Homeນານາສາລະສະໝຸນໄພບໍາລຸງຄວາມງາມ ງາມທຳມະຊາດທຸກສ່ວນຂອງຮ່າງກາຍ

ສະໝຸນໄພບໍາລຸງຄວາມງາມ ງາມທຳມະຊາດທຸກສ່ວນຂອງຮ່າງກາຍ

Published on

  1. ກົກກະເດົາ: ທຸກສ່ວນຂອງກົກກະເດົາ ນັ້ນມີປະໂຫຍດຫຼາຍຢ່າງເຊັ່ນ:
  • ຮັກສາສິວ: ເອົາໃບກະເດົາ 2-3 ໃບມາຕົ້ມ ເມື່ອເຢັນແລ້ວເອົາສໍາລີມາຈຸບນໍ້າກະເດົາທີ່ຕົ້ມໄວ້ ແລ້ວທາໃຫ້ທົ່ວໃບໜ້າ ແລະສາມາດນໍານໍ້າກະເດົາທີ່ຕົ້ມສຸກແລ້ວນັ້ນ ມາປະສົມກັບໂຢເກິດ ຫຼືເອົາມາປັ່ນກັບແຕງກວາ ທາໃຫ້ທົ່ວໃບໜ້າ ເພື່ອຫຼຸດຄວາມມັນຂອງຜິວໜ້າໄດ້ອີກ
  • ຮັກສາຜິວແຫ້ງ: ເອົາໃບກະເດົາມາປັ່ນ ແລ້ວມາປະສົມກັບນໍ້າມັນໝາກອະງຸ່ນ ປະສົມ 2-3 ຢອດ, ເມື່ອປະສົມໃຫ້ເຂົ້າກັນເປັນເນື້ອນຸ່ມແລ້ວ ເອົາມາທາທົ່ວໃບໜ້າ ປະໄວ້ 15 ນາທີ ແລ້ວລ້າງອອກດ້ວຍນໍ້າເຢັນ ຜິວທີ່ແຫ້ງຈະກັບມານຸ່ມນວນອີກຄັ້ງ
  • ຮັກສາບັນຫາເສັ້ນຜົມ: ເອົານໍ້າມັນກະເດົາມາທາຜົມ ແລ້ວນວດໃຫ້ທົ່ວຫົວ ເຮັດໃຫ້ຮາກຜົມແຂງແຮງ ແລະສຳລັບລັງແຄ ໃຫ້ເອົາຜົງກະເດົາປົ່ນ ມາປະສົມກັບນໍ້າ ທາໃຫ້ທົ່ວຫົວ ປະໄວ້ປະມານ 1 ຊົ່ວໂມງ ແລ້ວສະອອກຕາມປົກກະຕິ
  1. ໝາກຂາມປ້ອມ: ເວລາເຮົາກິນໝາກຂາມປ້ອມຈະຮູ້ສຶກຝາດເຝື່ອນທີ່ສຸດ ແຕ່ພໍກິນນໍ້າລົງໄປຈະຫວານ, ຄຸນປະໂຫຍດດ້ານຄວາມງາມຍິ່ງໜ້າສົນໃຈ ເພາະເປັນແຫຼ່ງອຸດົມໄປດ້ວຍວິຕາມິນ
  • ຫຼຸດອາການຜົມຫຼົ່ນ: ນໍ້າຜົງໝາກຂາມປ້ອມ ຫຼືນໍ້າໝາກຂາມປ້ອມ ປະມານ 2 ບ່ວງແກງ ມາປະສົມກັບນໍ້າໝາກນາວຄັ້ນສົດໆ 2 ບ່ວງແກງ ຄົນໃຫ້ເຂົ້າກັນ ຈາກນັ້ນເອົາມາທາໃຫ້ທົ່ວຫົວ ປະໄວ້ຈົນແຫ້ງ ແລ້ວລ້າງອອກດ້ວຍນໍ້າອຸ່ນ
  1. ຂີ້ມິ້ນ: ມາເບິ່ງເຄັດລັບກັນດີກວ່າວ່າເຮັດແນວໃດແດ່ຈຶ່ງມີປະໂຫຍດ
  • ຫຼຸດຜິວແຕກລາຍ: ເອົາຂີ້ມິ້ນຜົງມາປະສົມກັບແປ້ງເບສັນ ແລະໂຢເກິດເຂົ້າກັນ ຈາກນັ້ນເອົາມາທາບໍລິເວນທີ່ເປັນຜິວແຕກລາຍ ຈະຊ່ວຍຫຼຸດຮອຍແຕກໃຫ້ເປັນສີດຽວກັບເນື້ອຜິວ
  • ຫຼຸດຮອຍແຫ່ວຍານເທິງໃບໜ້າ: ປະສົມແປ້ງເຂົ້າຈ້າວ, ນົມສົດ ແລະນໍ້າໝາກເລັ່ນ ໃນປະລິມານເທົ່າກັນ ຈາກນັ້ນເອົາຜົງຂີ້ມິ້ນ ຖອກລົງໃນສ່ວນປະສົມດັ່ງກ່າວ ຄົນໃຫ້ເຂົ້າກັນຈົນເປັນຄີມໜຽວຂຸ້ນທາໃຫ້ທົ່ວໃບໜ້າ, ປະໄວ້ໃຫ້ແຫ້ງ ແລ້ວລ້າງດ້ວຍນໍ້າທີ່ສະອາດ
  • ຫຼຸດສົ້ນເທົ້າແຕກ: ເອົານໍ້າມັນໝາກພ້າວ ປະສົມກັບຂີ້ມິ້ນຜົງ ທາປະໄວ້ 15 ນາທີ ແລ້ວລ້າງອອກໃຫ້ສະອາດ
  1. ໃບກະເພົາ: ຄຸນປະໂຫຍດດ້ານຄວາມງາມຂອງໃບກະເພົາມີຫຼາຍຢ່າງເຊັ່ນ:
  • ຮັກສາສິວ ແລະເຮັດໃຫ້ຜິວນຸ່ມຊຸ່ມຊື່ນ: ເດັດເອົາໃບກະເພົາມາຈຳນວນໜຶ່ງ ປັ່ນໃຫ້ລະອຽດ ປະສົມກັບນົມສົດ ແລ້ວເອົາມາທາໃຫ້ທົ່ວໃບໜ້າ ປະໄວ້ໃຫ້ແຫ້ງແລ້ວລ້າງອອກດ້ວຍນໍ້າທີ່ສະອາດ
  • ຊ່ວຍໃຫ້ແຂ້ວຂາວ: ເອົາໃບກະເພົາ 2-3 ໃບ, ມາຕາກໃຫ້ແຫ້ງ ແລ້ວເອົາມາປົ່ນເປັນຜົງ ຈາກນັ້ນເອົາມາປັ່ນກັບສົ້ມ ຈົນເປັນເນື້ອດຽວກັນ ແລ້ວຈຶ່ງເອົາມາຖູແຂ້ວ ແລ້ວບ້ວນອອກດ້ວຍນໍ້າສະອາດ

ທີ່ມາ: kapook
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...