Homeວິທະຍາສາດ-ວິທະຍາການແຝດ 3 ເປັນເດັກທີ່ເກີດຈາກ ດີເອັນເອ ຜູ້ຊາຍ 2 ຄົນຄັ້ງທຳອິດຂອງໂລກ

ແຝດ 3 ເປັນເດັກທີ່ເກີດຈາກ ດີເອັນເອ ຜູ້ຊາຍ 2 ຄົນຄັ້ງທຳອິດຂອງໂລກ

Published on

ແປກແຕ່ຈິງ ເມື່ອຄູ່ຮັກເກຍ໌ ໃຊ້ການປະສົມທຽມໃຫ້ກຳເນີດແຝດ 3 ເປັນເດັກທີ່ເກີດຈາກ ດີເອັນເອ ຂອງຜູ້ຊາຍສອງຄົນ ຄັ້ງທຳອິດໃນໂລກ

ລາຍງານຂ່າວແຈ້ງວ່າ ທີ່ຕ່າງປະເທດເກີດເລື່ອງສຸດຮືຮາຂຶ້ນ ເມື່ອຄູ່ຮັກຊາວເກຍ໌ ຄູ່ໜຶ່ງສາມາດໃຫ້ກຳເນີດເດັກແຝດ 3 ຈາກດີເອັນເອ ຂອງຜູ້ຊາຍທັງສອງຄົນ ຈາກທ້າວ ຄຣິສໂຕ ແລະ ທີໂອ ເມເນລົວ

ໂດຍລາຍງານລະບຸວ່າ ສາເຫດທີ່ທັງຄູ່ສາມາດໃຫ້ກຳເນີດເດັກນ້ອຍຈາກດີເອັນເອທັງ 2 ຄົນນັ້ນ ເກີດຈາກວິວັດທະນາການທາງວິທະຍາສາດໃນການປະສົມທຽມໂດຍການໃຊ້ຕົວອ່ອນ (embryos) 2 ເອັມບຣິໂອ ນຳຕົວອ່ອນໜຶ່ງໄປປະສົມກັບອະສຸຈິຂອງ ທ້າວ ທີໂອ ແລ້ວນຳໄປຝາກໄວ້ໃນທ້ອງຂອງແມ່ຍິງຄົນໜຶ່ວທີ່ເປັນເພື່ອນບ້ານຂອງທັງຄູ່ເຊິ່ງສະໝັກໃຈຮັບໜ້າທີ່ຖືພາແທນ

ຈົນໃນທີ່ສຸດ ເດັກທັງສາມຄົນ ກໍ່ເກີດອອກມາຢ່າງປອດໄພ ເປັນຊາຍ 1 ຄົນ ແລະ ຍິງ 2 ຄົນ ທັງສາມມີນ້ຳໜັກເກີນ 1 ກິໂລກຣາມ ແຕ່ມີຄົນໜຶ່ງຕ້ອງໄດ້ຮັບການຜ່າຕັດຫົວໃຈ ເພາະບໍ່ແຂງແຮງເທົ່າພີ່ນ້ອງ

ແຝດທັງສາມມີຊື່ວ່າ ໂຈຊົວ, ໂຊອີ້ ແລະ ເຄທີ ທັງສາມໄດ້ຢູ່ໃນຄວາມດູແລຂອງແພດຢ່າງໃກ້ຊິດ ຈົນກວ່າແພດຈະໝັ້ນໃຈວ່າຝແດທັງສາມ ນັ້ນແຂງແຮງແລ້ວ ເຊິ່ງໂຈຊົວເປັນຄົນທຳອິດທີ່ໄດ້ອອກຈາກໂຮງໝໍເພື່ອກັບເມືອເຮືອນ ໃນວັນທີ 22 ກໍລະກົດ ທີ່ຜ່ານມາ ແລ້ວກໍ່ຕາມດ້ວຍໂຊອີ້ ໃນວັນທີ 1 ສິງຫາ ແລະ ເຄທີໃນວັນທີ 4 ສິງຫາ ທີ່ຜ່ານມາ

ຄຣີສໂຕ ແລະ ທີໂອ ພໍ່ຂອງແຝດທັງສາມຄົນນີ້ ຕັ້ງໃຈວ່າຈະພາລູກທັງສາມກັບໄປໃຊ້ຊີວິດທີ່ບ້ານເກີດໃນເມືອງ ພຣີຕໍເຣຍ ປະເທດແອຟຣິກາໃຕ້

 

 

ຂໍ້ມູນຈາກ: metro.co.uk ແລະ http://news.mthai.com/

http://www.posttoday.com/

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...