spot_img
Homeຂ່າວພາຍ​ໃນສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເນັ້ນໃຫ້ທຸກຂະແໜງເລັ່ງແກ້ໄຂກົງຈັກການຈັດຕັ້ງທີ່ສັບສົນໝົດໄປຢ່າງຂາດຕົວ

ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເນັ້ນໃຫ້ທຸກຂະແໜງເລັ່ງແກ້ໄຂກົງຈັກການຈັດຕັ້ງທີ່ສັບສົນໝົດໄປຢ່າງຂາດຕົວ

Published on

ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ເນັ້ນໃຫ້ການຈັດຕັ້ງພັກ-ລັດທຸກຂັ້ນເອົາໃຈໃສ່ແກ້ໄຂລະບົບກົງຈັກການຈັດຕັ້ງທີ່ຍັງມີຄວາມສັບສົນຫຍຸ້ງເຫຍິງໃຫ້ໝົດໄປຢ່າງຂາດຕົວ, ຫລັງຈາກເຫັນບັນຫາດັ່ງກ່າວສ້າງຄວາມບັ່ນທອນຕໍ່ການສ້າງຄວາມເຂັ້ມແຂງໃນການພັດທະນາເສດຖະກິດ-ສັງຄົມ, ທັງເປັນຊ່ອງຫວ່າງຂອງປາກົດການຫຍໍ້ທໍ້ໃນທົ່ວລະບົບການເມືອງ ແລະ ທຳລາຍຄວາມເຊື່ອໝັ້ນຂອງມະຫາຊົນທີ່ມີຕໍ່ພັກເຮົາ. ດັ່ງນັ້ນ, ມັນຈຶ່ງເປັນບັນຫາຮີບດ່ວນ ທີ່ຕ້ອງໄດ້ແກ້ໄຂຢ່າງຈິງຈັງອີ່ຫລີ ນັບແຕ່ນີ້ເປັນຕົ້ນໄປ, ຊຶ່ງກ່ອນອື່ນ ຕ້ອງດຳເນີນການສັບຊ້ອນກົງຈັກການຈັດຕັ້ງຄືນໃໝ່, ໂດຍຮັບປະກັນ 5 ດ້ານຄື: ໜຶ່ງ ກົງຈັກບໍ່ໃຫຍ່ໂຕ, ຕຳແໜ່ງງານເໝາະສົມ, ພາລະບົດບາດຈະແຈ້ງຄົບຖ້ວນ, ບໍ່ຊ້ຳຊ້ອນກ້າວກ່າຍກັນ, ສອງ ສ້າງ

