະໝອງເສື່ອມໄດ້ຜົນດີ

ຫາກໃຜທີ່ກໍາລັງຊອກຫາຜະລິດຕະພັນອາຫານເສີມ ເພື່ອຊ່ວຍໃນເລື່ອງຂອງຄວາມຈໍາ ລອງຄິດໃໝ່ ເພາະເຈົ້າສາມາດກິນອາຫານທັງ 4 ປະເພດເຫຼົ່ານີ້ ເພື່ອສົ່ງເສີມໃນເລື່ອງຂອງຄວາມຈຳໄດ້ ໂດຍສາມາດກິນເທົ່າໃດກໍໄດ້ ບໍ່ຕ້ອງຢ້ານສານເຄມີຕົກຄ້າງ ແຖມຍັງມີປະໂຫຍດ ແລະມີລາຄາທີ່ຖືກ

ທີ່ມາ: share-si

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາsi

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...