spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເມືອງໄຊເຊດຖາ ກັກໂຕພວກຄ້າ​ຢາບ້າໄດ້ 3 ຄົນ ພ້ອມຂອງກາງ 600 ເມັດ!

ເມືອງໄຊເຊດຖາ ກັກໂຕພວກຄ້າ​ຢາບ້າໄດ້ 3 ຄົນ ພ້ອມຂອງກາງ 600 ເມັດ!

Published on

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍໃຫ້ຮູ້ໃນວັນທີ 28 ສິງຫາ 2016 ຜ່ານມາວ່າ ໃນວັນທີ 15 ສິງຫາ 2016 ທາງເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດເມືອງ ໄດ້ປະສານສົມທົບກັບ ໜ່ວຍງານສຶບຂ່າວຄະດີອາຍາ ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ ກໍໄດ້ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດຢູ່ບ້ານດຸງໃຫຍ່ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ສາມາດກັກໂຕຜູ້ຖືກຫາໄດ້ 4 ຄົນ ພ້ອມກັບຢາບ້າ 600 ເມັດ.

ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ໄດ້ໃຫ້ຮູ້ວ່າ ຜູ້ຖືກຫາຊື່ ທ້າວ ສຸກສະຫວັນ ຫຼື ແຊ໋ງ ອາຍຸ 22 ປີ ຢູ່ບ້ານດຸງໃຫຍ່ ເມືອງໄຊເຊດຖາ ທ້າວ ເລ້ ອາຍຸ 24 ປີ ຢູ່ບ້ານສະພັງຂະນົງ ທ້າວ ບຸນຈັນ ອາຍຸ 26 ປີ ແລະ ທ້າວ ດ່ອນ ອາຍຸ 33 ປີ ທັງສອງຢູ່ບ້ານໂຄກສະອາດ ທັງສາມຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜ່ານການສອບສວນຂະຫຽາຍຜົນ ທ້າວ ສຸກສະຫວັນ ຮັບສາລະພາບວ່າ ຜູ້ກ່ຽວເລີ່ມເສບຢາເສບຕິດມາແຕ່ປີ 2014 ເປັນຕົ້ນມາ ເສບມື້ລະ 2-3 ເມັດ ຢາບ້າທີ່ນໍາມາເສບ ແມ່ນຊື້ນໍາໄວລຸ້ນຢູ່ຕາມຮ້ານເກມ ເຂດບ້ານທາດຫຼວງ ເມືອງໄຊເຊດຖາ ມາຮອດປີ 2015 ຜູ້ກ່ຽວກໍເລີ່ມເຄື່ອນໄຫວ ຄ້າຂາຍຢາເສບຕິດ ເຊິ່ງຢາບ້າທີ່ນໍາມາຂາຍແຕ່ລະຄັ້ງແມ່ນຊື້ນໍາ ທ້າວ ມີນາ ອາຍຸ 35 ປີ ຢູ່ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ທ້າວ ຕົ້ນ ອາຍຸປະມານ 27 ປີ ບໍ່ຊາບທີ່ຢູ່ ຈໍານວນຫຼາຍຄັ້ງ ຄັ້ງລະ 2-3 ຖົງ ເທົ່າກັບ 400-600 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາມາແບ່ງເສບຄັ້ງລະ 10-15 ເມັດ ສ່ວນທີ່ເຫຼືອ ແມ່ນນໍາໄປຂາຍໃຫ້ກັບ ທ້າວ ເລ້ ທ້າວ ບຸນຈັນ ແລະ ທ້າວ ດ່ອນ ຈົນມາຄັ້ງຫຼ້າສຸດໃນວັນທີ 15 ສິງຫາ 2016 ຜູ້ກ່ຽວໄດ້ໄປຊື້ຢາບ້ານໍາ ທ້າວ ມີນາ ຈໍານວນ 3 ຖົງ ເທົ່າກັບ 600 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາຢາບ້າດັ່ງກ່າວມາເຮືອນ ເພື່ອຈະແບ່ງຂາຍໃຫ້ກັບ ທ້າວ ເລ້ ທ້າວ ບຸນຈັນ ແລະ ທ້າວ ດ່ອນ ແຕ່ໃນເວລານັ້ນ ໄດ້ມີເຈົ້າໜ້າທີ່ເຂົ້າມາກັກໂຕ ພ້ອມຂອງກາງຢາບ້າ 3 ຖົງມາດໍາເນີນຄະດີ ນອກນັ້ນ ທ້າວ ສຸກສະຫວັນ ຍັງສາລະພາບອີກວ່າ ຜ່ານມາຜູ້ກຽ່ວໄດ້ຖືກການຈັດຕັ້ງບ້ານຮ້ອງໄປສຶກສາອົບຮົມຫຼາຍຄັ້ງ ແຕ່ຜູ້ກ່ຽວກໍບໍ່ມີການປ່ຽນແປ່ງ.

