Homeນານາສາລະສຳລັບຄົນທີ່ກຳລັງຄິດຈະເພີ່ມຂະໜາດໜ້າເອິກ ຄວນອ່ານ!

ສຳລັບຄົນທີ່ກຳລັງຄິດຈະເພີ່ມຂະໜາດໜ້າເອິກ ຄວນອ່ານ!

Published on

ສາວໆຫຼາຍຄົນບໍ່ດີໃຈກັບໜ້າເອິກທີ່ມີຂະໜາດນ້ອຍ ຊອກຫາວິທີເພີ່ມຂະໜາດໜ້າເອິກໃຫ້ໃຫຍ່ຂຶ້ນ ຈະໄດ້ງາມ ໃຫຍ່ຄືຄົນອື່ນເຂົາ ບາງຄົນກໍໃຊ້ວິທີເສີມໜ້າເອິກ ແຕ່ບາງຄົນກໍພຽງແຕ່ໃສ່ເສື້ອໃນທີ່ເສີມຟອງນໍ້າດັນໃຫ້ເຂົາຊົງງາມ ອີກໜຶ່ງວິທີທີ່ເປັນທຳມະຊາດທີ່ສຸດທີ່ເອົາມາຝາກວັນນີ້ຄື ການຮັບປະທານອາຫານທີ່ມີປະໂຫຍດ

  1. ຜັກ ແລະໝາກໄມ້ສົດ: ການຮັບປະທານຜັກ ແລະໝາກໄມ້ສົດ ມີຄຸນຄ່າທາງໂຄສະນາການຫຼາຍຢ່າງ ໜຶ່ງໃນນັ້ນກໍຄື ຊ່ວຍໃຫ້ເລືອດໄຫຼວຽນໄດ້ດີຂຶ້ນ, ໜ້າເອິກກໍເລີຍໃຫຍ່ຂຶ້ນເຊັ່ນ: ຜັກກາດ, ຜັກຫອມ ເປັນຜັກທີ່ມີຄຸນຄ່າທາງໂຄສະນາການສູງ ໂດຍສະເພາະເລື່ອງຂອງການໄຫຼວຽນເລືອດໃນຮ່າງກາຍບໍລິເວນໜ້າເອິກ ແລະນອກຈາກນີ້ ຖ້າເປັນພວກໝາກເລັ່ນ, ສະຕໍເບີລີ, ເຊີລີ່ ທີ່ອຸດົມດ້ວຍສານແອນຕີ້ອອກຊິແດນ ກໍຈະຊ່ວຍຜິວນຸ່ມຊຸ່ມຊື່ນໄດ້, ເອີ້ນວ່າໄດ້ປະໂຫຍດດ້ານຄວາມງາມກັນສອງຕໍ່ເລີຍ, ສຳຫຼັບໝາກຫຸ່ງ ເປັນໝາກໄມ້ທີ່ມີລົດຊາດຫວານທີ່ມີປະໂຫຍດຫຼາຍດ້ານ ທັງຊ່ວຍໃຫ້ລະບາຍ, ຊ່ວຍຍ່ອຍໂປຣຕີນ,​ ປ້ອງກັນເລືອດອອກຕາມແຂ້ວ ແລະແນ່ນອນມັນມີສ່ວນຊ່ວຍໃນການບຳລຸງໜ້າເອິກອີກດ້ວຍ
  2. ຖົ່ວທຸກຊະນິດ: ເມັດຖົ່ວທຸກຊະນິດເຊັ່ນ: ຖົ່ວເຫຼືອງ, ຖົ່ວຂຽວ, ຖົ່ວດຳ ຫຼືສາລີ ລ້ວນເປັນອາຫານທີ່ມີໂປຣຕີນ, ວິຕາມິນ ອີ ແລະບີ ເຊິ່ງມີຄຸນຄ່າຕໍ່ຄວາມງາມມາຕັ້ງແຕ່ສະໄໝບູຮານ ແລະໃນຈຳພວກຖົ່ວນີ້ ຍັງມີກົດ ໄລໂນເລອິກ ຊ່ວຍໃຫ້ໜ້າເອິກເຕັ່ງຕຶງ, ເຮັດໃຫ້ໜ້າເອິກບໍ່ຍານ ແລະມີສ່ວນຊ່ວຍໃນການເຮັດໃຫ້ໜ້າເອິກໃຫຍ່ຂຶ້ນອີກດ້ວຍ, ສ່ວນງາດຳ ກໍເປັນອາຫານທີ່ອຸດົມໄປດ້ວຍວິຕາມິນອີ ທີ່ຊ່ວຍການພັດທະນາຮັງໄຂ່ໃນເພດຍິງ ແລະການເສີມສ້າງການຈະເລີນເຕີບໃຫຍ່ຂອງໜ້າເອິກ ເຮັດໃຫ້ຜູ້ກິນງາດຳຕະຫຼອດ ມີໜ້າເອິກໃຫຍ່ຂຶ້ນໄດ້
  3. ນໍ້າໝາກພ້າວ: ເອສໂຕເຈນ ເປັນໂຮໂມນເພດຍິງ ທີ່ຍິ່ງມີຫຼາຍເທົ່າໃດ ຍິ່ງເຮັດໃຫ້ໜ້າເອິກໃຫຍ່ ແລະຖ້າມີໜ້ອຍຮ່າງກາຍກໍຍັງສ້າງໂຮໂມນ ເທສເທີໂຣນ ມາຢຸດການຈະເລີນເຕີບໂຕຂອງໜ້າເອິກອີກ ສາວໆທີ່ຢາກເອິກໃຫຍ່ ຕ້ອງເພີ່ມ ເອສໂຕເຈນ ຫຼາຍໆ ແລະນໍ້າໝາກພ້າວຖືເປັນແຫຼ່ງ ເອສໂຕເຈນ ທີ່ດີທີ່ສຸດ
  4. ໄຂ່: ເປັນອາຫານທີ່ອຸດົມໄປດ້ວຍໂປຣຕີນ, ວິຕາມິນເອ, ບີ ແລະອີ ໂດຍສະເພາະໄຂ່ແດງ ທີ່ເຖິງແມ່ນວ່າຈະເປັນອາຫານທີ່ມີ ຄໍເລດເຕີຣໍສູງ ແຕ່ຄໍເລດເຕີຣໍ ໃນໄຂ່ນີ້ແຫຼະທີ່ຊ່ວຍໃຫ້ໜ້າເອິກໃຫຍ່ຂຶ້ນ
  5. ປີກໄກ່: ເປັນອີກໜຶ່ງແຫຼ່ງຂອງໂປຣຕີນທີ່ດີຕໍ່ໜ້າເອິກຂອງເຈົ້າ ໂດຍສະເພາະແມ່ນປີກຍິ່ງອຸດົມໄປດ້ວຍຄໍລາເຈນ, ຫາກກິນຕະຫຼອດ ຈະເຮັດໃຫ້ໜ້າເອິກໃຫຍ່ຂຶ້ນໄດ້

ການເລືອກຮັບປະທານອາຫານທີ່ຊ່ວຍເພີ່ມຂະໜາດໜ້າເອິກແລ້ວ ອີກສິ່ງໜຶ່ງທີ່ສຳຄັນຄື ເລື່ອງຂອງການອອກກຳລັງກາຍ ກໍມີສ່ວນສຳຄັນເຊັ່ນດຽວກັນ

ທີ່ມາ: siamok

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...