Homeຂ່າວທ້ອງຖິ່ນປກສ ສະຫວັນນະເຂດ ແລກປ່ຽນບົດຮຽນກັບ ກອງບັນຊາການຕຳຫລວດ ແຂວງກວາງບິ່ງ ສສ ຫວຽດນາມ

ປກສ ສະຫວັນນະເຂດ ແລກປ່ຽນບົດຮຽນກັບ ກອງບັນຊາການຕຳຫລວດ ແຂວງກວາງບິ່ງ ສສ ຫວຽດນາມ

Published on

ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ສະຫວັນ​ນະ​ເຂດ ​ໃຫ້​ຮູ້​ວ່າ: ໃນລະຫວ່າງວັນທີ 21-23 ສິງຫາ 2016 ນີ້, ທ່ານ ພັນເອກ ຄຳພົນ ສີຫາປັນຍາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນະເຂດ ພ້ອມຄະນະ ໄດ້ເດີນທາງໄປຮ່ວມກອງປະຊຸມແລກປ່ຽນສະພາບ ຢູ່ ແຂວງກວາງບິ່ງ ສສ ຫວຽດນາມ ນຳ​ໂດຍທ່ານ ພົນຈັດຕະວາ ຕື່ ຮົ່ງ ເຊິນ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການຕຳຫລວດ ແຂວງກວາງບິ່ງ ເພື່ອຮັດແໜ້ນຄວາມສາມັກຄີ, ຄວາມເຂົ້າໃຈເປັນເອກະພາບ ລະຫວ່າງ ສອງກອງບັນຊາການ ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ຂຶ້ນ​ຕື່ມ.

ການ
​ພົບ​ປະ​ຄັ້ງນີ້, ສອງຝ່າຍໄດ້ພ້ອມກັນຄົ້ນຄວ້າຕີລາຄາ ຊອກຫາວິທີແກ້ໄຂ ບັນຫາກົນອຸບາຍ ແລະ ຮູບການເຄື່ອນໄຫວຂອງ ບັນດາອິດທິກຳລັງປໍລະປັກທີ່ມີຕໍ່ລາວ ແລະ ຫວຽດນາມ ເພື່ອຊອກຫາວິທີແກ້ໄຂ ຢ່າງທັນເວລາເປັນຕົ້ນ ແມ່ນກົນອຸບາຍການເຄື່ອນໄຫວຂອງບັນດາເປົ້າໝາຍ ນັກສືບສອດແນມ ແລະ ຜູ້ກໍ່ການຮ້າຍ, ເພີ່ມທະວີການແລກປ່ຽນບົດຮຽນ, ປະສານສົມທົບ ແລກປ່ຽນຂໍ້ມູນຂ່າວສານ, ຜັນຂະຫຍາຍການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ, ເພີ່ມທະວີສືກສາອົບຮົມ ການຄຸ້ມຄອງພົນລະເມືອງ ຢູ່ລຽບຕາມຊາຍແດນ ໃຫ້ຕື່ນຕົວເຄົາລົບກົດໝາຍ ແລະ ຮີດຄອງປະເພນີຂອງແຕ່ລະປະເທດ, ປະຕິບັດການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ ແນ່ໃສ່ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມ ຊາຍແດນ ເຮັດໃຫ້ແຂວງສະຫວັນນະເຂດ-ແຂວງກວາງບິ່ງ ເປັນຊາຍແດນແຫ່ງສັນຕິພາບ-ມິດຕະພາບ ແລະ ພ້ອມກັນຮັກສາຄວາມສະຫງົບ ເພື່ອກຽມຄວາມພ້ອມໃສ່ ກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ​ ເປັນ​ເຈົ້າພາບ ​ເຊິ່ງຈະ​ຈັດ​ຂຶ້ນ​ໃນໄວໆນີ້.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...