Homeເກັບຕົກ-ເລື່ອງແປກຊາຍອິນເດຍສຸດແປກມັກກິນມີດ ແພດຜ່າຕັດອອກມາຈາກທ້ອງໄດ້ 40 ດວງ

ຊາຍອິນເດຍສຸດແປກມັກກິນມີດ ແພດຜ່າຕັດອອກມາຈາກທ້ອງໄດ້ 40 ດວງ

Published on

ເວັບໄຊຂ່າວອັງກິດ ເດລິເມລ ໄດ້ລາຍງານຈາກເມືອງ ເກີຄັສເພີ ປະເທດອິນເດຍ ໃນວັນທີ 22 ສິງຫາ ວ່າທ່ານໝໍໃນໂຮງໝໍ ຄໍເປີເລດ ໃນເມືອງເກີຄັສເພີ ລັດປັດຈາບຂອງອິນເດຍ ຫຼັງຈາກທ້າວຈານເນລ ຊິງ ອາຍຸ 42 ປີ ເດີນທາງມາທີ່ໂຮງໝໍໃນຄະນະທີ່ຮ່າງກາຍອອ່ນແອລົງ ແລະ ມີອາການເຈັບທ້ອງຢ່າງຮຸນແຮງອາການດັ່ງກ່າວເລີ່ມຜິດປົກກະຕິຕັ້ ງແຕ່ 2-3 ມື້ທີ່ຜ່ານມາ ກ່ອນຈະເດີນທາງມາພົບທ່ານແພດ ພາຍຫຼັງທີ່ໄດ້ອັນຕ້າຊາວໃນບໍລິເວນທ້ອງຂອງລາວກໍ່ໄດ້ພົບວັດຖຸທີ່ປະຫຼາດເຊິ່ງມີລັກສະນະຄ້າຍຄືກັບຂອງແຂງມີຮູບຮ່າງຄ້າຍຄືກັບກ້ອນມະເຮັງ ເມື່ອແພດໄດ້ຜ່າທ້ອງກໍ່ໄດ້ພົບວ່າ ມັນແມ່ນມີດທີ່ຊາຍໜຸ່ມຄົນນີ້ໄດ້ກຶນກິນລົງທ້ອງຈຳນວນ 40 ດວງ

2340

ທ້າວ ຊິງ ໄດ້ໃຫ້ສຳພາດວ່າ ລາວມັກຣົດຊາດຂອງມີດຫຼາຍ ດັ່ງນັ້ນລາວຈຶ່ງເລີ່ມກິນມີດລົງທ້ອງຕັ້ງແຕ່ສອງເດືອນທີ່ຜ່ານມາ, ຫຼັງຈາກການຜ່າຕັດດຳເນີນໄປເຖິງ 5 ຊົ່ວໂມງ ທ່ານໝໍກໍ່ສາມາດເອົາມີດອອກຈາກທ້ອງຈົນໝົດແລະຊ່ວຍຊີວິດລາວໄວ້ໄດ້ ທ້າວ ຊິງ ຕ້ອງຢູ່ຮັກສາໂຕເອງໃນໂຮງໝໍ ເມື່ອອາການຂອງລາວດີຂຶ້ນທ່ານໝໍຈຶ່ງອານຸຍາດໃຫ້ກັບບ້ານໄດ້

533.2

 

ທີ່ມາຈາກ: http://www.news.com.la/detail/18014

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...