ທ້າວ ເລ້ ກໍຮັບສາລະພາບວ່າ ຜູ້ກ່ຽວໄດ້ເລີ່ມເສບຢາເສບຕິດ ມາແຕ່ປີ 2010 ເປັນຕົ້ນມາ ເສບມື້ລະ 1-2 ເມັດ ຢາບ້າທີ່ນໍາມາເສບ ແມ່ນຊື້ນໍາໄວ້ລຸ້ນພາຍໃນບ້ານ ມາປີ 2014 ແລະ ໄດ້ເລີ່ມຄ້າຂາຍຢາເສບຕິດ ສໍາລັບຢາບ້າທີ່ນໍາມາຂາຍແມ່ນຊື້ນໍາ ທ້າວ ສຸກສະຫວັນ ຈໍານວນຫຼາຍຄັ້ງ ຄັ້ງລະ 100 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາມາແບ່ງເສບມືລະ 2-3 ເມັດ ສ່ວນທີ່ເຫຼືອແມ່ນນໍາໄປຂາຍໃຫ້ກັບໄວລຸ້ນພາຍໃນບ້ານ ແລະ ທ້າວ ດ່ອນ ກໍໃຫ້ການຮັບສາລະພາບວ່າ ໄດ້ເສບຢາບ້າມາໄດ້ຫຼາຍປີແລ້ວ ເສບມືລະ 2-3 ເມັດ ຢາບ້າທີ່ນໍາມາເສບ ແມ່ນຊື້ນໍາໄວລຸ້ນພາຍໃນບ້ານ ມາປີ 2015 ກໍເລີ່ມຄ້າຂາຍຢາເສບຕິດ ຢາບ້າທີ່ນໍາມາຂາຍແມ່ນຊື້ນໍາທ້າວ ສຸກສະຫວັນ ຈໍານວນຫຼາຍຄັ້ງ ຄັ້ງລະ 100-200 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປຂາຍຢູ່ພາຍໃນບ້ານ ແລະ ບ້ານໃກ້ຄຽງ ເຊິ່ງບາງຄັ້ງໄດ້ຢາບ້າມາແລ້ວ ກໍແບ່ງເສບຄັ້ງລະ 2-5 ເມັດ ພ້ອມກັນນີ້ ທ້າວ ບຸນຈັນ  ໃຫ້ການຮັບສາລະພາບວ່າ ຕົນເອງໄດ້ເສບຢາບ້າມາແຕ່ປີ 2014 ເສບມືລະ 1-2 ເມັດ ຢາບ້າທີ່ນໍາມາເສບ ແມ່ນຊື້ນໍາທ້າວ ສຸກສະຫວັນ ມາປີ 2015 ຜູ້ກ່ຽວກໍເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ຢາບ້າທີ່ນໍາມາຂາຍແມ່ນຊື້ນໍາ ທ້າວ ສຸກສະຫວັນ ຈໍານວນຫຼາຍຄັ້ງ ຈົນບໍ່ສາມາດຈະຈື່ໄດ້ ຊື້ຄັ້ງລະ 200 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາມາແບ່ງເສບ ແລະ ສ່ວນທີ່ເຫຼື່ອແມ່ນນໍາໄປຂາຍ ໃຫ້ກັບໄວລຸ້ນພາຍໃນບ້ານ ແລະ ບ້ານໃກ້ຄຽງ.

ປັດຈຸບັນ ຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນຂອງການສືບສວນ-ສອບສວນຂະຫຍາຍຜົນ ເພື່ອສະຫຼຸບສໍານວນຄະດີ ສົ່ງໄອຍະການສັ່ງຟ້ອງສານ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ ພ້ອມທັງສືບຕໍ່ເກັບກໍາຂໍ້ມູນຫຼັກຖານ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ມາຮັບໂທດຕາມກົດໝາຍ.

 

ແຫລ່ງຂ່າວ:

ວຈທດ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...