spot_img
Homeຂ່າວທ້ອງຖິ່ນອຸດົມໄຊ ລະດົມທຶນພັດທະນາພັນຕື້ກວ່າກີບ

ອຸດົມໄຊ ລະດົມທຶນພັດທະນາພັນຕື້ກວ່າກີບ

Published on

ແຂວງອຸດົມໄຊ ເປັນອີກແຂວງໜຶ່ງທີ່ມີເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍມີຫຼາຍທ່າແຮງຊຸກດັນຫຼາຍດ້ານເປັນຕົ້ນແມ່ນດ້ານການຜະລິດກະສິກຳ, ອຸດສາຫະກຳ ແລະການບໍລິການ. ໂດຍດຶງດູດເອົາບັນດາໂຄງການ, ການລົງທຶນທັງພາຍໃນ ແລະຕ່າງປະເທດ ຊຶ່ງໃນໄລຍະ 9 ເດືອນສົກປີ 2015-2016 ສາມາດລະດົມທຶນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມໄດ້ ທັງໝົດ1.147 ຕື້ກີບ. ທັງນີ້ກໍເປັນ ສ່ວນໜຶ່ງທີ່ສໍາຄັນເພື່ອປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄືເປັນຈຸດຊຸກດັນໃຫ້ຄວາມທຸກຍາກພາຍໃນແຂວງຫຼຸດລົງເທື່ອລະກ້າວ.

ອີງຕາມຂໍ້ມູນລາຍງານຂອງພະແນກແຜນການ ແລະການລົງທຶນແຂວງໃຫ້ຮູ້ວ່າ: ໃນໄລຍະ 9 ເດືອນມານີ້ເສດຖະກິດຂອງແຂວງ ໄດ້ມີການຂະຫຍາຍຕົວຕໍ່ເນື່ອງອັດຕາການເຕີບໂຕເສດຖະກິດ 6,68%, ລວມຍອດມູນຄ່າຜະ ລິດຕະພັນພາຍໃນ (GDP) ບັນລຸໄດ້ 3.258 ຕື້ກີບ ຫຼື ປະມານ 405 ລ້ານໂດລາສະເລ່ຍຕໍ່ຫົວຄົນໄດ້ 1.299 ໂດລາ (ແຜນການສົກປີ 2015-2016 ໃຫ້ບັນລຸ 1.338 ໂດລາຕໍ່ຄົນຕໍ່ປີ), ພ້ອມນີ້ແຂວງຍັງສາມາດລະດົມທຶນເຂົ້າໃສ່ການພັດທະນາໄດ້ທັງໝົດ 1.147 ຕື້ກີບເທົ່າກັບ 78,6% ຂອງແຜນການໃນນັ້ນເປັນທຶນພາຍໃນປະຕິບັດໄດ້ 127,35 ຕື້ກີບເທົ່າກັບ  91,8% ຂອງແຜນການປີ, ທຶນຊ່ວຍເຫຼືອລ້າ ແລະກູ້ຢືມຈາກຕ່າງປະເທດ (ODA) ປະຕິບັດໄດ້ 102,47 ຕື້ກີບ ເທົ່າກັບ 64%, ການລົງທຶນເອ ກະຊົນພາຍໃນ ແລະຕ່າງປະເທດ(FDI) 116,97 ຕື້ກີບ ເທົ່າກັບ 21% ຂອງແຜນການ.

