Homeຂ່າວການພັດທະນາວຽກງານການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຖືເປັນສິ່ງສຳຄັນຫຼາຍ

ວຽກງານການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຖືເປັນສິ່ງສຳຄັນຫຼາຍ

Published on

ທ່ານນາງ ບັນດິດ ປະທຸມວັນ ຮັກສາການ ປະທານຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ ໄດ້ກ່າວໃນກອງປະຊຸມລະດັບຊາດ ກ່ຽວກັບການສ້າງແຜນງົບປະມານທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ໃນວັນທີ 25 ສິງຫາ ນີ້ ຢູ່ນະຄອນຫລວງວຽງຈັນວ່າ: ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບການຈຳແນກ ແລະການຕ້ານໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຖືເປັນວຽກງານບູລິມະສິດຂອງພັກ-ລັດ, ທັງເປັນການຈັດຕັ້ງປະຕິບັດພັນທະຂອງລັດຖະບານ ໃນການເປັນພາຄີຕໍ່ສົນທິສັນຍາ ແລະນິຕິກຳສາກົນ ກໍຄື ການຈັດຕັ້ງຜັນຂະຫຍາຍສົນທິສັນຍາຊີດໍ, ຖະແຫລງການ-ແຜນປະຕິບັດງານປັກກິ່ງ ແລະນິຕິກຳສາກົນອື່ນໆທີ່ພົວ ພັນ

ເຖິງສິດທິຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ເຂົ້າໃນແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະນິຕິກຳຕ່າງໆ ໂດຍສະເພາະ ແຜນຍຸດທະສາດແຫ່ງຊາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນແຕ່ລະໄລຍະ ອັນພົ້ນເດັ່ນ ແມ່ນວຽກງານຄວາມສະເໝີພາບຍິງ-ຊາຍ ໄດ້ມີການກຳນົດໃນມະຕິ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ III 2016-2020, ການປັບປຸງລັດຖະທຳມະນູນ ໃນປີ 2015 ລວມເຖິງການສ້າງກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນປີ 2015; ນອກນັ້ນ ຍັງໄດ້ມີການສ້າງບົດສຶກສາລະດັບຊາດ ໃນຫົວຂໍ້ຕ່າງໆ ເຊິ່ງມັນໄດ້ກາຍເປັນນິຕິກຳ, ເປັນຂໍ້ມູນ ແລະ ເປັນບ່ອນອີງ ໃຫ້ການຈັດຕັ້ງປະຕິບັດວຽກງານຄວາມສະເໝີພາບຍິງ-ຊາຍ ແລະການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ໃຫ້ຖືກຈັດຕັ້ງປະຕິບັດຢ່າງເປັນຮູບປະທຳເທື່ອລະກ້າວ

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...