ເລີ່ມໂຄງການ ບູລະນະ ປະຕິສັງຂອນ ພຣະທາດຫລວງວຽງຈັນ ຄັ້ງທີ IV

ໃນວັນທີ 4 ກັນຍານີ້ ໄດ້ມີພິທີເປີດໂຄງການ ບູລະນະ ປະຕິສັງຂອນ ພະທາດຫລວງວຽງຈັນ ຄັ້ງທີ IV ໂດຍການເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ.

575

ທ່ານ ບຸນສະໜອງ ສີຫາລາດ ຫົວໜ້າກົມວິຈິດສິນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ຕາມການສຳຫຼວດເບື້ອງຕົ້ນ ບໍລິເວນພະທາດຫຼວງ ອາດຈະໄດ້ບູລະນະພຽງຈຳນວນໃດໜຶ່ງເທົ່ານັ້ນທີ່ມີຄວາມຊຸດໂຊມ ເຊັ່ນ: ເອິກໄກ່ທີ່ເປັນໄມ້ມີການພຸພັງ (ໂດກ) ກຳແພງທີ່ມີຮອຍແຕກແຫງ ສີຈືດຈາງ ກົມມະລຽນ ແລະ ທາດນ້ອຍອ້ອມຮອບ ສ່ວນລະບົບໂຄງສ້າງພະທາດຫຼວງ ແມ່ນຢູ່ໃນສະພາບປົກກະຕິ.

ສຳລັບນັກທ່ອງທ່ຽວທ່ານໃດທີ່ຈະເດີນທາງມາທ່ຽວຊົມ ຄວາມງາມຂອງພະທາດ ກໍ່ສາມາດເຂົ້າໄປຊົມໄດ້ ເພາະຈະບໍ່ມີການປິດຕະຫຼອດຂອງການບູລະນະ

ຂ່າວ: ເສດຖະກິດ-ການຄ້າ