Homeຂ່າວທ້ອງຖິ່ນບັນຫາການຈະລາຈອນຕິດຂັດຢ່າງໜັກໃນຊົ່ວໂມງຮີບດ່ວນຢູ່ຕະຫຼາດທາດຫຼວງຊົ່ວຄາວຍັງລໍຄອຍການແກ້ໄຂ

ບັນຫາການຈະລາຈອນຕິດຂັດຢ່າງໜັກໃນຊົ່ວໂມງຮີບດ່ວນຢູ່ຕະຫຼາດທາດຫຼວງຊົ່ວຄາວຍັງລໍຄອຍການແກ້ໄຂ

Published on

ສັງຄົມຍັງຄົງລໍຄອຍການແກ້ໄຂສະພາບການຈະລາຈອນຕິດຂັດຢູ່ບໍລິເວນເສັ້ນທາງເຂດໜ້າຕະຫຼາດທາດຫຼວງ (ຊົ່ວຄາວ) ໃກ້ຂົວບຶງທາດຫຼວງ ເຊິ່ງມີສະພາບແອອັດ ຍັດແຫຽ້ໃນເວລາຕອນເຊົ້າ ຮວມເຖິງຊົ່ວໂມງເລັ່ງດ່ວນ (ເຂົ້າການແລະເລີກການ) ຍິ່ງໃນຍາມທີ່ຊາວຄ້າຂາຍພວມຫຼັ່ງໄຫຼເຂົ້າອອກຕະຫຼາດ ຍິ່ງເຮັດໃຫ້ສະພາບການສັນຈອນໃກ້ບໍລິເວນຂົວຕິດຂັດເປັນໄລຍະຍາວ ຕໍ່ໜ້າບັນຫາດັ່ງກ່າວ ທາງການນໍາເມືອງໄຊເຊດຖາ ໃນນາມຜູ້ປົກຄອງທ້ອງຖິ່ນກໍຍອມຮັບວ່າ ໄດ້ມີການເຈລະຈາກັບເຈົ້າຂອງຕະຫຼາດ ແລະ ຊາວຄ້າຂາຍຫຼາຍເທື່ອແລ້ວ ໂດຍອີງໃສ່ສັນຍາໃນເບື້ອງຕົ້ນ ເຊິ່ງມາຮອດປັດຈຸບັນກໍຢູ່ໃນຂັ້ນຕອນຂໍທິດຊີ້ນໍາຈາກຂັ້ນເທິງກໍຄືນະຄອນຫຼວງວຽງຈັນ ໃນການດໍາເນີນມາດຕະການຕາມທາງຄວນ.

ທ່ານ ຖະໜອມ ທໍາທອງ ເລຂາພັກເມືອງ ເຈົ້າເມືອງໆໄຊເຊດຖາ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວໃນວັນທີ 25 ສິງຫາ 2016 ວ່າ ອີງຕາມສັນຍາວ່າດ້ວຍການສ້າງຕະຫຼາດທາດຫຼວງຊົ່ວຄາວ ພາຍໃນໄລຍະເວລາສອງປີ ແຕ່ທັງນີ້ແມ່ນເກີນເລີຍມາເຖິງ 6 ປີແລ້ວ (ສັນຍາເບື້ອງຕົ້ນແມ່ນເລີ່ມແຕ່ວັນທີ 27 ພຶດສະພາ 2010) ແຕ່ວ່າມາຮອດປັດຈຸບັນກໍຍັງມີການສືບຕໍ່ຊື້-ຂາຍ ອັນໄດ້ກໍໃຫ້ເກີດຫາງສຽງສັງຄົມຕາມມາ ເປັນຕົ້ນກໍແມ່ນສະພາບການສັນຈອນທີ່ນັບວັນຍິ່ງຕິດຂັດດັ່ງທີ່ເຫັນ.

