spot_img
Home​ຂ່າວທ່ອງທ່ຽວສາລະວັນ "ສີ່ພັນຂຸມ" ແຫຼ່ງທ່ອງທ່ຽວມະຫັດສະຈັນທາງທຳມະຊາດໜ້າຢ້ຽມຊົມ

ສາລະວັນ “ສີ່ພັນຂຸມ” ແຫຼ່ງທ່ອງທ່ຽວມະຫັດສະຈັນທາງທຳມະຊາດໜ້າຢ້ຽມຊົມ

Published on

ທ່ອງທ່ຽວ ກັບ ລາວໂພສຕ໌ ວັນນີ້ເຮົາຈະໄປທ່ຽວທີ່ ສີ່ພັນຂຸມ ເມືອງ ລະຄອນເພັງ” ເຊິ່ງກຳລັງໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ!!

ເມືອງລະຄອນເພັງ ແມ່ນ1 ໃນ 8 ເມືອງຂອງແຂວງ ສາລະວັນ, ໃນນັ້ນຖ້າເວົ້າເຖິງສະຖານທີ່ທ່ອງທ່ຽວພາຍໃນເມືອງລະຄອນເພັງແລ້ວ ກໍ່ມີຫລາຍບ່ອນທີ່ຫນ້າສົນໃຈ ໂດຍສະເພາະທາງດ້ານວັດທະນະທຳ ແລະ ທຳມະຊາດ, ຄຽງຄູ່ກັນນັ້ນ ປະຊາຊົນຊາວ ເມືອງ ລະຄອນເພັງ ຍັງເປັນຜູ້ທີ່ມີຈິດໃຈໂອບເອື້ອຍອາລີ, ມີຄວາມດຸຫມັ້ນຂະຫຍັນພຽງ, ຮັກ ແລະ ຫວງແຫນໃນມູນເຊື້ອທາງດ້ານມໍລະດົກວັດທະນະທຳອັນດີງາມ ກໍ່ຄືຂອງຊາດ. ການທ່ອງທ່ຽວ ທີ່ເມືອງ ລະຄອນເພັງ ຄັ້ງນີ້ ແມ່ນຈະນຳສະເຫນີ ສະຖານທີ່ທ່ອງທ່ຽວທາງທຳມະຊາດ ສິ່ງທີ່ເປັນຫນ້າອັດສະຈັນ ທີ່ເກີດຂື້ນຈາກການກັດເຊາະຂອງແມ່ນ້ຳຂອງ ນັ້ນກໍ່ແມ່ນ ປະຕິມາກຳແຫ່ງແມ່ນໍ້າຂອງ 4000 ຂຸມ ( ສີ່ພັນຂຸມ) ຫລື ທີ່ເຄີຍໄດ້ຍິນຝັ່ງໄທເອີ້ນກັນວ່າ 3000 ໂບກ, ແຕ່ຝັງລາວ ມີເຖິງ 4000 ຂຸມ.

911

ການທ່ອງທ່ຽວ 4000 ຂຸມ ເຫມາະສົມທີ່ສຸດ ແມ່ນໃນໄລຍະເດືອນ ມັງກອນ ເຖິງ ເດືອນ ມີຖຸນາ ໃນທຸກໆປີ ນ້ຳຂອງຈະບຸກແຫ້ງ ເຫລືອໄວ້ພຽງແຕ່ລານຫິນ ທີ່ກວ້າງໃຫຍ່ ແລະ ເຕັມໄປດ້ວຍຂຸມນ້ອຍ-ໃຫຍ່ ທີ່ສວຍງາມ ຄືກັບຜົນງານທາງປະຕິມາກຳ ທີ່ເກີດມາຈາກທຳມະຊາດ. ສ່ວນໄລຍະ ແຕ່ເດືອນ ກໍລະກົດ ຫາ ເດືອນ ທັນວາ ນ້ຳຂອງແມ່ນຈະຖ້ວມໃນບໍລິເວນດັ່ງກ່າວ. ການເດີນທາງມາທ່ອງທ່ຽວ ແຫລ່ງທ່ອງທ່ຽວດັ່ງກ່າວ ນັກທ່ອງທ່ຽວສາມາດ ຮ່ວມສ້າງກິດຈະກຳໃນຫລາຍຮູບແບບ ເປັນຕົ້ນການລົງຫລີ້ນນ້ຳ ເພື່ອຜ່ອນຄາຍຄວາມຮ້ອນ, ການຫາປາຕາມແມ່ນ້ຳ, ການຕັ້ງແຄ້ມພັກຜ່ອນ ຫລື ຮັບປະທານອາຫານ ທາມກາງທຳມະຊາດ.