ລະບົບກົນໄກ ແລະ ມີແບບແຜນວິທີເຮັດວຽກທີ່ດີ, ມີລັກສະນະໂລ່ງລ່ຽນ, ວ່ອງໄວມີປະສິດທິພາບ, ສາມ ສາມາດຂັບເຄື່ອນສອດຄ່ອງຕາມແນວທາງ, ແຜນນະໂຍບາຍ, ນະໂຍບາຍ ແລະ ລະບຽບກົດໝາຍ, ສີ່ໂປ່ງ, ກວດສອບໄດ້ ແລະ ຫ້າ ບໍລິການຮັບໃຊ້ປະຊາຊົນຢ່າງສຸດໃຈ, ບໍ່ອາດຍາສິດ. ບົນພື້ນຖານດັ່ງກ່າວນັ້ນ ແມ່ນຕ້ອງໄດ້ມີການຄົນຄວ້າຢ່າງຮອບຄອບ ແລະ ກຳນົດບັນດາມາດຕະການສັບຊ້ອນພະນັກງານຄືນໃໝ່ຢ່າງເໝາະສົມ, ໂດຍແກ້ໄຂບາງບັນຫາຕົ້ນຕໍຄື: ໜຶ່ງ ຫລຸດຕຳແໜ່ງງານ ແລະ ຈຳນວນຄົນ ໃນຂົງເຂດບໍລິຫານ ຕິດພັນກັບການສ້າງລະບົບທີ່ເໝາະສົມ ເພື່ອຫັນເປັນທັນສະໄໝໂດຍໄວ, ສອງຫັນພະນັກງານຈາກຂົງເຂດບໍລິຫານ ໄປເພີ່ມເຂົ້າໃນຂົງເຂດຄົ້ນຄວ້າວິໄຈ ຫລື ຫັນໄປສູ່ຂົງເຂດການຜະລິດທຸລະກິດ ແລະ ສາມ ຫັນພະນັກງານສູ່ຮາກຖານຢ່າງຈິງຈັງ ເພື່ອເປັນພະນັກງານນຳພາ ຫລື ກາຍເປັນນັກພັດທະນາກອນຢູ່ຮາກຖານ ແລະ ມີນະໂຍາບາຍຮອງຮັບທີ່ເໝາະສົມ. ພ້ອມກັນນັ້ນ ກໍຄວນດຳເນີນການທົດລອງເພື່ອຫັນເປັນລະບອບການສອບບັນຈຸ ພະນັກງານນຳພາ-ຄຸ້ມຄອງ ໃນຂົງເຂດບໍລິຫານ ແລະ ວິຊາການທີ່ຈຳເປັນ, ເພື່ອກະຕຸ້ນການແຂ່ງຂັນພັດທະນາຕົນເອງ ແລະ ເລືອກໄດ້ພະນັກງານທີ່ມີຄຸນນະພາບແທ້ຈິງ.          ສະຫາຍເລຂາທິການໃຫຍ່ ກ່າວວ່າ: ພວກເຮົາຕ້ອງເຂົ້າໃຈເອກະພາບນຳກັນວ່າການປັບປຸງສັບຊ້ອນກົງຈັກການຈັດຕັ້ງໃຫ້ມີຄວາມກະທັດລັດ, ເຂັ້ມແຂງ ແລະ ມີປະສິດທິພາບນັ້ນ ແມ່ນເພື່ອເພີ່ມຄວາມເຂັ້ມແຂງຂອງລະບົບການເມືອງ, ສ້າງເງື່ອນໄຂ ແລະ ຄວາມເຊື່ອໝັ້ນ ເພື່ອດຶງດູດການລົງທຶນ ແລະ ຍາດແຍ່ງການສະໜັບສະໜູນຊ່ວຍເຫລືອຈາກພາຍໃນ ແລະ ຕ່າງປະເທດ, ເຊິ່ງເປັນສິ່ງທີ່ພວກເຮົາຕ້ອງໄດ້ເຮັດໂດຍບໍ່ມີທາງເລືອກອື່ນ. ແນ່ນອນວ່າການດຳເນີນວຽກງານດັ່ງກ່າວນີ້ ມັນອາດສົ່ງຜົນກະທົບໂດຍກົງເຖິງແນວຄິດ, ຈິດຕະສາດ ແລະ ຜົນປະໂຫຍດຂອງພະນັກງານ, ສະມາຊິກພັກ ຈຳນວນບໍ່ໜ້ອຍ. ຍ້ອນແນວນັ້ນ, ດ້ານໜຶ່ງຄະນະຈັດຕັ້ງສູນກາງພັກສົມທົບກັບກະຊວງພາຍໃນ ກໍຄື ບັນດາອົງຄະນະພັກ ຢູ່ບັນດາກະຊວງ, ອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ເພື່ອຄົ້ນຄ້ວາເປັນແຜນປະຕິບັດລະອຽດ ແລະ ມີລັກສະນະເປັນລະບົບຄົບຊຸດ, ຮັດກຸມເພື່ອສະເໜີກົມການເມືອງ-ຄະນະເລຂາພິຈາລະນາຕົກລົງ, ດ້ານໜຶ່ງອີກ ໃຫ້ເພີ່ມທະວີກົມການເມືອງ-ແນວຄິດ, ສ້າງຄວາມເຂົ້າໃຈເອ ກະພາບ, ເລິກເຊິ່ງໃນຖັນແຖວພະນັກງານ, ສະມາ ຊິກພັກ, ອັນສຳຄັນ ບັນດາສະຫາຍທີ່ເປັນພະນັກ ງານນຳພາຫລັກແຫລ່ງຢູ່ແຕ່ລະຂັ້ນ ຕ້ອງເປັນແບບ ຢ່າງນຳໜ້າ ເຮັດແທ້ທຳຈິງ, ປະຕິບັດຢ່າງຖືກ ຕ້ອງພາວະວິໄສ, ຫລີກເວັ້ນລັກສະນະຈຸ້ມເຈື້ອ, ພັກພວກ… ໃນນັ້ນ ຜູ້ທີ່ເຮັດວຽກງານຈັດຕັ້ງຕ້ອງມີຄວາມຊື່ສັດ, ເປັນທຳ, ບໍ່ອັກຄະຕິ… ເພື່ອປະຕິບັດວຽກງານດ້ວຍຄວາມຖືກຕ້ອງ,ທ່ຽງທຳ ແລະ ໂປ່ງໃສ.

 

ຂ່າວຈາກ: ໜັງສືພິມ ລາວພັດທະນາ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ifram

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...