ທັງນີ້ ທາງນະຄອນຫຼວງວຽງຈັນ ກໍໄດ້ມີການປຶກສາຫາລືກ່ຽວກັບມະຕິຕົກລົງຂອງອົງການປົກຄອງນະຄອນຫຼວງ ເມື່ອເດືອນມິຖຸນາ 2015 ວ່າດ້ວຍການຍ້າຍອອກຕະຫຼາດທາດຫຼວງຊົ່ວຄາວໃຫ້ສໍາເລັດພາຍໃນວັນທີ 23 ສິງຫາ 2016 ແຕ່ມາຮອດປັດຈຸບັນ ທາງຜູ້ປະກອບການຕະຫຼາດ ແລະ ຊາວຄ້າ-ຂາຍຈໍານວນນຶ່ງຍັງບໍ່ປະຕິບັດຕາມຂໍ້ຕົກລົງວາງອອກ ເຊິ່ງອົງການປົກຄອງເມືອງພວມນໍາບັນຫາດັ່ງກ່າວສະເໜີຕໍ່ອົງການປົກຄອງນະຄອນຫຼວງວຽງຈັນ ເພື່ອຫາມາດຕະການແກ້ໄຂໃນຂັ້ນຕໍ່ໄປ ຂະນະທີ່ສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊເຊດຖາ ກໍຄືຂອງນະຄອນຫຼວງວຽງຈັນ ກໍຕ້ອງໄດ້ດໍາເນີນການອີກຫຼາຍຢ່າງໃນຫຼາຍຈຸດ ແນໃສ່ພັດທະນາເສັ້ນທາງລຽບບຶງທາດທາດຫຼວງ ຂະໜານກັບເສັ້ນທາງເລກທີ 13 ໃຕ້ ເພື່ອລະບາຍລົດທີ່ແອອັດ ອີກບັນຫານຶ່ງກໍແມ່ນບັນຫາການຈອດລົດໃນຈຸດໜ້າຕະຫຼາດທາດຫຼວງຊົ່ວຄາວ ເຊິ່ງຖືເປັນເລື່ອງຈໍາເປັນ ເຄັ່ງຮ້ອນທີ່ສັງຄົມສ່ວນໃຫຽ່ໄດ້ຈົ່ມວ່າ ຫຼື ຕໍານິວິຈານ.

ຢ່າງໃດກໍດີ ປັດຈຸບັນແມ່ນໄດ້ມີການແຕ່ງຕັ້ງຄະນະກໍາມະການຂັ້ນເມືອງໃນການຈັດສັນ ຍົກຍ້າຍຕະຫຼາດທາດຫຼວງຊົ່ວຄາວ ໂດຍສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ກໍໄດ້ເຄີຍເຊີນເອົາຊາວຄ້າຂາຍຫຼາຍກວ່າ 400 ຮ້ານ ແລະ ຜູ້ປະກອບການ (ເຈົ້າຂອງຕະຫຼາດ) ມາສົນທະນາຫາທາງອອກ ແລະ ໄດ້ເຮັດສັນຍາຕາມລະບຽບການ ແຕ່ມາເຖິງປັດຈຸບັນກໍຍັງເຫັນວ່າ ບໍ່ທັນມີການປະຕິບັດຕາມສັນຍາທີ່ລະບຸໄວ້ຊ້ອງໜ້າຫຼາຍຝ່າຍ.

ເພື່ອຮອງຮັບຊາວຄ້າຂາຍນັ້ນ ກໍໄດ້ມີການສ້າງຕັ້ງຕະຫຼາດໃໝ່ເຊັ່ນ ຕະຫຼາດໂນນຄໍ້ ແລະ ຕະຫຼາດໄຮຄໍາ ທີ່ສາມາດເຊື່ອມຕໍ່ຫຼາຍເສັ້ນທາງ ເຊິ່ງການສັນຈອນກໍສະດວກສະບາຍແລ້ວ ພ້ອມນັ້ນ ກໍມີຕະຫຼາດສົດໃໝ່ເຊັ່ນ ຕະຫຼາດອົດຊີ ນັບທັງຕະຫຼາດອື່ນໆ ເຊິ່ງຜູ້ຄ້າຂາຍສາມາດເລືອກເປັນແຫຼ່ງຊື້-ຂາຍໄດ້ ທັງນີ້ ເຈົ້າເມືອງໄຊເຊດຖາ ກໍໄດ້ຮຽກຮ້ອງຜ່ານສື່ໄປເຖິງຊາວຄ້າຂາຍໃນຕະຫຼາດທາດຫຼວງຊົ່ວຄາວຈົ່ງຍຶດຖືລະບຽບ ກົດໝາຍເປັນສໍາຄັນ ແລະ ເຫັນແກ່ປະໂຫຽດສ່ວນຮວມ ເພື່ອຮ່ວມກັນແກ້ໄຂ ຫຼຸດຜ່ອນບັນຫາສັງຄົມ ໂດຍສະເພາະແມ່ນຄວາມບໍ່ເປັນລະບຽບຮຽບຮ້ອຍ ຄວາມສັບສົນວຸ້ນວາຍໃນການສັນຈອນຢູ່ບໍລິເວນຕະຫຼາດທາດຫຼວງຊົ່ວຄາວ ເພື່ອກ້າວໄປສູ່ການພັດທະນາທີ່ຍືນຍົງ.

ຂ່າວ/ພາບ: ເທບພະວົງ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...