8992

ສາລະວັນຖືເປັນອີກແຂວງໜຶ່ງທີ່ມີບັນດາແຫຼ່ງທ່ອງທ່ຽວສວຍງາມຫຼາກຫຼາຍແຫ່ງສາມາດສ້າງແຮງຈູງໃຈດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ເປັນຢ່າງດີບໍ່ວ່າຈະເປັນທາງວັດທະນະທໍາ, ທໍາມະຊາດ ແລະປະຫວັດສາດ, ໃນນີ້ແຫຼ່ງທ່ອງທ່ຽວສີ່ພັນຂຸມບ້ານທ່ານັບວ່າ ເປັນອີກຜະລິດຕະພັນທ່ອງທ່ຽວ ຂອງແຂວງທີ່ໜ້າມະຫັດສະຈັນ ຊຶ່ງໄດ້ຮັບຄວາມສົນໃຈຈາກບັນດານັກທ່ອງທ່ຽວຢ່າງແຜ່ຫຼາຍເຊັ່ນກັນ.

6363

ສໍາລັບແຫຼ່ງທ່ອງທ່ຽວສີ່ພັນຂຸມແຫ່ງນີ້ມີລັກສະນະທີ່ແປກຕາ ແລະໜ້າມະຫັດສະຈັນໃຈ, ເນື່ອງຈາກຫີນ ແຜນໃຫຍ່ຖືກນໍ້າເຈາະເຊາະເປັນເວລາຫຼາຍຮ້ອຍປີໄດ້ເກີດເປັນຂຸມນ້ອຍໃຫຍ່ນັບຫຼາຍພັນຂຸມ ແລະແຕ່ລະຂຸມ ຈະມີນໍ້າຂັງເໜືອນກັບວ່ານໍ້າສ້າງ ແລະນໍ້າຈະໃສເບິ່ງແລ້ວສວຍງາມສະອາດຕາ ເຊິ່ງໄດ້ມີຄໍາຊ່າລືອັນຫຼາກຫຼາຍແຕກຕ່າງກັນໄປກ່ຽວກັບ ປະຫວັດຄວາມເປັນມາຂອງສີ່ພັນຂຸມນີ້ ເຊິ່ງບໍ່ທັນມີຄວາມຈະແຈ້ງເທື່ອ, ປະຈຸບັນແມ່ນຢູ່ພາຍໃຕ້ການຄຸ້ມຄອງດູແລ ໂດຍກົງຈາກຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ເມືອງລະຄອນເພັງ ໂດຍສົມທົບກັບອົງການ ປົກຄອງບ້ານທ່າ.

9d

ຢ່າງໃດກໍ່ຕາມ ຖ້າຫາກວ່ານັກ ທ່ອງທ່ຽວທ່ານໃດທີ່ສົນໃຈກໍສາມາດໄປທ່ຽວໄປຊົມກັນໄດ້ ເຊິ່ງນອກຈາກຈະມີຂຸມຈໍານວນຫຼາຍໃຫ້ໄດ້ຊົມກັນແລ້ວບໍລິເວນອ້ອມຮອບເຂດ ດັ່ງກ່າວຍັງເຕັມໄປດ້ວຍພູຜາປ່າໄມ້ຂຽວສົດງົດງາມອັນລ້ວນແລ້ວແຕ່ ຜະລິດສາຍລົມໃຫ້ມີອາກາດເຢັນສົດຊື່ນຢູ່ຕະຫຼອດເວລາ, ຍິ່ງຖ້າໄດ້ ຖ່າຍພາບໄວ້ເປັນທີ່ລະນຶກກັບສິ່ງແວດລ້ອມຄຽງຄູ່ກັບຂຸມຫີນທີ່ໜ້າອັດສະຈັນແລ້ວຍິ່ງຈະສ້າງຄວາມຊົງຈໍາທີ່ຍາກຈະລືມໄດ້, ເອົາເປັນວ່າຖ້າມີໂອກາດໄດ້ເດີນທາງໄປທາງພາກໃຕ້ກໍຢ່າງລືມໄປແວ່ຊົມກໍແລ້ວກັນເຊື່ອແນ່ວ່າທ່ານຈະປະທັບໃຈຢ່າງແນ່ນອນ.

 

 ຂໍ້ມູນ ແລະ ຮູບພາບຈາກ: ລາວສະຕຣາ ແລະ ເສດຖະກິດ-ສັງຄົມ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...