ນອກນັ້ນການລະດົມເງິນຝາກ ແລະການປ່ອຍສິນເຊື່ອຂອງທະນາຄານ ຊຶ່ງປະກອບມີທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອຕັ້ງຢູ່ແຂວງອຸດົມໄຊ, ທະນາຄານທຸລະກິດ 9 ແຫ່ງ ແລະມີສະຖາບັນການເງິນຈຸລະພາກ 3 ແຫ່ງ, ໃນໄລຍະ 6 ເດືອນຕົ້ນປີ 2016 ສາມາດລະດົມເງິນຝາກໄດ້ 731,13 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາເພີ່ມຂຶ້ນ 9,8% ແລະການປ່ອຍສິນເຊື່ອຊຸກຍູ້ການຜະລິດ-ການບໍລິການຂອງສັງຄົມໄດ້ທັງໝົດ 801,18 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 20%, ພ້ອມນັ້ນຍັງມີການສົ່ງອອກ-ນຳເຂົ້າສິນຄ້າໂດຍສາມາດປະຕິບັດມູນຄ່າສົ່ງອອກສີນຄ້າໄດ້ 88,99 ຕື້ກີບເທົ່າກັບ 35% ຂອງແຜນປີ ທຽບກັບໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 5 ເທົ່າຕົວ, ມູນຄ່ານໍາເຂົ້າສິນຄ້າປະຕິບັດໄດ້ 99,55 ຕື້ກີບເທົ່າກັບ 26% ຂອງແຜນ ການທຽບກັບໄລຍະດຽວກັນຂອງ ປີຜ່ານມາເພີ່ມຂຶ້ນ 5% ແລະຂາດດູນການຄ້າ 10,56 ຕື້ກີບ.

ສຳລັບການເກັບລາຍຮັບເຂົ້າງົບປະມານທົ່ວແຂວງປະຕິບັດໄດ້ ທັງໝົດ 68,31 ຕື້ກີບ ເທົ່າກັບ 73% ຂອງແຜນການດັດແກ້ (ແຜນການດັດແກ້ 93,46 ຕື້ກີບ), ທຽບໃສ່ໄລຍະດຽວກັນຂອງສົກປີຜ່ານມາຫຼຸດລົງ 0,3%; ລາຍຮັບຈາກສູນກາງດຸນ 257,97 ຕື້ກີບ ເທົ່າກັບ 71% ຂອງແຜນການດັດແກ້ (ແຜນດັດແກ້ 361,39 ຕື້ກີບ), ທຽບໃສ່ໄລຍະດຽວກັນຂອງສົກປີຜ່ານມາຫຼຸດລົງ 7% ສາມາດຄຸ້ມຄອງລາຍຈ່າຍໄດ້ທັງໝົດ 378,69 ຕື້ກີບ ເທົ່າກັບ 83% ຂອງແຜນການດັດແກ້ (ແຜນການດັດແກ້ 454,86 ຕື້ກີບ) ທຽບກັບໄລຍະດຽວກັນຂອງ ປີຜ່ານມາເພີ່ມຂຶ້ນ 19%.

ແນວໃດກໍ່ດີໃນ 3 ເດືອນທ້າຍສົກປີ 2015-2016 ແຂວງອຸດົມໄຊຄາດຄະເນຕ້ອງລະດົມທຸກແຫຼ່ງທຶນເຂົ້າໃສ່ການພັດທະນາໃຫ້ໄດ້ຕື່ມອີກ 544 ຕື້ກີບ ໃນນີ້ການລົງທຶນ ຂອງລັດແມ່ນຈະໄດ້ດັດແກ້ຫຼຸດມູນຄ່າໃນ 3 ເດືອນທ້າຍປີອີກຈໍານວນ 18,29  ຕື້ກີບ, ທຶນຊ່ວຍເຫຼືອລ້າ ແລະກູ້ຢືມຈາກຕ່າງປະເທດ (ODA) ໃຫ້ບັນລຸ 57,53 ຕື້ກີບ, ການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ (FDI) ຕ້ອງໄດ້ເພີ່ມທະວີການດຶງດູດຢ່າງໜັກໜ່ວງເພື່ອ ປະຕິບັດຕາມແຜນຕ້ອງໄດ້ດຶງດູດການລົງທຶນໃຫ້ໄດ້ 10 ໂຄງການມູນຄ່າການລົງທຶນ 482,99 ຕື້ກີບ, ການປ່ອຍສິນເຊື່ອຂອງບັນທະນາຄານທຸລະກິດ ແລະສະຖາບັນການເງິນໃຫ້ບັນລຸ 57,10 ຕື້ກີບ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...